17/06/2026
ພິທີເປີດບັ້ນສອບເສັງຈົບຊັ້ນມັດທະຍົມສຶກສາຕອນປາຍ ( ມ 7)
ທົ່ວແຂວງສາລະວັນ ສົກຮຽນ 2025 – 2026
ໃນຕອນບ່າຍຂອງວັນທີ 16 ມີຖຸນາ 2026 ຜ່ານມານີ້ທີ່ສະໂມສອນໃຫຍ່ຂອງແຂວງ ໄດ້ຈັດພິທີເປີດບັ້ນສອບເສັງຈົບຊັ້ນມັດທະຍົມສຶກສາຕອນປາຍ ( ມ7) ທົ່ວແຂວງ ສາລະວັນ ສົກຮຽນ 2025 – 2026 ຂຶ້ນຢ່າງເປັນທາງການ ໂດຍການເປັນປະທານຂອງ ທ່ານ ແຫວນເພັດ ລັດດາວົງ ຄະນະປະຈຳພັກແຂວງ ຮອງປະທານຄະນະກຳມະການປົກຄອງແຂວງ ປະທານການສອບເສັງຂັ້ນແຂວງ, ມີທ່ານ ສຸນີ ນາມມະບົວລີ ກຳມະການພັກແຂວງ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ທ່ານ ສົມພົງ ດິດສະຍະວົງ ຮອງຜູ້ອຳນວຍການສູນສົ່ງເສີມການສຶກສາຮຽນຮ່ວມ ກົມສາມັນສຶກສາ ຕາງໜ້າຈາກກະຊວງສຶກສາທິການ ແລະ ກິລາ, ມີບັນດາທ່ານຄະນະຮັບຜິດຊອບຫ້ອງການສຶກສາທິການ ແລະ ກິລາເມືອງ, ພ້ອມດວ້ຍຄະນະກໍາມະການຕັດສິນຜົນສອບເສັງ ແລະ ນ້ອງນັກຮຽນຈົບຊັ້ນ ມ 7 ເຂົ້າຮ່ວມ.
ໃນພິທີ ທ່ານ ຄໍາເຟືອງ ອິນທິສອນ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ກໍ່ໄດ້ໃຫ້ກຽດຂຶ້ນຜ່ານບົດລາຍງານຄວາມພ້ອມໃນການສອບເສັງຈົບຊັ້ນມັດທະຍົມສຶກສາຕອນປາຍ ມ7 ເຊິ່ງທ່ານໄດ້ກ່າວວ່າ: ສົກຮຽນ 2025-2026 ທົ່ວແຂວງມີໂຮງຮຽນສາມັນສຶກສາທັງໝົດ 691 ແຫ່ງ, ໂຮງຮຽນ ປະຖົມ ມີ 588 ແຫ່ງ (ນັບທັງໂຮງຮຽນສົງ ແລະ ໂຮງຮຽນເອກະຊົນ), ໂຮງຮຽນມັດທະຍົມທັງໝົດ 103 ແຫ່ງ, ມັດທະຍົມສົມບູນ 34 ແຫ່ງ, ມັດທະຍົມຕອນຕົ້ນ 69 ແຫ່ງ(ນັບທັງໂຮງຮຽນສົງ), ມີຈໍານວນນັກຮຽນທັງໝົດ 63,571 ຄົນ, ຍິງ 31,736 ຄົນ, ໃນນັ້ນ ຊັ້ນປະຖົມມີ 45,025 ຄົນ, ຍິງ 22,363 ຄົນ, ມັດທະຍົມຕອນຕົ້ນມີ 14,735 ຄົນ, ຍິງ 7,441 ຄົນ, ມັດທະຍົມຕອນປາຍມີ 3,811 ຄົນ, ຍິງ 1,932 ຄົນ, ໃນນັ້ນ ມີຈໍານວນນັກຮຽນທີ່ຈະເຂົ້າຮ່ວມການສອບເສັງຈົບຊັ້ນທັງໝົດ 9,925 ຄົນ, ຍິງ 5,010 ຄົນ ສະເພາະຊັ້ນມັດທະຍົມສຶກສາຕອນປາຍ (ມ.7) ຈໍານວນ 1,024 ຄົນ, ຍິງ 513 ຄົນ.
