Lao Judo Federation

Lao Judo Federation Lao Judo Federation ສະຫະພັນຢູໂດແຫ່ງຊາດລາວ

ແຈ້ງເຖິງຄູຝຶກທຸກທ່ານ ທີ່ຕ້ອງການສະຫມັກເພື່ອເປັນຄູຝືກທີມຊາດ ໃຫ້ສົ່ງເອກະສານ ແລະ ປະຫວັດ ເຖິງສະຫະພັນເພື່ອຄົ້ນຄວ້າພິຈາລະນາ ຕາມ...
06/03/2026

ແຈ້ງເຖິງຄູຝຶກທຸກທ່ານ ທີ່ຕ້ອງການສະຫມັກເພື່ອເປັນຄູຝືກທີມຊາດ ໃຫ້ສົ່ງເອກະສານ ແລະ ປະຫວັດ ເຖິງສະຫະພັນເພື່ອຄົ້ນຄວ້າພິຈາລະນາ ຕາມເງື່ອໄຂ
ລາຍລະອຽດຕິດຕໍ່ 22233546

ແຈ້ງເຖິງນັກກິລາຢູໂດທຸກຄົນ ເຂົ້າຮ່ວມແຂ່ງຂັນຄັດເລືອກຕົວແທນທີມຊາດ ເພື່ອເຂົ້າຮ່ວມແຂ່ງຂັນລະດັບຕ່າງໆ ປະຈຳປີ 2026ລາຍລະອຽດຕິດຕໍ່...
06/03/2026

ແຈ້ງເຖິງນັກກິລາຢູໂດທຸກຄົນ ເຂົ້າຮ່ວມແຂ່ງຂັນຄັດເລືອກຕົວແທນທີມຊາດ ເພື່ອເຂົ້າຮ່ວມແຂ່ງຂັນລະດັບຕ່າງໆ ປະຈຳປີ 2026
ລາຍລະອຽດຕິດຕໍ່: 22233546

ແຈ້ງຂ່າວມໍລະນະກຳສະຫະພັນກິລາຢູໂດແຫ່ງຊາດລາວ ຂໍແຈ້ງຂ່າວມາຍັງທ່ານຊາບວ່າ ທ່ານ ຄຳແພງ ພິມພັນທະວົງ ເຊິ່ງເປັນພໍ່ຂອງ ນາງ ສອນນະພາ ພ...
07/02/2026

ແຈ້ງຂ່າວມໍລະນະກຳ
ສະຫະພັນກິລາຢູໂດແຫ່ງຊາດລາວ ຂໍແຈ້ງຂ່າວມາຍັງທ່ານຊາບວ່າ ທ່ານ ຄຳແພງ ພິມພັນທະວົງ ເຊິ່ງເປັນພໍ່ຂອງ ນາງ ສອນນະພາ ພິມພັນທະວົງ ອະດີດນັກກິລາຢູໂດທີມຊາດລາວ ໄດ້ເຖິງແກ່ມໍລະນະກຳແລ້ວ
ສົບໄດ້ບຳເພັນກຸສົນທີ່ເຮືອນຂອງຜູ້ກ່ຽວເອງ ບ້ານຕານມີໄຊ ເມືອງໄຊທານີ ນະຄອນຫລວງວຽງຈັນ
ວັນຊາປະນະກິດສົບ ຈະໄດ້ຈັດຂຶ້ນວັນທີ 9/2/2026 ທີ່ວັດປ່າຕານມີໄຊ
ມື້ຫ້າງຫາກະກຽມ ວັນທີ 11/2/2026
ມື້ຕັກບາດ ຖະຫວາຍສັງຄະທານ ວັນທີ 12/2/2026
ດັ່ງນັ້ນຈຶ່ງແຈ້ງມາຍັງບັນດາທ່ານເພື່ອຮັບຊາບ

23/01/2026

【English Text Below】
📢 ການສົນທະນາພິເສດໃນງານສະແດງບູໂດ້
🇯🇵🥋ພວກເຮົາຂໍນຳສະເໜີລາຍການສົນທະນາພິເສດ, ໜຶ່ງໃນວາລະຂອງງານສະແດງສິລະປະປ້ອງກັນຕົວຍີ່ປຸ່ນ ຄັ້ງທີ່ 23 ທີ່ມີຫົວຂໍ້ວ່າ:
"ມົນສະເໜ່ຂອງສິລະປະປ້ອງກັນໂຕ ຜ່ານຄຳບອກເລົ່າຂອງນັກກິລາຍິງ"

🗓 ວັນທີ: 24 ມັງກອນ 2026
🕙 ເວລາ: 10:00 (ລາຍການ 20 ນາທີ)
🗣 ດຳເນີນລາຍການເປັນພາສາລາວ
📍 ສະຖານທີ່: ສູນກິລາບູໂດລາວ-ຍີ່ປຸ່ນ

🇱🇦 ສີ່ນັກກິລາຍິງໄຟແຮງ ຕາງໜ້າໃຫ້ ຢູໂດ, ເຄນໂດ, ຄາຣາເຕໂດ ແລະ ໄອກິໂດ ຈະມາບອກເລົ່າເຖິງການເດີນທາງ, ມຸມມອງ, ແລະ ຄວາມຫວັງຕໍ່ກັບເດັກຮຸ່ນໃຫມ່.

