Lao Kickboxing Federation ສະຫະພັນຄິກບ໊ອກຊິງແຫ່ງຊາດລາວ

Lao Kickboxing Federation ສະຫະພັນຄິກບ໊ອກຊິງແຫ່ງຊາດລາວ we provide full boxing services, fighters, stadium, event management, coaches, refs, trainers, gym,

❤️❤️❤️🇱🇦🇱🇦🇱🇦✌️✌️✌️🥰🥰🥰
10/12/2025

❤️❤️❤️🇱🇦🇱🇦🇱🇦✌️✌️✌️🥰🥰🥰

✈️✨🇱🇦 ເຊົ້າວັນທີ 10 ທັນວາ 2025 ນີ້, ຄະນະນັກກິລາຄິກບ໋ອກຊິງ ທີມຊາດລາວ ໄດ້ອອກເດີນທາງໄປປະເທດໄທ ເພື່ອເຂົ້າຮ່ວມແຂ່ງຂັນ ຊີເກມ ຄັ້ງທີ 33 ນຳພາໂດຍ ອາຈານ ບຸນປອນ ລາຊະວົງສີ, ເຊິ່ງຄະນະນັກກິລາຊຸດນີ້ ມີທັງໝົດ 6 ຄົນ (ຍິງ 2) ຈະຮ່ວມແຂ່ງຂັນລາຍການ ຄິກບ໋ອກຊິງ ປະເພດ Low Kick, Full Contact, K1 ແລະ Point Fighting ລະຫວ່າງວັນທີ 13-16 ທັນວາ 2025 ທີ່ຍິມນາຊ້ຽມ ມະຫາວິທະຍາໄລ ອັສສຳຊັ່ນ ສະໝຸດປຣາການ.

✅ ກິລາຄິກບ໋ອກຊິງ ໃນງານຊີເກມຄັ້ງນີ້ ມີຊິງໄຊທັງໝົດ 8 ຫລຽນຄຳ, ຜົນງານຄັ້ງຜ່ານມາຂອງ ຄິກບ໋ອກຊິງ ທີມຊາດລາວ ຍາດມາໄດ້ 1 ຫລຽນເງິນ 1 ຫລຽນທອງ.

🎉💪🇱🇦 ສູ້ໆເດີ‼️

ຂ່າວ: ຂ່າວກິລາ Lao National TV
ຂໍ້ມູນ ແລະ ພາບ: ສະຫະພັນ ຄິງບ໋ອກຊິງ ແຫ່ງຊາດລາວ

20/11/2025

❤️❤️❤️🇱🇦🇱🇦🇱🇦

ການຮ່ວມມືກັບວັນ ONE ເພື່ອຄົ້ນຫານັກກິລາລາວທີ່ເດັດເຂົ້າຮ່ວມແຂ່ງຂັນເວທີ ONE 🥊🥊🥊🇱🇦🇱🇦🇱🇦🇹🇭🇹🇭🇹🇭ແບບອາຊີບ
20/03/2024

ການຮ່ວມມືກັບວັນ ONE ເພື່ອຄົ້ນຫານັກກິລາລາວທີ່ເດັດເຂົ້າຮ່ວມແຂ່ງຂັນເວທີ ONE 🥊🥊🥊🇱🇦🇱🇦🇱🇦🇹🇭🇹🇭🇹🇭ແບບອາຊີບ

ໃນນາມສະຫະພັນ ຄິກບ໋ອກຊິງ ແຫ່ງຊາດລາວ ຂໍຂອບໃຈ ລັດຖະບານ,ປະເທດກຳປູເຈຍ ແລະ ບັນດາບໍລິສັດ  Space techno, Gordon  studio & pro...
15/05/2023

ໃນນາມສະຫະພັນ ຄິກບ໋ອກຊິງ ແຫ່ງຊາດລາວ ຂໍຂອບໃຈ ລັດຖະບານ,ປະເທດກຳປູເຈຍ ແລະ ບັນດາບໍລິສັດ  Space techno, Gordon  studio & production, TNK investment, Freedom 08, HPC ປະກັນໄພ ຈຳກັດ, ວຽງຄຳ ຮັກສາຄວາມປອດໄພ ຈຳກັດ, ຄູສະປອດ ຈຳກັດທີ່ໃຫ້ໂອກາດ ແລະ ອຸປະຖຳງົບປະມານໃນການເຂົ້າຮ່ວມແຂ່ງກິລາ Cambodia 2023 - 32nd SEA GAMES 🇰🇭

