06/08/2026
ໃນວັນທີ່4 ເດືອນສິງຫາ 2026 ຜ່ານມານີ້ ທາງສະໂມສອນ ສະປີລິທ Spirit Academy ໄດ້ຮັບການອຸປະຖຳ ອຸປະກອນຝຶກຊ້ອມກິລາບານເຕະ, ຊຸດໃສ່ແຂ່ງຂັນ ແລະ ຊຸດວອມງາມງາມຈາກປະທານສະໂມສອນ RNS ທ່ານ ກະລຸນາ ແລະ ນາງ ແພງຕາ ສຸວັນນະເມທີ ຮອງປະທານ ບໍລີສັດ BP ບໍ່ແຮ່ ແລະ ເປັນຍັງເປັນກຳມະການຜູ້ຖືຮຸ້ນ ແລະ ກຳມະການສະພາບໍລິຫານ ແລະ ເຮັດທຸລະກິດ ຂຸດຄົ້ນບໍ່ຫີນບໍ່ຊາຍ ຢູ່ບ້ານຫາດກັນຊາ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ ແລະ ກໍ່ເປັນ ປະທານ ແລະຮອງປະທານ ສະໂມສອນ ບານເຕະເຍົາວະຊົນ RNS Academy
ເຊີ່ງລວມມີມູນຄ່າທັງຫມົດ 35,000,000ກີບ
ໃນນີ້ ທັງສອງສະໂມສອນ Spirit Academy ແລະ RNS
ແມ່ນເປັນສະໂມສອນພັນທະມິດ ແລະ ຮ່ວມກັນຈັບມືຜັກດັນໃຫ້ນັກກິລາ ທັງສອງສະໂມສອນໄດ້ມີໂອກາດກ້າວໄປ ບໍ່ວ່າຈະຢູ່ພາຍໃນປະເທດ ແລະ ໃນເວທີສາກົນ ພວກເຮົາຍັງເຫັນໄດ້ເຖິງຄວາມສຳຄັນໃນວຽກງານກິລາບານເຕະລຸ່ນເຍົາວະຊົນໃນລາວ ເພື່ອໃຫ້ມີການພັດທະນາໃນຕໍ່ຫນ້າ
# ນອກຈາກນີ້ ຊຸດແຂ່ງ ແລະ ຊຸດວອມດັ່ງກ່າວ ຍັງກະກຽມໃຫ້ນັກກິລາຈຳນວນ 13ຄົນ ໃສ່ເດີນທາງແລະ ໃສ່ແຂ່ງຂັນ ໃນລາຍການບານເຕະນານາຊາດດັ່ງນີ້;
1. ເຂົ້າຮ່ວມລາຍການ Garuda International Cup ໃນລະຫວ່າງວັນທີ່ 19-24 ເດືອນສິງຫາ 2026
ທີ່ປະເທດ ອິນໂດເນເຊຍ
1. ເຂົ້າຮ່ວມລາຍການ Singa Cup ໃນຕົ້ນເດືອນພະຈິກ 2026
ທີ່ປະເທດ ສິງກະໂປ
3. ແຜນປີຫນ້າ ໃນລາຍການ MICFOOTBALL ໃນ ເດືອນມີນາ 2027 ທີ່ປະເທດ ສະເປນ
ຂະນະດຽວກັນ ນາງມະນີຈັນ ແກ້ວລະຄອນ ຜູ້ບໍລິຫານສະໂມສອນ ສະປີລິທ ອະເຄເດມີ່ ພ້ອມດ້ວຍຜູ້ປົກຄອງ ແລະ ນັກກິລາຫມົດທຸກຄົນ ຂໍສະແດງຄວາມຂອບອົກຂອບໃຈຢ່າງສູງ ທີ່ເຫັນໄດ້ເຖິງຄວາມສຳຄັນໃນວົງການກິລາບານເຕະລຸ່ນເຍົາວະຊົນໃນລາວ.
# ຂໍອວຍໄຊໃຫ້ທ່ານ ພ້ອມຄອບຄົວ ແລະ ທີມງານ ຈົ່ງມີສຸກຂະພາບແຂງແຮງ ທຸລະກິດການງານຄ້າຂາຍຈົ່ງຈະເລີນກ້າວຫນ້າ ລໍ້າລວຍ ແລະ ປະສົບຜົນສຳເລັດຕະຫລອດໄປເຖີນ
🙏🏽🤩⚽️✅