26/02/2020
ຢູນິເທວ ແລະ ໄປສະນີ ນວ ຊຸກຍູ້ທັບນັກກິລາເທັນນິດ ນວ ຮ່ວມລ່າຫຼຽນຄຳ ຊຽງຂວາງ ເກມ 18 ລ້ານກີບ
ບໍລິສັດ ສະຕາຣໂທລະຄົມ ຈຳກັດ ຫຼື ຢູນິເທວ ແລະ ພະແນກໄປສະນີ ນະຄອນຫຼວງວຽງຈັນ (ນວ) ໃຫ້ການສະໜັບສະໜູນ 12 ທັບນັກກິລາ ເທັນນິດ ນະຄອນຫຼວງວຽງຈັນ ຈຳນວນ 18 ລ້ານກີບ ເພື່ອກຽມຄວາມພ້ອມເຂົ້າຮ່ວມລ່າຫຼຽນຄຳ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ Xl ຫຼື ຊຽງຂວາງ ເກມ ທີ່ແຂວງຊຽງຂວາງ ຮັບກຽດເປັນເຈົ້າພາບ ລະຫວ່າງວັນທີ 22 ມີນາ ຫາ 1 ເມສານີ້.
ພິທີມອບ-ຮັບການສະໜັບສະໜູນເງິນຈຳນວນດັ່ງກ່າວ ໄດ້ມີຂຶ້ນ ເມື່ອວັນທີ 25 ກຸມພາ ຜ່ານມາ ທີ່ສະໜາມກິລາເທັນນິດ ສະຫະພັນເທັນນິດ ນະຄອນຫຼວງ ເຂດບ້ານປາກທ້າງ ເມືອງສີໂຄດຕະບອງ ເປັນການກ່າວມອບຂອງທ່ານ ສີຄອນ ອ່ອນສີພັນລາ ຫົວໜ້າພະແນກໄປສະນີ ນະຄອນຫຼວງ ແລະ ທ່ານ ສົມດີ ອິນທະວົງ ອຳນວຍການລູກຄ້າ ບໍລິສັດ ສະຕາຣໂທລະຄົມ ຈຳກັດ ແລະ ຕາງໜ້າກ່າວຮັບແມ່ນ ທ່ານ ຕຸ້ຍ ບຸນທະລາ ປະທານສະຫະພັນເທັນນິດ ນະຄອນຫຼວງ ມີບັນດາຄະນະຄູຝຶກ, ນັກກິລາ ແລະ ສື່ມວນຊົນບາງຂະແໜງການເຂົ້າຮ່ວມເປັນສັກຂີພິຍານ.
ການແຂ່ງຂັນກິລາເທັນນິດ ຊຽງຂວາງ ເກມ 2020 ຈະມີການຊີງໄຊກັນທັງໝົດເຖິງ 7 ລາຍການ ປະກອບມີ: ປະເພດດ່ຽວຍິງ, ດ່ຽວຊາຍ, ທີມຄູ່ຍິງ, ທີມຄູ່ຊາຍ, ທີມຊຸດຍິງ, ທີມຊຸດຊາຍ ແລະ ທີມປະສົມ ໂດຍຄາດວ່າຈະມີຫຼາຍແຂວງສົ່ງເຂົ້າຮ່ວມແຂ່ງຂັນ ສະເພາະ ທັບນັກກິລາເທັນນິດ ນະຄອນຫຼວງ ແມ່ນຈະສົ່ງນັກກິລາ 12 ຄົນ ເຂົ້າຮ່ວມຊີງໄຊຄົບທຸກລາຍການ ພ້ອມທັງຕັ້ງເປົ້າຈະລ່າ 3 ຫຼຽນຄໍາ ຊຽງຂວາງ ເກມ.