ໃນການກະກຽມການຈັດຕັ້ງການສອບເສັງ ແມ່ນມີຜົນສໍາເລັດຫຼາຍດ້ານເປັນຕົ້ນແມ່ນ ການນໍາສົ່ງກໍາມະການ, ຫົວບົດສອບເສັງ ແລະ ອຸປະກອນຮັບໃຊ້ການສອບເສັງລົງປະຈໍາສູນສອບເສັງໃນທົ່ວແຂວງ, ຄະນະກໍາມະການຂັ້ນແຂວງທີ່ຖືກແຕ່ງຕັ້ງໄປປະຈໍາແຕ່ລະສູນສອບເສັງໄດ້ລົງປະຈໍາສູນສອບເສັງແຕ່ລະເມືອງ, ຈັດກອງປະຊຸມແນະນໍາພາກວິຊາການ ແລະ ຮັບຟັງການຊີ້ນໍາຈາກທ່ານປະທານຄະນະກໍາມະການສອບເສັງຂັ້ນແຂວງ, ສໍາເລັດການບັນທຶກທະບຽນໃສ່ເລກໂຕະ ແລະ ສົ່ງບັນຊີລາຍຊື່ເຂົ້າຫ້ອງຂອງນັກສອບເສັງແຕ່ລະສູນສອບເສັງ, ສໍາເລັດການກະກຽມສະຖານທີ່ສອບເສັງຢ່າງພຽງພໍ; ການສອບເສັງຄັ້ງນີ້ ມີຈໍານວນນັກສອບເສັງທັງໝົດ 1,024 ຄົນ,ຍິງ 513 ຄົນ, ທຽບໃສ່ສົກຮຽນ 2024 - 2025 ຫຼຸດລົງ 80 ຄົນ; ຍິງ 14 ຄົນ; ຈໍານວນຫ້ອງສອບເສັງທັງໝົດ 52 ຫ້ອງ, ໂດຍສະເລ່ຍຕໍ່າສຸດ 12 ຄົນ/ຫ້ອງ, ສຸງສຸດ 22 ຄົນ/ຫ້ອງ, ຈໍານວນສູນສອບເສັງທັງໝົດ 9 ສູນຄື: ສູນເມືອງສາລະວັນມີ 2 ສູນ ມສ ອົງແກ້ວ, ມສ ສາລະວັນ, ສູນເມືອງຕະໂອ້ຍ, ສູນເມືອງຕຸ້ມລານ, ສູນເມືອງລະຄອນເພັງ, ສູນເມືອງວາປີ, ສູນເມືອງຄົງເຊໂດນ, ສູນເມືອງເລົ່າງາມ ແລະ ສູນເມືອງສະໜ້ວຍ ສຳລັບວິຊາສອບເສັງຈົບຊັ້ນມັດທະຍົມສຶກສາຕອນປາຍ ມ.7 ມີ ວິຊາ ພາສາລາວ-ວັນນະຄະດີ, ກຸ່ມວິຊາວິທະຍາສາດສັງຄົມ, ກຸ່ມວິຊາວິທະຍາສາດທໍາມະຊາດ, ພາສາອັງກິດ ແລະ ຄະນິດສາດ.
ຈາກນັ້ນ, ກໍ່ໄດ້ຮັບຟັງຄໍາເຫັນໂອ້ລົມຈາກທ່ານ ແຫວນເພັດ ລັດດາວົງ ຄະນະປະຈຳພັກແຂວງ ຮອງປະທານຄະນະກຳມະການປົກຄອງແຂວງ ປະທານການສອບເສັງຂັ້ນແຂວງ, ເຊິ່ງທ່ານກໍ່ໄດ້ກ່າວຄໍາຍ້ອງຍໍຊົມເຊີຍຕໍ່ຄະນະຮັບຜິດຊອບທີ່ມີຄວາມເອົາໃຈໃສ່ກະກຽມທຸກຢ່າງ ມີຄວາມພ້ອມໃນການຈັດບັ້ນສອບເສັງຄັ້ງນີ້ໄດ້ທັນກໍານົດເວລາ ກໍ່ຄືປະຕິບັດຕາມໂຄງການຫຼັກສູດຂອງກະຊວງສຶກສາໄດ້ວາງອອກ, ພ້ອມນີ້ ຍັງໄດ້ເນັ້ນໜັກໃຫ້ຄະນະຮັບຜິດຊອບຈົ່ງເອົາໃຈໃສ່ຕໍ່ບົດບາດ, ສິດ ແລະ ໜ້າທີ່ ທີ່ຂັ້ນເທິງມອບໝາຍໃຫ້, ຍຶດໝັ້ນຄວາມສາມັກຄີພາຍໃນ, ມີຄວາມໂປ່ງໃສ, ອະຍຸດຕິທໍາ, ເຂັ້ມງວດຕໍ່ໜ້າທີ່ວຽກງານທີ່ຕົນຮັບຜິດຊອບ ຮັບປະກັນຄຸນນະພາບ ແລະ ປົກປ້ອງຜົນປະໂຫຍດອັນຊອບທໍາຂອງຄູ ແລະ ນັກຮຽນ ໃຫ້ມີຄວາມສະຫງົບ ແລະ ປອດໄພ , ມີຄວາມເປັນລະບຽບຮຽບຮ້ອຍ ແລະ ນ້ອງນັກຮຽນໃຫ້ເອົາໃຈໃສ່ປະຕິຕໍ່ກົດລະບຽບຢ່າງເຄັ່ງຄັດ , ເອົາໃຈໃສ່ຕັ້ງໜ້າຄົ້ນຄ້ວາບົດຮຽນເພື່ອເຂົ້າໃນການສອບເສັງຄັ້ງນີ້ໃຫ້ສໍາເລັດຢ່າງຈົບງາມແລະໄດ້ກ່າວເປີດພິທີຢ່າງເປັນທາງການ.
ການສອບເສັງຈົບຊັ້ນມັດທະຍົມສຶກສາຕອນປາຍ ( ມ 7) ທົ່ວແຂວງສາລະວັນ ສົກຮຽນ 2025 – 2026 ແມ່ນເລີ່ມແຕ່ວັນທີ 17 – 19 ມິຖຸນາ 2026 ຈິ່ງຈະສຳເລັດ.
ພາບ - ຂ່າວໂດຍ: ແຫຼັງຄຳ ບຸດນາໂຄກ