08/08/2026
📢 ຮັບພະນັກງານແຄຊເຊຍຟິດເນັດ FitStation (ກະເຊົ້າ)
▸ ເຮັດວຽກ 6 ມື້ຕໍ່ອາທິດ [ ຈັນ-ສຸກ 05:00-14:00 | ວັນເສົາ 8:00-21:00 ]
* ພັກວັນອາທິດ
* ບ້ານສີສະຫວາດ, ແຜນທີ່: bit.ly/mapfitstation
⦿ ໜ້າທີ່ຮັບຜິດຊອບ
• ຕ້ອນຮັບລູກຄ້າ, ຂາຍເມັມເບີ້, ວຽກແຄຊເຊຍອື່ນໆ
• ເຝົ້າລົດຈັກລູກຄ້າຢູ່ຫນ້າເຄົາເຕີ້ແຄຊເຊຍ ແລະ ຈັດລົດໃຫ້ເປັນລະບຽບ
• ມ້ຽນອຸປະກອນໃຫ້ເປັນລະບຽບ
• ຕອບຂໍ້ຄວາມ ແລະ ຄອມເມັ້ນຢູ່ເພຈເຟສບຸກ
• ດູແລຄວາມເປັນລະບຽບໜ້າຮ້ານຊ່ວຍແມ່ບ້ານ
• ວຽກອື່ນໆ ຕາມທີ່ມີ
⦿ ຄຸນສົມບັດຜູ້ສະໝັກ:
• ກົງຕໍ່ເວລາຢ່າງເຄັ່ງຄັດ ຫ້າມມາເປີດຮ້ານຊ້າເດັດຂາດ, ມີຄວາມຮັບຜິດຊອບສູງ
• ອາຍຸ 20-35 ປີ, ຈົບມໍ 7 ຂຶ້ນໄປ
• ສື່ສານພາສາອັງກິດໄດ້ລະດັບພື້ນຖານ ຈະພິຈາລະນາເປັນພິເສດ
• ມັກວຽກບໍລິການ ແລະ ມັກການລົມນຳລູກຄ້າ
• ສາມາດຍົກແຜ່ນນ້ຳໜັກ 20kg ໄດ້ສະບາຍ
• ໃຊ້ຄອມເປັນໃນລະດັບພື້ນຖານ
• ພິມພາສາລາວ ແລະ ອັງກິດໄດ້ ຫຼື ຝຶກໃຫ້ໄວໃດ້
⦿ ລາຍລະອຽດຜົນຕອບແທນ:
• ເງິນເດືອນເລີ່ມຕົ້ນ 7,700 ບາດ (ຊ່ວງທົດລອງວຽກ-ຮຽນວຽກ 2 ເດືອນທຳອິດ 6,800 ບາດ)
• ເງິນຄອມມິດຊັ່ນຫຼັງຈາກຜ່ານວຽກເດືອນທີ 4 ຂຶ້ນໄປ (ຂຶ້ນກັບຄວາມສາມາດ)
• ປັບເງິນເດືອນຂຶ້ນ ອີງຕາມຜົນງານເຮັດວຽກ, ປັບເງິນຂຶ້ນໃຫ້ຕາມອັດຕາເງິນເຟີ້
• ຈ່າຍເງິນເດືອນເປັນເງິນບາດ (ສາມາດເອົາເປັນກີບໄດ້)
• ຄ່າແຮງຄິດໄລ່ຕາມຊົ່ວໂມງໂຕຈິງ, ຖ້າເຮັດເກີນໄລ່ໃຫ້ເພີ່ມ
+ ມື້ພັກປະຈຳປີ ຫຼື ພັກລາກິດສ່ວນໂຕ 25 ມື້/ປີ (ລວມພັກປະຈຳປີ, ວັນເກີດ, & ມື້ພັກລັດຖະການ)
+ ມື້ພັກປ່ວຍ 30 ມື້/ປີ
+ ໂບນັດເງິນເດືອນ 13, ໂບນັດປີໃໝ່ລາວ ແລະ ປີໃໝ່ສາກົນ
+ ປະກັນສຸຂະພາບ ແລະ ປົວແຂ້ວ
+ ຊ່ວຍເງິນຕັດແວ່ນຕາສາຍຕາສັ້ນ
+ ຊ່ວຍຄ່າຮຽນອະນຸບານລູກ ສູງສຸດ 3 ຄົນ
+ ຫລິ້ນຟິດເນັດຟຣີ
⦿ ສະຖານທີ່ເຮັດວຽກ:
📍 FitStation ຊັ້ນ 2 ຂອງຮ້ານເສື້ອຜ້າ ohno ສາຂາສີສະຫວາດ
ຫນ້າທາງໃຫຍ່ ຊ້າຍສວຍກັບ ໂຮງຮຽນສົດທະຈິດ
ບ້ານສີສະຫວາດ ນະຄອນຫຼວງ ວຽງຈັນ
‣ ແຜນທີ່: bit.ly/mapfitstation
⦿ ຂັ້ນຕອນການສະໝັກວຽກ:
1. ເຂົ້າມາຂຽນໃບສະໝັກທີ່ ຟິດເນັດ FitStation ແຜນທີ່: bit.ly/mapfitstation
- ກອກຟອມໃຫ້ລະອຽດ ແລະ ຄົບຖ້ວນ ແນບຮູບ 3x4cm, ເຂົ້າມາຂຽນໃບສະໝັກກ່ອນວັນທີ 31/08/2026
2. ທາງຮ້ານເຮົາຈະຕິດຕໍ່ກັບເພື່ອສໍາພາດຕື່ມ
📲 ສອບຖາມເພີ່ມເຕີມ
‣ WhatsApp: ຄລິກ wa.me/8562052152388
‣ ໂທ: 020 5215 2388