LKCoaching ການແລ່ນເຮັດໃຫ້ໂລກຂອງເຮົາກວ້າງອອກໄປ ແລ່ນແລ້ວອາລົມດີ~ແລ່ນແລ້ວ​ສຸຂະພາບ​ແຂງແຮງ​ກັນທົ່ວຫນ້າ

28/04/2026

ແລ່ນແລ້ວເຈັບ!

23/04/2026

ແລ່ນແລ້ວບໍ່ຈ່ອຍ?

07/04/2026

ກ້າມເນື້ອທີ່ເຮັດວຽກຕະລອດເວລາແລ່ນ
ແຕ່ມີຫຼາຍຄົນທີີ່ຍັງບໍ່ຮູ້ ເປັນສາເຫດທີ່ເຮັດໃຫ້ເກີດອາການບາດເຈັບ

🎉 ຈົບລົງຢ່າງສວຍງາມ! ງານແບ່ງປັນເຕັກນິກການແລ່ນລະດັບມືອາຊີບ ໂດຍຜູ້ຊ່ຽວຊານຈາກປະເທດໄທ 🏃‍♂️🏃‍♀️ຜ່ານໄປແລ້ວສຳລັບກິດຈະກຳສຸດພິເສດທ...
05/04/2026

🎉 ຈົບລົງຢ່າງສວຍງາມ! ງານແບ່ງປັນເຕັກນິກການແລ່ນລະດັບມືອາຊີບ ໂດຍຜູ້ຊ່ຽວຊານຈາກປະເທດໄທ 🏃‍♂️🏃‍♀️
ຜ່ານໄປແລ້ວສຳລັບກິດຈະກຳສຸດພິເສດທີ່ເຮັດໃຫ້ນັກແລ່ນທັງ 20 ທ່ານ ໄດ້ທັງຄວາມຮູ້ ແລະ ເຕັກນິກແບບຈັດເຕັມ! ງານນີ້ເຮົາໄດ້ຮັບກຽດຈາກຄູຝຶກແລ່ນໄລຍະໄກ ແລະ ຜູ້ຊ່ຽວຊານດ້ານການເຄື່ອນໄຫວໂດຍກົງຈາກປະເທດໄທ ທີ່ມາຖ່າຍທອດປະສົບການແບບໃກ້ຊິດ.
ບັນຍາກາດໃນງານແມ່ນເຕັມໄປດ້ວຍຄວາມມ່ວນຊື່ນ ແລະ ສາລະຄວາມຮູ້ທີ່ຫາໄດ້ຍາກ ເຊິ່ງຜູ້ເຂົ້າຮ່ວມໄດ້ຮຽນຮູ້ໃນ 4 ຫົວຂໍ້ຫຼັກຄື:
✅ 1. ການຝຶກຊ້ອມ (Training): ຈັດເຕັມເລື່ອງຫຼັກການຝຶກຊ້ອມ ແລະ ການວັດຄ່າຕ່າງໆ ສຳລັບການແລ່ນໄລຍະໄກ ພ້ອມມາດຕະຖານຄວາມປອດໄພຈາກ World Athletics ທີ່ໃຊ້ໄດ້ທັງເດັກນ້ອຍ ແລະ ຜູ້ສູງອາຍຸ.
✅ 2. ຮຽນຮູ້ການເປັນໂຄ້ດ (Coaching): ເປີດໂລກການເປັນຄູຝຶກແບບມືອາຊີບ ຕາມຫຼັກສູດສາກົນ.
✅ 3. ເຕັກນິກແລ່ນໄລຍະໄກ: ເຈາະເລິກວິທີການແລ່ນຕັ້ງແຕ່ 5 ກິໂລແມັດ ໄປຈົນຮອດລະດັບ Ultra Marathon.
✅ 4. ເຕັກນິກການ Recovery: ວິທີການຟື້ນຟູຮ່າງກາຍໃຫ້ກັບມາແຂງແຮງໄວກວ່າເກົ່າ ຈາກຄຳແນະນຳຂອງຜູ້ຊ່ຽວຊານ.
ຂອບໃຈນັກແລ່ນທັງ 20 ທ່ານ ທີ່ມາຮ່ວມສ້າງປະສົບການດີໆນຳກັນໃນຄັ້ງນີ້. ເຖິງວ່າບ່ອນນັ່ງຊິມີຈຳກັດ ແຕ່ຄວາມຮູ້ທີ່ທຸກຄົນໄດ້ຮັບໄປນັ້ນບອກເລີຍວ່າ "ເກີນຄຸ້ມ"!
ໃຜທີ່ພາດໂອກາດນີ້ໄປ ກໍຢ່າຟ້າວເສຍໃຈ... ກົດຕິດຕາມເພຈຂອງພວກເຮົາໄວ້ເດີ້ ເພື່ອບໍ່ໃຫ້ພາດກິດຈະກຳດີໆໃນຄັ້ງຕໍ່ໄປ! 👟🔥
ຂອບໃຈສະຖານທີ່: National Olympic Committee of Laos - NOCL


