16/03/2026
ສະຫຼຸບຜົນການແຂ່ງຂັນ Basketball ງານ itec 🏀 ທີມທ່າແຂກ
ຮອບ 1 : thakhek vs CIB = CIB ຊະນະ
ຮອບ 2 : Thakhek vs ATT = ATT ຊະນະ
ຮອບ 3 : Thakhek vs nrn br phr = thakhek ຊະນະ
ເສຍ 2 , ຊະນະ 1 ( ງານນີ້ຖືວ່າເຈີຄູ່ແຂ່ງທີ່ເກັ່ງອິຫຼີ ດີກີນັກກິລາທີມຊາດ ເປັນກຽດໃຫ້ທີມທ່າແຂກເຮົາຫຼາຍທີ່ໄດ້ເຈີຄູ່ແຂ່ງທີ່ເກັ່ງ )
ນອກຈາກນີ້ ຕ້ອງຂໍຂອບໃຈຜູ້ສະໜັບສະໜູນຫຼັກ 2 ທ່ານ ໄດ້ແກ່ :
KT SPORT : ຜູ້ອຸປະຖໍາຊຸດແຂ່ງງາມໆໃຫ້ແກ່ນັກກິລາ ລວມທັງໝົດ 10ຊຸດ , ທຸກຄົນສາມາດໄປອຸດໜຸນເພີ່ນໄດ້ ນອກຈາກເສື້ອບາສ ຍັງມີເສື້ອກິລາອີກຫຼາກຫຼາຍໃຫ້ເລືອກ ລາຄາຈັບຕ້ອງໄດ້ ລາຍລະອຽດແມ່ນທັກສອບຖາມທາງເພຈເພີ່ນເລີຍ ໃຫ້ຄໍາແນະນໍາດີ🙌🏻
Phimphika Nanthavong : ຜູ້ອຸປະຖໍາຄ່າສະໝັກ ແລະ ເຄື່ອງດື່ມໃຫ້ນັກກິລາ
ສຸດທ້າຍນີ້ ຕາງໜ້ານັກກິລາບານບ້ວງທ່າແຂກ ເຮົາຂໍຂອບໃຈມາຍັງທຸກທ່ານທີ່ສະໜັບສະໜູນ ບໍ່ວ່າຊິເປັນອຸປະກອນ ຫຼື ສິນນໍ້າໃຈຕ່າງໆ ເຮົາຂໍໃຫ້ທຸກທ່ານມີສຸຂະພາບແຂງແຮງ ອາຍຸໝັ່ນຂັວນຍືນ ລໍ້າລວຍຍິ່ງໆຂື້ນໄປ ສິ່ງດີໆທີ່ທ່ານມອບໃຫ້ພວກເຮົາ ຂໍໃຫ້ສິ່ງນັ້ນໆກັບຄືນຫາທ່ານ 100ເທົ່າ 1000ເທົ່າ 🙇🏻♀️🏀🫂 ຂອບໃຈ🙏🏻