15/09/2026
ຂໍເຊີນບັນດາທ່ານ ຫຼື ຮ້ານອາຫານ ທີ່ມີຄວາມສົນໃຈໃນການໃຫ້ບໍລິການຂາຍເຄື່ອງ ແລະ ຮັບຝາກລົດ (ລົດຈັກ-ລົດໃຫຍ່) ທີ່ສະໜາມກິລາແຫ່ງຊາດ ຫຼັກ 16.
ສະຫະພັນບານເຕະແຫ່ງຊາດລາວ ຂໍເຊີນບັນດາທ່ານ ຫຼື ຮ້ານອາຫານ ທີ່ມີຄວາມສົນໃຈໃຫ້ບໍລິການຂາຍເຄື່ອງ ແລະ ຮັບບໍລິການຝາກລົດ (ລົດຈັກ-ລົດໃຫຍ່) ທີ່ສະໜາມກິລາແຫ່ງຊາດ ຫຼັກ 16. ທີ່ ບ້ານດົງສ້າງຫີນ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ ໂດຍມີລາຍລະອຽດມີດັ່ງນີ້:
1. ງານການແຂ່ງຂັນບານເຕະຍິງ ຊີງແຊ້ມອາຊຽນ ປະຈຳປີ 2026 (AFC U17 Women’s Asian Cup 2027 Qualifiers, Group C)
• ວັນທີ 05/10/2026 ເລີ່ມແຂ່ງຂັນ ເວລາ 16:00 ໂມງ
• ວັນທີ 08/10/2026 ເລີ່ມແຂ່ງຂັນ ເວລາ 16:00 ໂມງ
• ວັນທີ 11/09/2026 ເລີ່ມແຂ່ງຂັນ ເວລາ 16:00 ໂມງ
ເງື່ອນໄຂຂອງການຂາຍເຄື່ອງ: ສາມາດຂາຍຜະລິດຕະພັນຕ່າງໆໄດ້ ໂດຍບໍ່ຈໍາກັດຍີ້ຫໍ້.
2. ງານການແຂ່ງຂັນບານເຕະຊາຍ ຊີງແຊ້ມອາຊຽນ ປະຈຳປີ 2026 (AFC U17 Asian Cup 2027 Qualifiers)
• ວັນທີ 08/11/2026 ເລີ່ມແຂ່ງຂັນ ເວລາ 16:00 ໂມງ
• ວັນທີ 11/11/2026 ເລີ່ມແຂ່ງຂັນ ເວລາ 16:00 ໂມງ
• ວັນທີ 14/11/2026 ເລີ່ມແຂ່ງຂັນ ເວລາ 16:00 ໂມງ
• ວັນທີ 17/11/2026 ເລີ່ມແຂ່ງຂັນ ເວລາ 16:00 ໂມງ
• ວັນທີ 20/11/2026 ເລີ່ມແຂ່ງຂັນ ເວລາ 16:00 ໂມງ
ເງື່ອນໄຂຂອງການຂາຍເຄື່ອງ: ສາມາດຂາຍຜະລິດຕະພັນຕ່າງໆໄດ້ ໂດຍບໍ່ຈໍາກັດຍີ້ຫໍ້.
ຖ້າຫາກທ່ານມີຄວາມສົນໃຈ ແມ່ນໃຫ້ຕິດຕໍ່ມາທີ່ເບີ 020 9444 3782 ນາງ ທິບພະພອນ ພານິດ
ປິດຮັບ ວັນທີ 25 ກັນຍາ 2026 ເວລາ 15:00 ໂມງ