New DREAM FC ທຸກໆຄວາມຝັນເປັນຈີງໄດ້ກໍຕໍ່ເມື່ອເຮົາລົງມືທຳ/ຄວາມຝັນໃຫມ່ FC

🦉💙 ມາເປັນສ່ວນໜຶ່ງຂອງຄອບຄົວ NEW DREAM FC ມື້ນີ້! ⚽️✨ສະໜາມແຫ່ງນີ້ບໍ່ໄດ້ເປັນພຽງແຕ່ບ່ອນເຝິກຊ້ອມເຕະບານ, ແຕ່ເປັນບ່ອນ ❝ສ້າງຄວາມ...
31/08/2026

🦉💙 ມາເປັນສ່ວນໜຶ່ງຂອງຄອບຄົວ NEW DREAM FC ມື້ນີ້! ⚽️✨
ສະໜາມແຫ່ງນີ້ບໍ່ໄດ້ເປັນພຽງແຕ່ບ່ອນເຝິກຊ້ອມເຕະບານ, ແຕ່ເປັນບ່ອນ ❝ສ້າງຄວາມຝັນ ແລະ ປັ້ນດາວດວງໃໝ່❞ ໃຫ້ກັບນັກກິລາລຸ້ນຍຸກໃໝ່ທຸກໆຄົນ ບໍ່ວ່າຈະເປັນຍິງ ຫຼື ຊາຍ ອາຍຸ 12-18 ປີ ທີ່ເກັບື່ອງຄວາມມັກຮັກໃນກິລາບານເຕະ ແລະ ຢາກກ້າວຂຶ້ນສູ່ລະດັບການແຂ່ງຂັນທີ່ສູງຂຶ້ນ!
🔥 ສິ່ງທີ່ຈະໄດ້ຮັບເມື່ອມາຮ່ວມທີມກັບພວກເຮົາ:
ພັດທະນາທັກສະຮອບດ້ານ: ຝຶກແຊກຊ້ອມຢ່າງຖືກຕ້ອງຕາມຫຼັກສູດ ໂດຍຄູຝຶກມືອາຊີບ ເພື່ອພ້ອມສູ່ເວທີການແຂ່ງຂັນຈິງ.
ສ້າງມິດຕະພາບ ແລະ ປະສົບການ: ພົບກັບເພື່ອນໆທີ່ມີຄວາມຝັນ ແລະ ມັກໃນສິ່ງດຽວກັນ, ເສີມສ້າງລະບຽບວິໄນ ແລະ ຄວາມສາມັກຄີ.
ຄ່າຝຶກຊ້ອມສຸດຄຸ້ມ: ພຽງແຕ່ 230,000 ກີບ/ເດືອນເທົ່ານັ້ນ!
ໂປຣໂມຊັ່ນພິເສດ: ຮັບຟຣີ! ເສື້ອຊ້ອມ 1 ໂຕ ທັນທີເມື່ອສະໝັກເຂົ້າຮ່ວມ!
🗓 ເວລາ ແລະ ສະຖານທີ່ຝຶກຊ້ອມ:
ຊ້ອມທຸກໆເຊົ້າ ວັນເສົາ ແລະ ວັນອາທິດ (ເດີ່ນເຕະບານ TPC.ບ້ານອີໄລໃຕ້.ເມືອງນາຊາຍທອງ.ນະຄອນຫຼວງວຽງຈັນ)🏟
ເວລາ 08:00 - 10:00 ໂມງ
ມາຮ່ວມຍ່າງຕາມຄວາມຝັນໃນສຸມພະລັງແຫ່ງທີມນົກຮູກຄຳ (NEW DREAM FC) ນຳກັນເດີ! ບ່ອນທີ່ຄວາມຕັ້ງໃຈຂອງທ່ານຈະຖືກປ່ຽນເປັນຄວາມສຳເລັດ ⚽️🦉✨
ສົນໃຈສະໝັກ ຫຼື ສອບຖາມລາຍລະອຽດເພີ່ມເຕີມ ຕິດຕໍ່ເຂົ້າມາໄດ້ເລີຍທີ່ເບີ:02093065598 ຫຼື 02076561420

