15/06/2025
ຟາບຣິຊິໂອ ໂຣມາໂນ ຢືນຢັນອີກຄັ້ງໃນພອດແຄດ YouTube ຂອງເຂົາວ່າ ໂຟລຣ່ຽນ ເວີຣຕຊ໌ ແລະ ມິໂລສ ເຄີເຄຊ ຈະເປັນນັກເຕະຂອງ ໃນອາທິດໜ້ານີ້!
"ມີລາຍງານຫຼາຍຢ່າງທີ່ຂັດແຍ້ງກັນໃນອັງກິດ ກ່ຽວກັບຂໍ້ຕົກລົງຂອງ ໂຟລຣ່ຽນ ເວີຣຕຊ໌ ແຕ່ຂ້ອຍຢືນຢັນໄດ້ວ່າ ຂໍ້ຕົກລົງລະຫວ່າງ Liverpool ແລະ Bayer Leverkusen ສຳເລັດແລ້ວ.
ໂຟລຣ່ຽນ ເວີຣຕຊ໌ ຈະເປັນນັກເຕະຂອງ Liverpool ຢ່າງແນ່ນອນ ຂໍ້ຕົກລົງໄດ້ສຳເລັດທັງກັບສະໂມສອນ ແລະ ກັບນັກເຕະແລ້ວ ຈະມີການກວດຮ່າງກາຍທັນທີ ຫຼັງຈາກເຂົາກັບຈາກວັນພັກຮ້ອນ."
ໃນສ່ວນຂອງດີວ Milos Kerkez ນັ້ນ ໂຣມາໂນ ໄດ້ກ່າວວ່າ ເຮົາສາມາດເອີ້ນເຂົາວ່າເປັນນັກເຕະຂອງ Liverpool ໄດ້ແລ້ວ:
"ບໍ່ມີຂໍ້ສົງໄສໃດໆ Milos Kerkez ຈະເປັນນັກເຕະຂອງ Liverpool ແນ່ນອນ ນີ້ແມ່ນເລື່ອງທີ່ຖືກຢືນຢັນແລ້ວອີຫຼີ"
[ແຫຼ່ງຂ່າວ: Fabrizio Romano ໃນພອດແຄດຂອງເຂົາ]