👍👍👍👌👌👌👏👏👏🥰🥰🥰❤️❤️❤️
23/01/2023

👍👍👍👌👌👌👏👏👏🥰🥰🥰❤️❤️❤️

ທ່ານ ວຽງສະຫວັດ ສີພັນດອນ, ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໃຫ້ສຳພາດຕໍ່ສື່ມວນຊົນໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະບານ ເປີດກວ້າງ ຄັ້ງທີ II ປີ 2022, ຈັດຂຶ້ນລະຫວ່າງວັນທີ 19-20 ມັງກອນ ປີ 2023, ທີ່ນະຄອນຫລວງວຽງຈັນ ກ່ຽວກັບແຜນພັດທະນາທາງດ່ວນໃນ ສປປ ລາວ ວ່າ: ທາງດ່ວນທີ່ເປັນ ບູລິມະສິດ ແລະ ມີເງື່ອນໄຂໃນແຜນພັດທະນາຂອງຂະແໜງການ ຍທຂ ໄລຍະປີ 2021-2025 ມີທັງໝົດ 5 ເສັ້ນ. ສໍາລັບຄວາມຄືບໜ້າຂອງການພັດທະນາ ມາຮອດປັດຈຸບັນ ສາມາດສັງລວມໄດ້ ດັ່ງນີ້:

1). ທາງດ່ວນແຕ່ ບໍ່ເຕ່ນ, ແຂວງຫລວງນໍ້າທາ ຫາ ນະຄອນຫຼວງວຽງຈັນ:
- ຊ່ວງທີ 1 ນະຄອນຫຼວງວຽງຈັນ-ວັງວຽງ ໄດ້ເປີດບໍລິການແລ້ວ.
- ຊ່ວງທີ 2 ວັງວຽງ-ຫຼວງພະບາງ ແລະ
- ຊ່ວງທີ 3 ຫຼວງພະບາງ-ອຸດົມໄຊ ແມ່ນກຳລັງຢູ່ໃນຂັ້ນຕອນຄັດເລືອກເອົາບໍລິສັດໃໝ່ທີ່ມີເງື່ອນໄຂ ແລະ
ຄວາມພ້ອມດ້ານຕ່າງໆ ມາສືບຕໍ່ພັດທະນາ.
- ສຳລັບ ຊ່ວງທີ 4 ອຸດົມໄຊ - ບໍ່ເຕັນ ພວມຢູ່ໃນຂະບວນການເຈລະຈາ ໂດຍກະຊວງແຜນການ ແລະ ການ
ລົງທຶນ.

2) ທາງດ່ວນ ແຕ່ ບໍ່ເຕັນ ແຂວງຫຼວງນໍ້າທາ ຫາ ຫ້ວຍຊາຍ ແຂວງບໍ່ແກ້ວ: ໄດ້ສຳເລັດການກວດກາແບບແຕ້ມລະອຽດ
ແລະ ຮັບຮອງແບບແຕ້ມເຕັກນິກ ແລ້ວ ປັດຈຸບັນ ກະຊວງແຜນການ ແລະ ການລົງທຶນ ພວມດຳເນີນເຈລະຈາເຊັນ
ສັນຍາສຳປະທານ.

3) ທາງດ່ວນ ແຕ່ ນະຄອນຫຼວງວຽງຈັນ ຫາ ປາກເຊ ແມ່ນໄດ້ແບ່ງ ເປັນ 5 ຊ່ວງ ຄື:
- ຊ່ວງທີ I: ແຕ່ນະຄອນຫຼວງວຽງຈັນ ຫາ ແຂວງບໍລິຄຳໄຊ (ສຳເລັດການຮັບຮອງທາງດ້ານເສດຖະກິດ
ເຕັກນິກ).
- ຊ່ວງທີ II: ແຕ່ປາກຊັນ ແຂວງບໍລິຄໍາໄຊ ຫາ ທ່າແຂກ (ແຍກທາງເລກ 12) ແຂວງຄຳມ່ວນ.
- ຊ່ວງທີ III: ແຕ່ ທ່າແຂກ (ແຍກທາງເລກ 12) ແຂວງຄຳມ່ວນ ຫາ ແຂວງສະຫວັນນະເຂດ (ແຍກທາງເລກ
9B).
- ຊ່ວງທີ IV: ແຕ່ ແຂວງສະຫວັນນະເຂດ (ແຍກທາງເລກ 9B) ຫາ ແຂວງສາລະວັນ (ແຍກທາງເລກ 15).
- ຊ່ວງທີ V: ແຕ່ ແຂວງສາລະວັນ (ແຍກທາງເລກ 15) ຫາ ປາກເຊ, ແຂວງຈຳປາສັກ ແມ່ນຢູ່ໃນໄລຍະສຶກສາ
ຄວາມເປັນໄປໄດ້.

