One chill Chill

Call

One chill Chill 📸🇹🇭 🇨🇳🇲🇾🇻🇳🇲🇲🇳🇵🇸🇦🇰🇭🇸🇬

ຄືນນີ້ມີເຮ່... ຕາມນິເລີຍ🔥🔥🔥🔥😅
03/11/2026

ຄືນນີ້ມີເຮ່... ຕາມນິເລີຍ🔥🔥🔥🔥😅

03/11/2026

ເຈີກັນຄັຣ⚽

ປິເຕີ້ ພັນທະວົງ ຟອມໂຫດ🔥 ຫາກໍ່ເຊົາເຈັບກັບມາ ລົງສະໜາມພຽງສອງເກມ ໃຫ້ສະໂມສອນ ເອສະຣາ ຍິງໄດ້ 5 ປະຕູ  ⚽️ #ປະຈຸບັນສະໂມສອນ ເອສະຣາ ...
03/11/2026

ປິເຕີ້ ພັນທະວົງ ຟອມໂຫດ🔥 ຫາກໍ່ເຊົາເຈັບກັບມາ ລົງສະໜາມພຽງສອງເກມ ໃຫ້ສະໂມສອນ ເອສະຣາ ຍິງໄດ້ 5 ປະຕູ ⚽️

#ປະຈຸບັນສະໂມສອນ ເອສະຣາ ເເຊ້ມເກົ່າເເຂ່ງຂັນໄປ 4ນັດໃນລີກ ຊະນະ3 ສະເຫມີ 1 ມີ 10ຄະເເນນ ຢູ່ໃນເສັ້ນທາງປ້ອງກັນເເຊ້ມຕໍ່ໄປ
#ການແຂ່ງຂັນບານເຕະ ເປບຊີ ລາວລີກ 1 ລະດູການ 2026/27

⚽️ ຕາຕະລາງການແຂ່ງຂັນກິລາບານເຕະ ຮອບແບ່ງກຸ່ມ ຊິງຂັນທ່ານປະທານສູນກາງແນວລາວສ້າງຊາດ ປະຈຳປີ 2026 ວັນທີ 04 ພະຈິກ 2026ເວລາ 09:00 ...
03/11/2026

⚽️ ຕາຕະລາງການແຂ່ງຂັນກິລາບານເຕະ ຮອບແບ່ງກຸ່ມ
ຊິງຂັນທ່ານປະທານສູນກາງແນວລາວສ້າງຊາດ ປະຈຳປີ 2026 ວັນທີ 04 ພະຈິກ 2026

ເວລາ 09:00 (Group A)
ກະຊວງ ປ້ອງກັນປະເທດ VS ອົງການກວດສອບແຫ່ງຊາດ

ເວລາ 14:00 (Group
ສະພາແຫ່ງຊາດ VS ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ

ເວລາ 16:00 (Group C)
ກະຊວງ ສາທາລະນະສຸກ VS ກະຊວງ ຍຸຕິທຳ

🏟️ ສະໜາມກິລາລ້ານຊ້າງສະເຕດ້ຽມ ບ້ານ ໜອງໄຮ, ເມືອງ ຫາດຊາຍຟອງ, ນະຄອນຫຼວງວຽງຈັນ
🎥 ຮັບຊົມການຖ່າຍທອດສົດໄດ້ທີ່: page : Lao Youth Union Cup
ເຂົ້າມາຮ່ວມເຊຍຢູ່ສະໜາມ ຫຼື ເຊຍຜ່ານທາງອອນລາຍໄດ້ເລີຍ!