26/08/2026

ລີ້ງຮູບ NEW DREAM CUP U17👇🏻

🥹💙ຫົວໃຈນ້ອຍໆ ແຕ່ໃຈສູ້ເກີນຮ້ອຍ!ຂໍສະແດງຄວາມຍິນດີກັບນ້ອງໆ U17 ຂອງພວກເຮົາກັບຜົນງານ ລາງວັນທີ 3 ໃນລາຍການ NEW DREAM CUP U17 🏅ຮອ...
24/08/2026

🥹💙ຫົວໃຈນ້ອຍໆ ແຕ່ໃຈສູ້ເກີນຮ້ອຍ!
ຂໍສະແດງຄວາມຍິນດີກັບນ້ອງໆ U17 ຂອງພວກເຮົາກັບຜົນງານ ລາງວັນທີ 3 ໃນລາຍການ NEW DREAM CUP U17 🏅
ຮອຍຍິ້ມ, ຫຍາດເຫື່ອ ແລະ ຄວາມອົດທົນໃນສະໜາມ ຕະຫຼອດຈົນຮອດວິນາທີສຸດທ້າຍ ໄດ້ໃຫ້ຜົນຕອບແທນທີ່ຄຸ້ມຄ່າແລ້ວ.ຂໍຂອບໃຈກອງເຊຍທຸກໆ ທ່ານ ທີ່ເປັນພະລັງໃຈສຳຄັນໃຫ້ພວກເຂົາໄດ້ເຕີບໃຫຍ່ ແລະ ສ້າງສັນຜົນງານດີໆ ແບບນີ້. ເດີນໜ້າຕໍ່ໄປນຳກັນເລື້ອຍໆ 💪🏻⚽️
ຂອບໃຈສະປອນເຊີ້ຖົງຕີນຈາກຮ້ານ PK SPORT

🏆 ປິດສາກການແຂ່ງຂັນດ້ວຍຄວາມພາກພູມໃຈ!ເຖິງແມ່ນວ່າເສັ້ນທາງນີ້ ຈະບໍ່ໄປຮອດຈຸດສູງສຸດເປັນແຊ້ມໃນລາຍການ NEW DREAM CUP U17 🌟 ແຕ່ພວກ...
24/08/2026

🏆 ປິດສາກການແຂ່ງຂັນດ້ວຍຄວາມພາກພູມໃຈ!
ເຖິງແມ່ນວ່າເສັ້ນທາງນີ້ ຈະບໍ່ໄປຮອດຈຸດສູງສຸດເປັນແຊ້ມໃນລາຍການ NEW DREAM CUP U17 🌟 ແຕ່ພວກເຮົາກໍສູ້ສຸດໃຈຈົນສາມາດຄວ້າ ອັນດັບ 3 ມາຄອງໄດ້ສຳເລັດ!
ຂອບໃຈທຸກແຮງໃຈ, ທຸກຄວາມມຸ່ງໝັ້ນຂອງນັກກິລາ ແລະ ທີມງານທຸກຄົນ. ບາດກ້າວນີ້ຄືບົດຮຽນ ແລະ ເປັນພະລັງໃຈສຳຄັນທີ່ຈະພາ NEW DREAM FC ພັດທະນາໃຫ້ແຂງແກ່ນກວ່າເກົ່າໃນເສັ້ນທາງຂ້າງໜ້າ! 💪❤️‍🔥🦉
ຂອບໃຈສະປອນເຊີຖົງຕີນຈາກຮ້ານ PK SPORT

