27/08/2026
🇱🇦 ແຈ້ງການຢ່າງເປັນທາງການ
ເປີດລະດູການຟລໍບອນ 2026–2027
English below
ສະຫະພັນກິລາຟລໍບອນແຫ່ງຊາດລາວ ມີຄວາມຍິນດີປະກາດເປີດລະດູການຟລໍບອນ 2026–2027 ຢ່າງເປັນທາງການ.
ຂະນະນີ້ ໄດ້ເປີດຮັບການລົງທະບຽນສຳລັບສະໂມສອນຟລໍບອນ ແລະ ສະມາຊິກລາຍບຸກຄົນແລ້ວ. ຜູ້ສົນໃຈສາມາດສະໝັກໄດ້ຕະຫຼອດລະດູການ.
ລະດູການໃໝ່ນີ້ ຈະມີການເຝິກຊ້ອມເປັນປະຈຳ, ການພັດທະນານັກກິລາ ແລະ ສະໂມສອນ, ການແຂ່ງຂັນລາຍການຕ່າງໆ ພ້ອມທັງໂອກາດໃໝ່ໆໃນການເຂົ້າຮ່ວມແຂ່ງຂັນ.
ນອກຈາກນີ້ ຍັງເປັນການເລີ່ມຕົ້ນໂຄງການ “ເສັ້ນທາງສູ່ມາເລເຊຍ 2027” ເຊິ່ງນັກກິລາທີ່ມີຄວາມມຸ່ງໝັ້ນ ຈະໄດ້ຮັບໂອກາດເຝິກຊ້ອມ ແລະ ແຂ່ງຂັນເພື່ອຄັດເລືອກເປັນຕົວແທນທີມຊາດລາວ ເຂົ້າຮ່ວມກິລາຊີເກມ 2027 ທີ່ປະເທດມາເລເຊຍ.
ພວກເຮົາຍິນດີຕ້ອນຮັບທັງນັກກິລາທີ່ມີປະສົບການ, ນັກກິລາຈາກກິລາປະເພດອື່ນ ແລະ ຜູ້ຫຼິ້ນໜ້າໃໝ່ທີ່ບໍ່ເຄີຍຫຼິ້ນຟລໍບອນມາກ່ອນ.
ບໍ່ວ່າເປົ້າໝາຍຂອງທ່ານຈະແມ່ນການຫຼິ້ນເພື່ອຄວາມມ່ວນຊື່ນ, ສຸຂະພາບແຂງແຮງ, ການແຂ່ງຂັນ ຫຼື ການເປັນຕົວແທນປະເທດລາວໃນລະດັບນານາຊາດ—ກິລາຟລໍບອນລາວມີບ່ອນສຳລັບທ່ານ.
🏫 ຄຳເຊີນພິເສດສຳລັບໂຮງຮຽນ
ຂໍເຊີນຊວນບັນດາໂຮງຮຽນເຂົ້າຮ່ວມແນະນຳກິລາຟລໍບອນໃຫ້ແກ່ນັກຮຽນ ແລະ ເຂົ້າຮ່ວມໂຄງການຟລໍບອນໃນໂຮງຮຽນຂອງສະຫະພັນກິລາຟລໍບອນແຫ່ງຊາດລາວ.
ຟລໍບອນເປັນກິລາປະເພດທີມທີ່ຫຼິ້ນໄວ, ເຂົ້າເຖິງໄດ້ງ່າຍ ແລະ ເໝາະສຳລັບທັງນັກຮຽນຊາຍ ແລະ ນັກຮຽນຍິງ.
ໂຮງຮຽນທີ່ສົນໃຈເລີ່ມກິດຈະກຳຟລໍບອນ, ຈັດກິດຈະກຳແນະນຳກິລາ ຫຼື ຕ້ອງການຮັບຂໍ້ມູນເພີ່ມເຕີມ ສາມາດຕິດຕໍ່ຫາສະຫະພັນໄດ້.
ຂໍເຊີນຊວນສະໂມສອນ, ໂຮງຮຽນ, ນັກກິລາ ແລະ ຜູ້ສົນໃຈທຸກຄົນ ມາຮ່ວມກັນພັດທະນານັກກິລາລຸ້ນໃໝ່ ແລະ ສ້າງອະນາຄົດຂອງກິລາຟລໍບອນໃນປະເທດລາວ.
ຍິນດີຕ້ອນຮັບສູ່ລະດູການ 2026–2027.
ມາຮ່ວມເປັນສ່ວນໜຶ່ງຂອງການເຕີບໂຕຂອງກິລາໃໝ່ໃນປະເທດລາວ! 🇱🇦
ສຳລັບການລົງທະບຽນ ແລະ ສອບຖາມຂໍ້ມູນ:
Emanuel Lakongseng
WhatsApp: 020 2251 3337
Email: [email protected]
ອອກໂດຍ
ສະຫະພັນກິລາຟລໍບອນແຫ່ງຊາດລາວ
🇱🇦 OFFICIAL ANNOUNCEMENT
2026–2027 FLOORBALL SEASON
The Lao Floorball Federation is pleased to announce the opening of the 2026–2027 floorball season.
Registration is now open for floorball clubs and individual members. Applications may be submitted at any time during the season.
The new season will bring regular training, player and club development, upcoming tournaments, and new opportunities to compete. It also marks the beginning of our Road to Malaysia 2027 programme, through which committed athletes can train and compete for selection to represent the Lao National Team at the 2027 Southeast Asian Games.
We welcome experienced players, athletes from other sports, and complete beginners. Whether your goal is recreation, fitness, competition, or representing Laos internationally, there is a place for you in Laos’ growing floorball movement.
🏫 SPECIAL INVITATION TO SCHOOLS
Schools are warmly invited to introduce floorball to their students and participate in the Lao Floorball Federation’s school floorball programme.
Floorball is a fast, accessible, and inclusive team sport suitable for both boys and girls. Schools interested in starting activities, arranging an introductory session, or learning more about the programme are encouraged to contact the Federation.
Clubs, schools, athletes, and supporters—join us as we develop a new generation of players and build the future of floorball in Laos.
Welcome to the 2026–2027 season.
Welcome to Laos’ new sport movement. 🇱🇦
For registration and further information:
Emanuel Lakongseng
WhatsApp: 020 2251 3337
Email: [email protected]
Issued by
Lao Floorball Federation