#ຂັນຊາວໜຸ່ມ #ກິລາບານເຕະ
#ກິລາບານເຕະ #ຊີງຂັນປະທາສູນກາງແນວລາວສ້າງຊາດ

⚽ ຜົນການແຂ່ງຂັນກິລາບານເຕະ ຊີງຂັນທ່ານປະທານສູນກາງແນວລາວສ້າງຊາດ ປະຈຳປີ 2026 🏆ວັນທີ 03 ພະຈິກ 2026Group [ A ]ສູນກາງແນວລາວສ້າງ...
03/11/2026

⚽ ຜົນການແຂ່ງຂັນກິລາບານເຕະ ຊີງຂັນທ່ານປະທານສູນກາງແນວລາວສ້າງຊາດ ປະຈຳປີ 2026 🏆
ວັນທີ 03 ພະຈິກ 2026
Group [ A ]
ສູນກາງແນວລາວສ້າງຊາດ 0 - 7 ກະຊວງ ໂຍທາທິການ ແລະ ຂົນສົ່ງ
Group [ B ]
ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ 2 - 2 ອົງການໄອຍະການປະຊາຊົນສູງສຸດ
Group [ C ]
ກະຊວງ ເຕັກໂນໂລຊີ ແລະ ການສື່ສານ 3 - 0 ກະຊວງ ການຕ່າງປະເທ
ຮ່ວມສົ່ງແຮງໃຈເຊຍ ແລະ ຕິດຕາມກຳລັງໃຈໃຫ້ທຸກທີມໃນນັດຕໍ່ໆໄປນຳກັນເລີຍ! 🙌⚽












#ຂັນຊາວໜຸ່ມ #ກິລາບານເຕະ
#ກິລາບານເຕະ #ຊີງຂັນປະທາສູນກາງແນວລາວສ້າງຊາດ

ຫຼານນ້ອຍສະໂມສອນ ບານເຕະ ເບ ສະຫວັນ ເອັບຊ ແຊ໋ມບານເຕະຊີງແຊ໋ມນາໆຊາດ ລາຍການ Singacup 2026 ທີ່ປະເທດສິງກະໂປ ໄດ້ເດີນທາງຮອດບ້ານເກີ...
03/11/2026

ຫຼານນ້ອຍສະໂມສອນ ບານເຕະ ເບ ສະຫວັນ ເອັບຊ ແຊ໋ມບານເຕະຊີງແຊ໋ມນາໆຊາດ ລາຍການ Singacup 2026 ທີ່ປະເທດສິງກະໂປ ໄດ້ເດີນທາງຮອດບ້ານເກີດເມືອງນອນດ້ວຍຄວາມສະຫວັດດີພາບແລ້ວ ໃນຕແລງມື້ນີ້ 3 ພະຈິກ 2026 ນຳໂດຍທ່ານ ບຸນມີ ຫຼ່ຽມໄຊຍະຈັກ ປະທານສະໂມສອນ ເບ ສະຫວັນ ເອັບຊີ, ຮອງປະທານສະຫະພັນບານເຕະ ນະຄອນຫຼວງວຽງຈັນ ທັງເປັນປະທານສະຫະພັນບານເຕະຄົນພິການຕາແຫ່ງຊາດລາວ.

ຊຶ່ງບັນຍາກາດ ການຕ້ອນຮັບສະໂມສອນ ເບສະຫວັນ ໂດຍໃຫ້ກຽດຕ້ອນຮັບຢ່າງອົບອຸ່ນ ແລະ ສົມກຽດ ທີ່ອານຸສາວະລີ ປະຕູໄຊ ໂດຍທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ຮອງປະທານຄະນະກຳມະການໂອແລມປິກແຫ່ງຊາດລາວ ແລະ ທັງເປັນປະທານຄະນະກຳມະການພາຣາແລມປິກແຫ່ງຊາດລາວ ແລະ ທ່ານ ປອ. ນາງ ວິໄລວອນ ຈັນທະລາຕີ ຮອງຄະນະກໍາມະການປົກຄອງ ນະຄອນຫຼວງວຽງຈັນ.