🙌ຮຽນເຊີນທຸກທ່ານເຂົ້າຮັບຟັງນຳກັນເດີ້!
---------------------------------------------
📢 Special Talk Session at the Budo Demonstration
🇯🇵🥋As part of the 23rd Japanese Martial Arts Demonstration, we are extremely excited to present a special talk session titled:
“The Appeal of Martial Arts Through the Eyes of Female Martial Artists”

🗓 Date: 24 January 2026
🕙 Time: 10:00 (20-minute session)
🗣 Language: Lao
📍 Venue: Lao–Japan Budo Center

🇱🇦 Four passionate female martial artists from Judo, Kendo, Karatedo, and Aikido will share their journeys, perspectives, and hopes for the next generation.

🙌Everyone is welcome to join this special session!

Lao Judo Federation ສະໂມສອນເຄັນໂດແຫ່ງຊາດລາວ - Lao Kendo Club ສະຫະພັນກິລາ ກາຣາເຕໂດ ແຫ່ງຊາດລາວ Lao Karate Federation

18/01/2026
ສະຫະພັນກິລາຢູໂດແຫ່ງຊາດ ຈັດສອບເສັງສາຍດຳໃຫ້ແກ່ນັກກິລາ ປະຈຳປີ 2025*********ເມື່ອວັນທີ 16 ມັງກອນ 2026 ທີ່ຜ່ານມາສະຫະພັນກິລາຢູ...
17/01/2026

ສະຫະພັນກິລາຢູໂດແຫ່ງຊາດ ຈັດສອບເສັງສາຍດຳໃຫ້ແກ່ນັກກິລາ ປະຈຳປີ 2025
*********
ເມື່ອວັນທີ 16 ມັງກອນ 2026 ທີ່ຜ່ານມາ
ສະຫະພັນກິລາຢູໂດແຫ່ງຊາດລາວ ຕາງໜ້າໃຫ້ສະຖາບັນໂຄໂດກັນ ປະເທດຍີ່ປຸ່ນ ຈະໄດ້ຈັດສອບເສັງສາຍດຳ ຂັ້ນ 1 ດັ້ງ ແລະ 2 ດັ້ງ ໃຫ້ແກ່ນັກກິລາ ທີ່ສູນກິລາ ບູໂດ ລາວ-ຍີ່ປຸ່ນ
ການສອບເສັງຄັ້ງນີ້ ເປັນການຈັດສອບເສັງສາຍດຳປະຈຳປີ 2025 (ທີ່ໄດ້ເລື່ອນມາແຕ່ເດືອນທັນວາ ປີ2025)
ໂດຍມີກຳມະການສອບເສັງ ຈຳນວນ 3 ທ່ານ ໄດ້ແກ່: ທ່ານ ໂທໂມກິ ຄິກູຈິ ຄູຝຶກຈາກ ປະເທດຍີ່ປຸ່ນ ສາຍດຳ 5 ດັ້ງ, ທ່ານ ນາງ ມະຍຸລີ ພານຸວົງ ຄູຝຶກຈາກສະຫະພັນຢູໂດແຫ່ງຊາດ ສາຍດຳ 4 ດັ້ງ, ທ່ານ ກັນຍາເພັດ ພັນດານຸວົງ ຄູຝຶກຈາກສະຫະພັນຢູໂດແຫ່ງຊາດ ສາຍດຳ 4 ດັ້ງ ແລະ ມີນັກກິລາສອບເສັງຈຳນວນ 5 ທ່ານ (ສອບເສັງ ເສັງຂຶ້ນ 2 ດັ້ງ 1 ທ່ານ ແລະ 1 ດັ້ງ 4 ທ່ານ ຍິງ 1 ທ່ານ) ຈາກ 3 ສະໂມສອນຄື: ສະໂມສອນຢູໂດສະຫວັນນະເຂດ, ສະໂມສອນຢູໂດວຽງຈັນ ແລະ ສະໂມສອນຢູໂດກອງທັບ
ສ່ວນຜົນການສອບເສັງຈະແຈ້ງໃຫ້ຊາບຕາມພາຍຫລັງ

