ສະຫະພັນກິລາບານເຕະຄົນພິການແຫ່ງຊາດ

ສະຫະພັນກິລາບານເຕະຄົນພິການແຫ່ງຊາດ ສະຫະພັນກິລາບານເຕະຄົນພິການແຫ່ງຊາດ ຫຼື Para Football Federation of Lao PDR ນອນໃນ ຄະນະກໍາມະການ ພາລາລີມປິກແຫ່ງຊາດ

ສະຫະພັນກິລາບານເຕະຄົນພິການແຫ່ງຊາດລາວ- ຂອບເຂດໜ້າວຽກ ແລະ ຄວາມຮັບພິຊອບຂອງຕໍາແໜ່ງ ຮອງປະທານສະຫະພັນຝ່າຍພົວພັນຕ່າງປະເທດ, ຫົວໜ້າຄ...
08/04/2022

ສະຫະພັນກິລາບານເຕະຄົນພິການແຫ່ງຊາດລາວ
- ຂອບເຂດໜ້າວຽກ ແລະ ຄວາມຮັບພິຊອບຂອງຕໍາແໜ່ງ ຮອງປະທານສະຫະພັນຝ່າຍພົວພັນຕ່າງປະເທດ, ຫົວໜ້າຄັງເງິນ ແລະ ຫົວໜ້າກວດກາ -
(ວັນທີ: 8 ເມສາ 2022)
I. ຄວາມເປັນມາ ແລະ ເປົ້າໝາຍຂອງສະຫະພັນ
ສະຫະພັນກິລາບານເຕະຄົນພິການແຫ່ງຊາດໄດ້ຖືກສ້າງຕັ້ງຂຶ້ນໂດຍຄະນະບໍລິຫານຊຸດທໍາອິດໃນວັນທີ 19 ເດືອນ ມີນາ 2021 ໂດຍໄດ້ຮັບການອະນຸມັດການສ້າງຕົ້ງຢ່າງເປັນທາງການໂດຍ ທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ ປະທານ ຄະນະກໍາມະການພາຣາແລມປິກແຫ່ງຊາດລາວ ການສ້າງຕັ້ງສະຫະພັນນີ້ ແມ່ນມີເປົ້າໝາຍເພື່ອຊ່ວຍເຫຼືອ ແລະ ສະແດງຄວາມເມດຕາຕໍ່ຜູ້ພິການໃຫ້ພວກເຂົາເຈົ້າມີຮູ້ສືກໃຊ້ຊິວິດປະຈໍາວັນໃນສັງຄົມໂດຍມີຄວາມໝາຍ ແລະ ມີຈຸດປະສົງ ກໍ່ຄືການໄດ້ມີໂອກາດຫຼີ້ນກິລາຂອງມວນຊົນ, ໄດ້ຝືກຊ້ອມແລະເຂົ້າຮ່ວມການແຂ່ງຂັນລາຍການຕ່າງໆຢູ່ພາຍໃນ ແລະ ຕ່າງປະເທດ ລວມໄປເຖີງການສ້າງປະຫວັດສາດໃໝ່, ການຍາດມາໄດ້ເຖີງກຽດ ແລະ ສັກສີຂອງຄົນພິການຈົນຮອດການສ້າງຊື່ສ່ຽງໃຫ້ແກ່ປະເທດຊາດໂດຍທີມນັກກິລາບານເຕະຂອງຄົນພິການຂອງ ສປປລາວ.