4) ໂຄງການທາງດ່ວນ (ແລວໃໝ່) ຂະໜານທາງເລກທີ 12 ແຕ່ຂົວມິດຕະພາບ ລາວ-ໄທ ແຫ່ງທີ 3 ແຕ່ເມືອງທ່າແຂກ
ຫາ ຊາຍແດນ ລາວ-ຫວຽດນາມ (ນາເພົ້າ-ຈໍຫຼໍ່) ແຂວງຄໍາມ່ວນ ແມ່ນສຳເລັດການຮັບຮອງທາງດ້ານເສດຖະກິດເຕັກ
ນິກ.

5) ໂຄງການທາງດ່ວນ (ແລວໃໝ່) ແຕ່ທ່າງ່ອນ ເມືອງໄຊທານີ ນະຄອນຫຼວງວຽງຈັນ ຫາ ບ້ານນາຊ່າງເຫຼັກ ເມືອງທຸລະ
ຄົມ ແຂວງວຽງຈັນ ແມ່ນສຳເລັດການຮັບຮອງທາງດ້ານເສດຖະກິດເຕັກນິກ, ປັດຈຸບັນ ຢູ່ໃນຂັ້ນຕອນສໍາຫຼວດ-
ອອກແບບ ລະອຽດຂອງໂຄງການ (Detail design).

​ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ຍັງໄດ້ຍົກໃຫ້ເຫັນໝາກຜົນທີ່ໄດ້ຮັບຈາກການພັດທະນາທາງດ່ວນ ໂດຍສະເພາະທາງດ່ວນ ນະຄອນຫຼວງວຽງຈັນ ຫາ ບໍເຕ່ນ ຊ່ວງທີ 1 ແຕ່ນະຄອນຫຼວງວຽງຈັນ ຫາ ວັງວຽງ ທີ່ໄດ້ກໍ່ສ້າງສຳເລັດ ແລະ ກຳລັງນຳໃຊ້ນັ້ນ ໄດ້ຮັບໝາກຜົນ ດັ່ງນີ້:

+ ໝາກຜົນທາງກົງ: ແມ່ນໄດ້ຈາກການແບ່ງປັນຜົນຕາມສັດສ່ວນໃນການຖືຮຸ້ນ ຊຶ່ງເປັນພາລະບົດບາດຂອງກະຊວງ ແຜນການ ແລະ ການລົງທຶນ ໃນນາມຄູ່ສັນຍາເປັນຜູ້ຕິດຕາມຄຸ້ມຄອງ.
+ ໝາກຜົນທາງອ້ອມ: ແມ່ນສະແດງອອກຈາກການຫຼຸດໄລຍະທາງ ແລະ ເວລາໃນການເດີນທາງຂອງປະຊາ ຊົນ (ແຕ່ເດີມໃຊ້ເວລາເດີນທາງ 4 ຊົ່ວໂມງ, ປັດຈຸບັນ ຂຶ້ນທາງດ່ວນໃຊ້ເວລາພຽງ 1 ຊົ່ວໂມງ), ຫຼຸດຜ່ອນຕົ້ນທຶນໃນການຂົນສົ່ງສິນຄ້າ, ຫຼຸດຜ່ອນຄວາມສ່ຽງການເກີດອຸບັດເຫດຈາກການຂັບຂີ່, ສ້າງຄວາມສະດວກໃນການເດີນທາງໄປມາຂອງ ປະຊາຊົນ ແລະ ອື່ນໆ.