ຂຸມກຳລັງສູ້ສືກໃນນັດແລກ🔥⚽️ NEW DREAM FC (B)~~~NEW DREAM CUP U17 ⚽️🏆
22/08/2026

ຂຸມກຳລັງສູ້ສືກໃນນັດແລກ🔥⚽️ NEW DREAM FC (B)

~~~NEW DREAM CUP U17 ⚽️🏆

ຂຸມກຳລັງສູ້ສືກໃນນັດແລກ🔥⚽️ NEW DREAM FC (A)~~~NEW DREAM CUP U17 ⚽️🏆
22/08/2026

ຂຸມກຳລັງສູ້ສືກໃນນັດແລກ🔥⚽️ NEW DREAM FC (A)

~~~NEW DREAM CUP U17 ⚽️🏆

NEW DREAM CUP ຮອບແບ່ງກຸ່ມຂອງ NEW DREAM (B) ~~~ນັດແລກ ເວລາ8:40 ເດີ່ນໃນຮົ່ມ(ໃຫ່ຍ)TPC 🏟. ~ຝາກເຊຍທັບນັກກີລາເຮົາທຸກຄົນ ສາມາດເ...
22/08/2026

NEW DREAM CUP ຮອບແບ່ງກຸ່ມຂອງ NEW DREAM (B)

~~~ນັດແລກ ເວລາ8:40 ເດີ່ນໃນຮົ່ມ(ໃຫ່ຍ)TPC 🏟. ~ຝາກເຊຍທັບນັກກີລາເຮົາທຸກຄົນ ສາມາດເຂົ້າມາເຊຍໄດ້ຕີດຂອບສະໝາມ ເລີ່ມເວລາ 8:00 (ເຊົ້າ) ⚽️🏆

NEW DREAM CUP ຮອບແບ່ງກຸ່ມຂອງ NEW DREAM (A) ~~~ນັດແລກ ເວລາ8:00 ເດີ່ນກາງແຈ້ງ.TPC 🏟. ~ຝາກເຊຍທັບນັກກີລາເຮົາທຸກຄົນ ສາມາດເຂົ້າ...
22/08/2026

NEW DREAM CUP ຮອບແບ່ງກຸ່ມຂອງ NEW DREAM (A)

~~~ນັດແລກ ເວລາ8:00 ເດີ່ນກາງແຈ້ງ.TPC 🏟. ~ຝາກເຊຍທັບນັກກີລາເຮົາທຸກຄົນ ສາມາດເຂົ້າມາເຊຍໄດ້ຕີດຂອບສະໝາມ ເລີ່ມເວລາ 8:00 (ເຊົ້າ) ⚽️🏆

ຜົນຈັບສະຫລາກໃນຮອບແລກຮອບແບ່ງກຸ່ມ 🔥⚽️~~~15ທີມເຂົ້າຮ່ວມຊີງໄຊ ~ເລີ່ມແຂ່ງຂັນວັນທີ 23.08.2026🗓ສາມາດເຂົ້າມາເຊຍທີມທີທ່ານຮັກຕີດຂອ...
18/08/2026

ຜົນຈັບສະຫລາກໃນຮອບແລກຮອບແບ່ງກຸ່ມ 🔥⚽️

~~~15ທີມເຂົ້າຮ່ວມຊີງໄຊ ~ເລີ່ມແຂ່ງຂັນວັນທີ 23.08.2026🗓
ສາມາດເຂົ້າມາເຊຍທີມທີທ່ານຮັກຕີດຂອບສະໜາມໄດ້.ທຸກສຽງເຊຍຄືພະລັງ.ພ້ອມລະເບີດຄວາມມັນໄປພ້ອມໆກັນ🔥⚽️🏆

Address

ບ້ານ​ນາ​ເຊັງ ນະ​ຄອນ​ໄກ​ສອນ Ban
Savannakhét
041

Website

Alerts

Be the first to know and let us send you an email when New DREAM FC posts news and promotions. Your email address will not be used for any other purpose, and you can unsubscribe at any time.

Shortcuts

Share

Category