II. ພາລະກິດຂອງສະຫະພັນກິລາບານເຕະຄົນພິການແຫ່ງຊາດລາວ
1. ຈັດການຝຶກຊ້ອມແບບເປັນປະຈໍາໃຫ້ແກ່ບັນດານັກກິລາບານເຕະຄົນພິການທີ່ມີໃນປັດຈຸບັນ
2. ຈັດລາຍການແຂ່ງຂັນເພື່ອໃຫ້ສັງຄົມຮູ້ຈັກການຫຼີ້ນກິລາບານເຕະຂອງຄົນພິການສາຍຕາຫຼາຍຂຶ້ນ;
3. ຈັດຝຶກອົບຮົມກໍາມະການເດີ່ນ, ຜູ້ຊ່ວຍນັກກິລາຂ້າງເດີ່ນ ແລະ ຫຼັງປະຕູໂກນໃຫ້ມີຫຼາຍຂຶ້ນ;
4. ໂຄສະນາ ແລະ ພັນຂະຫຍາຍກິລາບານເຕະຄົນພິການໄປຫາບັນດາຕ່າງແຂວງ ແລະ ກໍ່ສ້າງໃຫ້ແຂວງນື່ງຢ່າງໜ້ອຍມີ 1 ສະໂມສອນ;
5. ຮ່ວມຈັດລາຍການແຂ່ງຂັນກິລາບານເຕາະຄົນພິການ ໃນງານມະຫາກໍາກິລາແຫ່ງຊາດນໍາບັນດາແຂວງເຈົ້າພາບ;
6. ກະກຽມ ແລະ ສົ່ງນັກກິລາໄປຮ່ວມງານການແຂ່ງຂັນກິລາເຕາະບານຄົນພິການໃນລະດັບຊີເກມ, ເອເຊຍເກມ, ພາຣາແລມປິກ ແລະ ລາຍການອື່ນໆຂອງສາກົນເພື່ອເກັບຄະແນນໃຫ້ນັກກິລາລາວ;
7. ສ້າງກອງທຶນເພື່ອພັດທະນານັກກິລາ, ສະໂມສອນ ແລະ ການຈັດການແຂ່ງຂັນກິລາບານເຕະຂອງຄົນພິການໃນລາວ ລວມການເຂົ້າຮ່ວມລາຍການແຂ່ງຂັນຂອງສາກົນ.

ເພື່ອໃຫ້ພາລະກິດດັ່ງກ່າວສາມາດບັນລຸໄດ້ສະຫະພັນຂອງພວກເຮົາຈື່ງປະກາດຊອກຫາຜູ້ມີຈິດອາສາ ແລະ ຄວາມເມຕາຕໍ່ນັກິລາເຕະບານຄົນພິການ 3 ຕໍາແໜ່ງ

III. ຕໍາແໜ່ງ: ຮອງປະທານສະຫະພັນຝ່າຍພົວພັນຕ່າງປະເທດ

ຄຸນະວຸດທິ: ລະດັບການສຶກສາຢ່າງຕໍາແມ່ນປະລິນຍາຕີສາຍບໍລິຫານທຸລະກິດ ຫຼື ໃກ້ຄຽງ, ມີປະສົບປະການເຮັດຕໍາແໜ່ງຜູ້ຈັດການມາກອນຢ່າງໜ້ອຍ 3 ປີ, ສາມາດນໍາໃຊ້ຄອມພິວເຕີ ແລະ ອີເມວເປັນຢ່າງດີ, ສາມາດສື່ສານພາສາອັງກິດໃນການສົນທະນາ ແລະ ການຂຽນເປັນຢ່າງດີ.

ໜ້າວຽກ:
1. ຄົ້ນຄ້ວາ ແລະ ນໍາສະເໜີແຜນການຮ່ວມມື ແລະ ຍາດແຍ່ງການຊ່ວຍເຫຼືອຈາກອົງການສາກົນພາຍໃນປະເທດ ແລະ ຕ່າງປະເທດ;
2. ພົວພັນການຮ່ວມມືນໍາອົງການສາກົນໃນລາວ ແລະ ຕ່າງປະເທດ;
3. ພົວພັນ, ລົງທະບຽນ ແລະ ຈັດສົ່ງນັກກິລາເຂົ້າຮ່ວມການແຂ່ງຂັນກິລາບານເຕະຄົນພິການນໍາສາກົນ;
4. ເຮັດບົດລາຍງານການຈັດຕັ້ງປະຕິບັດໂຄງການ ແລະ ກິດຈະກໍາຮ່ວມມືນໍາສາກົນ ລວມສະຫຼຸບການນໍາໃຊ້ທຶນການຊ່ວຍເຫຼືອຫຼ້າເປັນໄຕມາດ ແລະ ເປັນປີ.

ຄວາມຮັບພິຊອບ:
1. ປະຕິບັດຕາມໜ້າວຽກທີ່ກໍານົດດ້ວຍຕົນເອງ, ຕ້ອງການຄຳແນະນໍາຈາກຄະນະປະທານໃນລະດັບໜ້ອຍ;
2. ປະຊຸມນໍາຄະນະປະທານ 1 ຄັ້ງ ຕໍ່ ອາທິດ ແຕ່ລະຄັງປະມານ 2 ຫາ 3 ຊົ່ວໂມງ;
3. ປະຊຸມນໍາຄະນະບໍລິຫານ 1 ຄັ້ງ ຕໍ່ ເດືອນ;
4. ປະຊຸມນໍາຄະນະກໍາມະການພາຣາແລມປິກແຫ່ງຊາດ.

