29/10/2023
ຂໍສະແດງຄວາມຮູ້ບຸນຄຸນເປັນຢ່າງສູງ ມາຍັງທຸກພາກສ່ວນ ໂດຍສະເພາະຜູ້ໃຫ້ການສະໜັບສະໜູນຈາກບໍລິສັດ ລັດວິສາຫະກິດ ລາວໂທລະຄົມມະນາຄົມ ທີ່ຊ່ວຍຍິງສັນຍານໃນການໄລ໌ສົດການແຂ່ງຂັນຄັ້ງນີ້ ຜ່ານເພຈຂອງພວກເຮົາ ໃນທຸກໆນັດການແຂ່ງຂັນ ຕະຫຼອດຮອດພາກສ່ວນອື່ນໆ ຊຶ່ງໄດ້ສ້າງໂອກາດສົ່ງເສີມເຍົາວະຊົນລາວ ໄດ້ມີໂອກາດພັດທະນາຕົນເອງ ເພື່ອກ້າວສູ່ຄວາມໄຝ່ຝັນຄວາມເປັນຈິງ.
ສະນັ້ນ ຄະນະຮັບຜິດຊອບຈັດການແຂ່ງຂັນ Radar Super Cup
ຕ້ອງຂໍສະແດງຄວາມຂອບໃຈເປັນຢ່າງສູງມາຍັງປະທານສະໂມສອນຕ່າງໆ, ຜູ້ປົກຄອງນັກກິລາທຸກໆທ່ານ, ກຳມະການຕັດສິນຕະຫຼອດຮອດເຖິງຄູຝຶກ ແລະ ນ້ອງໆນັກກິລາທຸກໆຮຸ່ນ ທີ່ໄດ້ປະກອບສ່ວນ ແລະ ມີສ່ວນຮ່ວມໃນການພັດທະນາສົ່ງເສີມນັກກິລາເຍົາວະຊົນຮຸ່ນສືບທອດຈາກຮຸ່ນສູ່ຮຸ່ນໃຫ້ກ້າວຂຶ້ນຢ່າງບໍ່ຢຸດຢັ້ງ ພ້ອມທັງເປັນການຈຸດປະກາຍຄວາມຫວັງຂອງນັກກິລາ ສາມາດສ້າງໄດ້ນັກກິລາທີ່ມີພອນສະຫວັນ, ມີເຕັກນິກທີ່ສູງເດັ່ນເພື່ອຕໍ່ຍອດກ້າວໄປສູ່ການແຂ່ງຂັນໃນລີກອາຊີບ ແລະ ໄດ້ຕິດທີມຊາດລາວໃນອະນາຄົດຕໍ່ໄປ.