ພາບ: ແມັກນຳ ແລະ ຕຸກກີ້
ຂ່າວ: ນ້ຳສອງສີ

16/01/2026

Judoooo! 🥰🥋🥋❤️

ຢ່າລືມເດີ້ ມື້ແລງເຮົາມີນັດກັນ ເສັງສາຍດຳ ປະຈຳປີ
16/01/2026

ຢ່າລືມເດີ້ ມື້ແລງເຮົາມີນັດກັນ ເສັງສາຍດຳ ປະຈຳປີ

ແຈ້ງຂ່າວມໍລະນະກຳສະຫະພັນກິລາຢູໂດແຫ່ງຊາດລາວ ຂໍແຈ້ງຂ່າວມາຍັງທ່ານຊາບວ່າ ທ່ານ ຄຳໃສ ພົມມະວິຫານ ເຊິ່ງເປັນພໍ່ຂອງ ນາງ ສີປະໄພ ພົມມ...
08/01/2026

ແຈ້ງຂ່າວມໍລະນະກຳ
ສະຫະພັນກິລາຢູໂດແຫ່ງຊາດລາວ ຂໍແຈ້ງຂ່າວມາຍັງທ່ານຊາບວ່າ ທ່ານ ຄຳໃສ ພົມມະວິຫານ ເຊິ່ງເປັນພໍ່ຂອງ ນາງ ສີປະໄພ ພົມມະວິຫານ ອະດີດນັກກິລາຢູໂດທີມຊາດລາວ ໄດ້ເຖິງແກ່ມໍລະນະກຳແລ້ວ
ສົບໄດ້ບຳເພັນກຸສົນທີ່ເຮືອນຂອງຜູ້ກ່ຽວເອງ ບ້ານໂພນໄຊ ເມືອງໄຊເສດຖາ ນະຄອນຫລວງວຽງຈັນ
ວັນຊາປະນະກິດສົບ ຈະໄດ້ຈັດຂຶ້ນວັນທີ 9/1/2026 ທີ່ວັດ ທາດຝຸ່ນ
ມື້ຫ້າງຫາກະກຽມ ວັນທີ 10/1/2026
ມື້ຕັກບາດ ຖະຫວາຍສັງຄະທານ ວັນທີ 11/1/2026
ດັ່ງນັ້ນຈຶ່ງແຈ້ງມາຍັງບັນດາທ່ານເພື່ອຮັບຊາບ
ສ່ວນທ່ານໃດທີ່ບໍ່ສະດວກໄປອົບອຸ່ນ ສາດມາດຮ່ວມກິນທານໄດ້ຕາມ QR ໃນຮູບ

ແຈ້ງການສອບເສັງສາຍດຳ ປະຈຳປີ 2026 ຂອງສະຫະພັນກິລາຢູໂດແຫ່ງຊາດລາວລາຍລະອຽດຕາມແຈ້ງການ ແລະ ຟອມຕາມລິ້ງລຸ່ມນີ້https://forms.gle/mW...
06/01/2026

ແຈ້ງການສອບເສັງສາຍດຳ ປະຈຳປີ 2026 ຂອງສະຫະພັນກິລາຢູໂດແຫ່ງຊາດລາວ
ລາຍລະອຽດຕາມແຈ້ງການ ແລະ ຟອມຕາມລິ້ງລຸ່ມນີ້
https://forms.gle/mW3wZvN8UC5fMcFi6
ສອບຖາມໂທ: 02029448196 ອຈ. ພອນວັນ

ຜົນການແຂ່ງຂັນກິລາຢູໂດ ໃນການເຂົ້າຮ່ວມການແຂ່ງຂັນກິລາຊີເກມ ຄັ້ງທີ 33 ປີ 2025 ທີ່ປະເທດໄທ ເປັນເຈົ້າພາບມື້ທຳອິດ ວັນທີ 11/12/20...
11/12/2025

ຜົນການແຂ່ງຂັນກິລາຢູໂດ ໃນການເຂົ້າຮ່ວມການແຂ່ງຂັນກິລາຊີເກມ ຄັ້ງທີ 33 ປີ 2025 ທີ່ປະເທດໄທ ເປັນເຈົ້າພາບ
ມື້ທຳອິດ ວັນທີ 11/12/2025
ນັກກິລາຢູໂດທີມຊາດລາວ ໄດ້ມາ 2 ຫຼຽນທອງ
ຈາກປະເພດ
Ju No Kata ນາງ ມະຍຸລີ ພານຸວົງ
ຄູ່ກັບ ນາງ ພອນວັນ ສີອຳພອນ
ແລະ Nage No kata ທ້າວ ເດດສຸວັນ ວົງສະຫວັນຄຳ ຄູ່ກັບ ທ້າວ ຄຳສີ ຄູນນີວາດ

#ນ້ຳສອງສີ

Address

Khoun Boulom
Vientiane

Opening Hours

Monday 06:00 - 20:30
Tuesday 06:00 - 20:30
Wednesday 06:00 - 20:30
Thursday 06:00 - 20:30
Friday 06:00 - 20:30
Saturday 06:00 - 20:30
Sunday 06:00 - 20:30

Telephone

+8562022233546

Website

Alerts

Be the first to know and let us send you an email when Lao Judo Federation posts news and promotions. Your email address will not be used for any other purpose, and you can unsubscribe at any time.

Share