IV. ຕໍາແໜ່ງ: ຫົວໜ້າຄັງເງິນ
ຄຸນະວຸດທິ: ລະດັບການສຶກສາຢ່າງຕໍາແມ່ນຊັ້ນສູງໃນສາຍບັນຊີ, ການເງິນ ຫຼື ໃກ້ຄຽງ, ມີປະສົບປະການເຮັດຕໍາແໜ່ງບັນຊີ ຫຼື ການເງິນມາກ່ອນຢ່າງໜ້ອຍ 2 ປີ, ສາມາດນໍາໃຊ້ຄອມພິວເຕີ ແລະ ອີເມວເປັນຢ່າງດີ, ສາມາດສື່ສານພາສາອັງກິດໃນການສົນທະນາ ແລະ ການຂຽນໃນລະດັບກາງ.

ໜ້າວຽກ:
1. ສ້າງບັນຊີຕິດຕາມລາຍຮັບ, ລາຍຈ່າຍ, ຊັບສິນ ແລະ ໜີ້ສີນຂອງສະຫະພັນ;
2. ຕິດຕາມເງິນຝາກທະນາຄານ ແລະ ຄັງເງິນຍ່ອຍຂອງສະຫະພັນ;
3. ຕິດຕາມຊັບສົມບັດ ແລະ ຫັກຄ່າຫຼຸຍຫ້ຽນ;
4. ສ້າງແຜນງົບປະມານລາຍຈ່າຍປະຈໍາໄຕໝາດ ແລະ ປະຈໍາປີໃຫ້ສະຫະພັນ;
5. ສ້າງບົດລາຍງານການເງິນໃຫ້ສະຫະພັນ.

ຄວາມຮັບພິຊອບ:
1. ປະຕິບັດຕາມໜ້າວຽກທີ່ກໍານົດໂດຍຕົນເອງ, ຕ້ອງການຄໍາແນະນໍາຈາກຄະນະປະທານໃນລະດັບປານກາງ;
2. ປະຊຸມນໍາຄະນະປະທານ 1 ຄັ້ງ ຕໍ່ ອາທິດ ແຕ່ລະຄັງ ປະມານ 2 ຫາ 3 ຊົ່ວໂມງ;
3. ປະຊຸມນໍາຄະນະບໍລິຫານ 1 ຄັ້ງ ຕໍ່ ເດືອນ.

V. ຕໍາແໜ່ງ: ຫົວໜ້າກວດກາ
ຄຸນະວຸດທິ: ລະດັບການສຶກສາຢ່າງຕໍາແມ່ນຊັ້ນສູງໃນສາຍບັນຊີ ຫຼື ບໍລິຫານ ຫຼື ພັດທະນາຊຸມຊົນ, ມີປະສົບປະການເຮັດຕໍາແໜ່ງກວດສອບພາຍໃນ, ກວດກາ ຫຼື ປະເມີນໂຄງການຢ່າງໜ້ອຍ 1 ປີ, ສາມາດນໍາໃຊ້ຄອມພິວເຕີ ແລະ ອີເມວເປັນຢ່າງດີ, ສາມາດສື່ສານພາສາອັງກິດ ໃນການສົນທະນາ ແລະ ການຂຽນໃນລະດັບຕໍາ ຫາ ກາງ.

ໜ້າວຽກ:
1. ວິເຄາະແຜນງານ, ກິດຈະກໍາ ແລະ ສ້າງແຜນປະເມີນການປະຕິບັດງານຂອງສະຫະພັນປະຈໍາໄຕມາດ ແລະ ປະຈໍາປີ;
2. ສ້າງແຜນປະເມີນການເຮັດວຽກ ແລະ ການປະກອບສ່ວນຂອງຄະນະບໍລິຫານ;
3. ປະເມີນຜົນງານຂອງຄູຝຶກ, ຜູ້ຊ່ວຍຄູຝຶກ, ກໍາມະການເດີນ, ຜູ້ຊ່ວຍນັກກິລາ ແລະ ຜູ້ຈັດການທີມຊາດ(ຖ້າມີໃນອານະຄົດ);
4. ປະເມີນຜົນງານຂອງນັກກິລາ ແລະ ບັນດາສະໂມສອນ(ຖ້າມີໃນອານະຄົດ);
5. ປະເມີນການຈັດແຂ່ງຂັນ ແລະ ການຮ່ວມຈັດລາຍການແຂ່ງຂັນກິລາເຕະບານຄົນພິການໃນງານມະຫະກໍາກິລາແຫ່ງຊາດ;
6. ປະເມີນການການສົ່ງນັກກິລາເຂົ້າຮ່ວມລາຍການແຂ່ງຂັນໃນລະດັບສາກົນ.