ສ່ວນທີ່ສະໜາມບິນສາກົນວັດໄຕ ກໍມີທ່ານ ວິລະວັນ ບຸນສຸກໄທ ຫົວໜ້າກົມກິລາມວນຊົນ, ພະລະ ແລະ ສິລະປະສຶກສາ ແລະ ທ່ານ ບຸນມາ ທຳມະວົງ ຮອງຫົວໜ້າກົມກິລາລະດັບສູງ ໃຫ້ກຽຕ້ອນຮັບຢ່າງສົມກຽດ

03/11/2026

3/11/2026⚽🇱🇦🏆🥇 ໃນຕອນຄຳຄະນະທີມງານເບສະຫວັນຊຸດເເຊ້ມ ບານເຕະເຍົາວະຊົນນາໆຊາດ SingaCup - Asia's Premier International Youth Football Tournament ທີ່ປະເທດສິງກະໂປ🇸🇬 ໄດ້ເດີ່ນທາງກັບຮອດນະຄອນຫລວງວຽງຈັນເປັນທີຮຽບຮ້ອຍເເລະໄດ້ຮັບການຕ້ອນຮັບຍາງອົບອຸ່ນ

⚽️ ພິທີເປີດຢ່າງເປັນທາງການ ການແຂ່ງຂັນກິລາບານເຕະ ຊີງຂັນທ່ານປະທານສູນກາງແນວລາວສ້າງຊາດ ປະຈຳປີ 2026 🏆ໃນວັນທີ 2 ພະຈິກ 2026 ທີ່ ...
03/11/2026

⚽️ ພິທີເປີດຢ່າງເປັນທາງການ ການແຂ່ງຂັນກິລາບານເຕະ ຊີງຂັນທ່ານປະທານສູນກາງແນວລາວສ້າງຊາດ ປະຈຳປີ 2026 🏆

ໃນວັນທີ 2 ພະຈິກ 2026 ທີ່ ສະໝາມກິລາລ້ານຊ້າງສະເຕດ້ຽມ, ໄດ້ມີພິທີເປີດການແຂ່ງຂັນກິລາບານເຕະ ຊີງຂັນທ່ານປະທານສູນກາງແນວລາວສ້າງຊາດ ປະຈຳປີ 2026 ຢ່າງເປັນທາງການ.

🎉 ໂດຍການເປັນປະທານຂອງ ທ່ານ ທອງລີ ສີສຸລິດ, ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ.

✨ ໃຫ້ກຽດເຂົ້າຮ່ວມໃນພິທີໂດຍ:
• ທ່ານ ມອນໄຊ ລາວມົວຊົ່ງ, ຮອງປະທານສະພາແຫ່ງຊາດ
• ທ່ານ ສຸລິປັນຍາ ຣາຊສົມບັດ, ຮອງປະທານສູນກາງແນວລາວສ້າງຊາດ
• ທ່ານ ສຸລິຍາ ແກ້ວພິລາວົງ, ຮອງເລຂາຄະນະບໍລິຫານງານ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ

ພ້ອມນີ້, ຍັງມີບັນດາຄະນະການນຳພັກ-ລັດ, ຄະນະກົມ, ຮອງກົມ, ພະນັກງານ-ລັດຖະກອນ ແລະ ຊາວໜຸ່ມອ້ອມຂ້າງກະຊວງ/ຂະແໜງການ ເຂົ້າຮ່ວມຢ່າງພ້ອມພຽງ ແລະ ອົບອຸ່ນ.
🔥 ການແຂ່ງຂັນໃນຄັ້ງນີ້ຈັດຂຶ້ນເພື່ອສົ່ງເສີມຄວາມສາມັກຄີ, ສຸຂະພາບພະລານາໄມທີ່ສົມບູນ, ແລະ ສ້າງບັນຍາກາດຟົດຟື້ນໃຫ້ກັບຂະບວນການຊາວໜຸ່ມ.
ຂໍເຊີນຊວນທຸກທ່ານຮ່ວມສົ່ງແຮງເຊຍ ແລະ ແຮງໃຈໃຫ້ກັບທຸກໆທີມນັກກິລາ! 💪⚡️


#ຮຸ່ງອາລຸນຂົນສົ່ງດ່ວນ # BlueGrass

02/11/2026

ໄປວູນງານເພີ່ນອີກເເຍ້ວ🔥
ປີເຕ້ເເສງ+ພີ່ບູ້ຍ

Address

Vientiane

Telephone

+8562059979665

Website

Alerts

Be the first to know and let us send you an email when One chill Chill posts news and promotions. Your email address will not be used for any other purpose, and you can unsubscribe at any time.

Shortcuts

Share