ລາຍງານ

I’m fine 👌
27/10/2021

I’m fine 👌

15/05/2021

ທຸກຢ່າງງຽບເພາະໂຄວິດ👌

ພວກເຮົາຂໍນຳສະເໜີສະຖິຕິນັກມວຍສັນຊາວລາວ ໄພລັດ ທຳມະວັງສາ ຊຶ່ງໄດ້ຮັບກຽດໃນການເຂົ້າແຂ່ງຊີເກມ ທີ່ປະເທດ ຟີລິບປິນ ໃນປີ 2019 ທີ່ຜ່...
10/02/2020

ພວກເຮົາຂໍນຳສະເໜີສະຖິຕິນັກມວຍສັນຊາວລາວ ໄພລັດ ທຳມະວັງສາ ຊຶ່ງໄດ້ຮັບກຽດໃນການເຂົ້າແຂ່ງຊີເກມ ທີ່ປະເທດ ຟີລິບປິນ ໃນປີ 2019 ທີ່ຜ່ານມາ
ແລະ ໃນປີນີ້ທ່ານຍັງສາມາດຕິດຕາມຜົນງານຂອງນັກມວຍທີ່ຈະສ້າງຜົນງານໃຫ້ທ່ານຮັບຊົມ.
--------------
We introduce to you Pailath Thammavongsa, a kick-boxing veteran who was also part of the SEA Games 2019. You surely want to follow his journey this year, as he takes the LKF arena by storm.

ພວກເຮົາຂໍນຳສະເໜີສະຖິຕິນັກມວຍສັນຊາວລາວ ພັນ ເຈືອງວັນເຮືອງ ຊຶ່ງໄດ້ຮັບກຽດໃນການເຂົ້າແຂ່ງຊີເກມ ທີ່ປະເທດ ຟີລິບປິນ ໃນປີ 2019 ທີ່...
06/02/2020

ພວກເຮົາຂໍນຳສະເໜີສະຖິຕິນັກມວຍສັນຊາວລາວ ພັນ ເຈືອງວັນເຮືອງ ຊຶ່ງໄດ້ຮັບກຽດໃນການເຂົ້າແຂ່ງຊີເກມ ທີ່ປະເທດ ຟີລິບປິນ ໃນປີ 2019 ທີ່ຜ່ານມາ
ແລະ ໃນປີນີ້ທ່ານຍັງສາມາດຕິດຕາມຜົນງານຂອງນັກມວຍທີ່ຈະສ້າງຜົນງານໃຫ້ທ່ານຮັບຊົມ.
--------------
We introduce to you Phan Cheung Vanh Heung, a kick-boxing veteran who was also part of the SEA Games 2019. You surely want to follow his journey this year, as he takes the LKF arena by storm.

ພວກເຮົາຂໍນຳສະເໜີສະຖິຕິນັກມວຍສັນຊາວລາວ ລາດຊະສັກ ສຸລິຍະວົງ  ຊຶ່ງໄດ້ຮັບກຽດໃນການເຂົ້າແຂ່ງຊີເກມ ທີ່ປະເທດ ຟີລິບປິນ ໃນປີ 2019 ທ...
05/02/2020

ພວກເຮົາຂໍນຳສະເໜີສະຖິຕິນັກມວຍສັນຊາວລາວ ລາດຊະສັກ ສຸລິຍະວົງ ຊຶ່ງໄດ້ຮັບກຽດໃນການເຂົ້າແຂ່ງຊີເກມ ທີ່ປະເທດ ຟີລິບປິນ ໃນປີ 2019 ທີ່ຜ່ານມາ
ແລະ ໃນປີນີ້ທ່ານຍັງສາມາດຕິດຕາມຜົນງານຂອງນັກມວຍທີ່ຈະສ້າງຜົນງານໃຫ້ທ່ານຮັບຊົມ.
--------------
We introduce to you Latxasak Souliyavong, a kick-boxing veteran who was also part of the SEA Games 2019. You surely want to follow his journey this year, as he takes the LKF arena by storm.

Address

Huayhong Village
Vientiane
0001

Telephone

+8562099999992

Website

Alerts

Be the first to know and let us send you an email when Lao Kickboxing Federation ສະຫະພັນຄິກບ໊ອກຊິງແຫ່ງຊາດລາວ posts news and promotions. Your email address will not be used for any other purpose, and you can unsubscribe at any time.

Contact The Business

Send a message to Lao Kickboxing Federation ສະຫະພັນຄິກບ໊ອກຊິງແຫ່ງຊາດລາວ:

Shortcuts

Share

Category