#ນັກແລ່ນລາວ #ສຸຂະພາບ #ແລ່ນໄລຍະໄກ

02/04/2026

ຮັກສຸຂະພາບແບບຖືກວິທີເດີ້ທຸກຄົນ😷🥰

🎉ຂ່າວດີສຳລັບ ຄົນຮັກການແລ່ນ🏃‍♂️🏃‍♀️ ພວກເຮົາມີໂອກາດພິເສດ ສຳລັບນັກແລ່ນທຸກທ່ານ 🎉ຄູຝຶກແລ່ນໄກສະເພາະ ແລະ ຊ່ຽວຊານດ້ານການເຄື່ອນໄຫ...
30/03/2026

🎉ຂ່າວດີສຳລັບ ຄົນຮັກການແລ່ນ🏃‍♂️🏃‍♀️

ພວກເຮົາມີໂອກາດພິເສດ ສຳລັບນັກແລ່ນທຸກທ່ານ 🎉
ຄູຝຶກແລ່ນໄກສະເພາະ ແລະ ຊ່ຽວຊານດ້ານການເຄື່ອນໄຫວ ຈາກປະເທດໄທ ເພີ່ນຈະມາຮ່ວມແບ່ງປັນຄວາມຮູ້ ໃນ 4 ຫົວຂໍ້ຫຼັກ ດັ່ງນີ້:

1️⃣ ການຝຶກຊ້ອມ (Training)
- ຫຼັກການຝຶກຊ້ອມຕ່າງໆ
- ການວັດຄ່າສຳລັບການແລ່ນໄລຍະໄກ
- ການປ້ອງກັນຄວາມປອດໄພ ສຳລັບນັກກິລາເດັກນ້ອຍ, ຜູ້ໃຫຍ່ ແລະ ຜູ້ສູງອາຍຸ (ຕາມມາດຕະຖານ World Athletics)

2️⃣ ຮຽນຮູ້ເພື່ອເປັນໂຄ໊ຊ (Coaching)
- ຮຽນຮູ້ວິທີເປັນໂຄ້ດ ຕາມຫຼັກສູດ World Athletics

3️⃣ ເຕັກນິກການຝຶກຊ້ອມແລ່ນໄລຍະໄກ
5km up to ultra marathon

4️⃣ ເຕັກນິກການ Recovery

- ເຕັກນິກຈາກຜູ້ຊ່ຽວຊານໂດຍກົງ

⚠️ ມີບ່ອນຫວ່າງພຽງ 20 ບ່ອນເທົ່ານັ້ນ
ຢ່າພາດໂອກາດນີ້ — ສະໝັກດ່ວນກ່ອນທີ່ຈະເຕັມ! 🔥

ສະໝັກຜ່ານລິ້ງນີ້ເລີຍ👇
https://docs.google.com/forms/d/e/1FAIpQLSdDoeokm_hGFhki6eqMGIT3clWHG7KLvbVvz_ED73raG-6j9g/viewform

ພົບກັນວັນເສົາ ທີ 4 ເມສາ ນີ້!

28/03/2026

ຮອບຂາຕ່າງກັນບໍ່ ລະຫວ່າງນັກແລ່ນໄລຍະໃກ້ ແລະ ໄລຍະໄກ

13/03/2026

Off Season ແບບໃດບໍ່ໃຫ້ຄວາມຟິດຫາຍ

09/03/2026

ເຮົາຢາກໃຫ້ລູກເພຈໄດ້ຟັງ🥰

27/02/2026

ຂາດບໍ່ໄດ້ແທ້ໆ item ນິ😉🏃💨

Address

Vientiane
01000

Telephone

+8562091272918

Website

Alerts

Be the first to know and let us send you an email when LKCoaching posts news and promotions. Your email address will not be used for any other purpose, and you can unsubscribe at any time.

Share

Category