ຄວາມຮັບພິຊອບ:
1. ປະຕິບັດຕາມໜ້າວຽກຂອງຕົນເອງ, ຕ້ອງການຄວາມຮ່ວມມືຈາກຄະນະບໍລິຫານໃນລະດັບກາງ;
2. ປະຊຸມນໍາຄະນະປະທານ 1 ຄັ້ງ ຕໍ່ 2 ອາທິດ ແຕ່ລະຄັງ ປະມານ 2 ຫາ 3 ຊົ່ວໂມງ;
3. ປະຊຸມນໍາຄະນະບໍລິຫານ 1 ຄັ້ງ ຕໍ່ ເດືອນ.

ສຳຫຼັບ ທ່ານຜູ່ທີ່ມີຈິດໃຈເມດຕາ ແລະ ສົນໃຈຢາກມາຮ່ວມເປັນຮອງປະທນ ແລະ ຄະນະນໍາສະຫະພັນບານເຕະຄົນພິການແຫ່ງຊາດລາວ ສາມາດສົ່ງຊີວະປະຫວັດ ຫຼື CV ໃຫ້ພວກເຮົາໄດ້ທາງອີເມວ Email: [email protected] ຫຼື ຕິດຕໍ່ມາຍັງທາງ WhatsApp: 2022048881.

ປະທານ ສະຫະພັນກິລາບານເຕະຄົນພິການແຫ່ງຊາດ

ລິດທິໄກ ພູມມະສັກ

06/04/2022

ສະຫະພັນພວກເຮົາປະກາດຮັບສະໝັກອາສາ
1. ຮ. ປະທານຝ່າຍພົວພັນສາກົນ
2. ນາຍຄັງ
3. ຫົວໜ້າກວດກາ

ເຊີນຜູ້ສົນໃຈ ສົ່ງຜົນງານເຂົ້າຮ່ວມການປະກວດເປັນ  ຄິບວິດິໂອ ເວລາບໍ່ເກີນ3- 5 ນາທີ ສົ່ງເຂົ້າມາໄດ້ທາງ inbox ເດີ້
31/03/2022

ເຊີນຜູ້ສົນໃຈ ສົ່ງຜົນງານເຂົ້າຮ່ວມການປະກວດເປັນ ຄິບວິດິໂອ ເວລາບໍ່ເກີນ3- 5 ນາທີ ສົ່ງເຂົ້າມາໄດ້ທາງ inbox ເດີ້

ສິ່ງໜື່ງທີ່ຮອງປະທານ  ໃຫ້​ຄຳໝັ້ນໄວ້ໃນງານມອບເງິນກັບນັກກີລາບານເຕະທີມຊາດລາວ ນັ້ນ ບອກວ່າ ໃນນາມຮອງປະທານສະຫະພັນບານເຕະຄົນພິການ ວ...
29/03/2022

ສິ່ງໜື່ງທີ່ຮອງປະທານ ໃຫ້​ຄຳໝັ້ນໄວ້ໃນງານມອບເງິນກັບນັກກີລາບານເຕະທີມຊາດລາວ ນັ້ນ ບອກວ່າ
ໃນນາມຮອງປະທານສະຫະພັນບານເຕະຄົນພິການ ວ່າໂບໄດ້ຮັບຮູ້ຄວາມຕ້ອງການຂອງນັກເຕະບານທາງສາຍຕາແລ້ວ ແລະບໍ່ໃຫ້ຫ່ວງ ເພາະມີໂບໃນນັ້ນ ໂບຊິບໍ່ຖິ້ມບໍ່ປະ ແລະຊິດູແລຜັນດັນນັກກີລາບານເຕະຄົນພິການໃຫ້ທໍທຽມກັນ ❤️

Press Conference PFFL in July 2021
16/03/2022

Press Conference PFFL in July 2021

16/03/2022

ທີມກິລາເຕະບານພິການຕາ ເຂົາເຕະບານແນວໃດ

https://fb.watch/bNxsPCgMmm/

ໂສມໜ້າໃໝ່ ສະຫະພັນ PFFL ປີ 2022
16/03/2022

ໂສມໜ້າໃໝ່ ສະຫະພັນ PFFL ປີ 2022

Address

Choa Anou Statium
Vientiane

Website

Alerts

Be the first to know and let us send you an email when ສະຫະພັນກິລາບານເຕະຄົນພິການແຫ່ງຊາດ posts news and promotions. Your email address will not be used for any other purpose, and you can unsubscribe at any time.

Shortcuts

Share

Category