22/08/2026
🥇🇱🇦 ຊົມເຊີຍ! ທ້າວ ໄຊຍະລາດ ສຸກສະຫວັດ ນັກກິລາດອກປີກໄກ່ທີມຊາດລາວ ຮຸ່ນອາຍຸບໍ່ເກີນ 23 ປີ (U-23) ຈາກສະໂມສອນ ກັບຕັນ ສາມາດຄວ້າໄດ້ຫລຽນຄຳ ໃນການແຂ່ງຂັນດອກປີກໄກ່ ເຍົາວະຊົນ-ໄວໜຸ່ມ ຊີງແຊ້ມອາຊຽນ 2026 (Badminton Asia Southeast Asia Regional Championships 2026) ທີ່ນະຄອນຫລວງພະນົມເປັນ ປະເທດກຳປູເຈຍ 🇰🇭 ໃນລະຫວ່າງວັນທີ 15–21 ສິງຫາ 2026.
ນັດຊີງຊະນະເລີດ ປະເພດຊາຍດ່ຽວ U23 ປີ ໄຊຍະລາດ ສຸກສະຫວັດ ມື 2 ຂອງລາຍການ ແຊງຊະນະ Nyan SHAINE LIN ມື 1 ຂອງລາຍການ ຈາກມຽນມາ ແບບຫວຸດວິດ 2-1 ເກມ: 7-15, 15-12, 20-18 ເປັນຫລຽນຄຳປະຫວັດສາດປະເພດຊາຍດ່ຽວຂອງດອກປີກໄກ່ລາວ ໃນລາຍການນີ້.
ກ່ອນໜ້ານີ້ ປີຜ່ານມາ ດອກປີກໄກ່ລາວ 🥇 ໄດ້ຫລຽນຄຳທຳອິດຈາກ ປະເພດຍິງດ່ຽວ 🇱🇦 ນາງ ພຸດສະຫວັນ ດາວປະສິດ ຮຸ່ນອາຍຸບໍ່ເກີນ 23 ປີ.
ສະຫຼຸບຜົນງານທີມຊາດລາວໃນການເຂົ້າຮ່ວມຂ່ງຂັນດອກປີກໄກ່ ເຍົາວະຊົນ-ໄວໜຸ່ມ ຊີງແຊ້ມອາຊຽນ
2026 (Badminton Asia Southeast Asia Regional Championships 2026)
🥇ອັນດັບທີ 1 ປະເພດຊາຍດ່ຽວລຸ້ນອາຍຸຕໍ່າກວ່າ 23 ປີ: ທ້າວ ໄຊຍະລາດ ສຸກສະຫວັດ
🥈ອັນດັບທີ 2 ປະເພດຊາຍຄູ່ລຸ້ນອາຍຸຕໍ່າກວ່າ 23 ປີ: ທ້າວ ໄຊຍະລາດ ສຸກສະຫວັດ ແລະ ທ້າວ ໄຊຍະສອນ ແກ້ວໄຊ
🥈ອັນດັບທີ 2 ປະເພດຍິງຄູ່ລຸ້ນອາຍຸຕໍ່າກວ່າ 19 ປີ: ນາງ ມຸທິຕາ ກິນນາວົງ ແລະ ນາງ ເມສາທິບ ດ້ວງເງິນ
🥈ອັນດັບທີ 2 ປະເພດຍິງຄູ່ລຸ້ນອາຍຸຕໍ່າກວ່າ 16 ປີ: ນາງ ອາລິສາ ສຸກສະຫວັດ ແລະ ນາງ ທິບມະນີ ບ່າວທະນົນ
- 🥉 ອັນດັບທີ 3 ປະເພດຊາຍຄູ່ລຸ້ນອາຍຸຕໍ່າກວ່າ 16 ປີ: ທ້າວ ອານາຈັກ ທະວີໄຊ ແລະ ທ້າວ ເພັດມັງກອນ ປາລົມ
- 🥉 ອັນດັບທີ 3 ປະເພດຄູ່ປະສົມລຸ້ນອາຍຸຕໍ່າກວ່າ 16 ປີ: ທ້າວ ອານາຈັກ ທະວີໄຊ ແລະ ນາງ ອາລິສາ ສຸກສະຫວັດ
- 🥉ອັນດັບທີ 3 ປະເພດຊາຍຄູ່ລຸ້ນອາຍຸຕໍ່າກວ່າ 19 ປີ: ທ້າວ ທອງປັນຍາ ສຸວັນມະນີ ແລະ ທ້າວ ອານຸວົງ ອຸລາລົມ
- 🥉ອັນດັບທີ 3 ປະເພດຊາຍດ່ຽວລຸ້ນອາຍຸຕໍ່າກວ່າ 19 ປີ: ທ້າວ ທອງປັນຍາ ສຸວັນມະນີ
- 🥉🥉ອັນດັບທີ 3 ປະເພດຍິງດ່ຽວລຸ້ນອາຍຸຕໍ່າກວ່າ 19 ປີ: ນາງ ມຸທິຕາ ກິນນາວົງ ແລະ ນາງ ເມສາທິບ ດ້ວງເງິນ