SK 9177 Fitness & Yoga Studio

SK 9177 Fitness & Yoga Studio ສູນອອກກຳລັງກາຍ SK 9177 ຟິດເນັດ ແລະ ໂຢຄະ
(SK9177 fitness & YOGA Studio)

ແຈ້ງປິດຟິດເນັດ 01 ວັນ ທີ 29 ກໍລະກົດ 2026ວັນພະຫັດ ທີ 30 ກໍລະກົດ 2026 ເປີດປົກກະຕິຂໍຂອບໃຈ
29/07/2026

ແຈ້ງປິດຟິດເນັດ 01 ວັນ ທີ 29 ກໍລະກົດ 2026
ວັນພະຫັດ ທີ 30 ກໍລະກົດ 2026 ເປີດປົກກະຕິ
ຂໍຂອບໃຈ

Hooray! Protein Shake 1 ຕຸກໃຫ້ໂປຕີນສິງກວ່ານົມທຳມະດາທົ່ວໄປ 3 ເທົ່າ 🥛🥛🥛✅ ໂປຕີນສູງ✅ ບໍ່ມີນໍ້າຕານ✅ ແຄວແຊມຫລາຍ✅ LACTOSE FREEມ...
30/06/2026

Hooray! Protein Shake 1 ຕຸກໃຫ້ໂປຕີນສິງກວ່ານົມທຳມະດາທົ່ວໄປ 3 ເທົ່າ 🥛🥛🥛
✅ ໂປຕີນສູງ
✅ ບໍ່ມີນໍ້າຕານ
✅ ແຄວແຊມຫລາຍ
✅ LACTOSE FREE

ມາຕື່ມໂປຕີນໃຫ້ຮ່າງກາຍດ້ວຍ HooRay! ໂປຕີນສູງ ແລະ Lactose Free💪💙
📍ມີຂາຍທີ່ ສູນອອກກຳລັງກາຍ SK9177 FITNESS & YOGA

"ຢ່າເອົາຕົນເອງໄປປຽບທຽບກັບຄົນອື່ນ" ໃນຫ້ອງຮຽນ ຫຼື ໃນຄລິບ ບາງຄົນອາດຈະຕົວອ່ອນຫຼາຍ, ແຕ່ໂຢຄະແມ່ນການແຂ່ງກັບຕົນເອງ. ເຮັດເທົ່າທີ່...
01/02/2026

"ຢ່າເອົາຕົນເອງໄປປຽບທຽບກັບຄົນອື່ນ" ໃນຫ້ອງຮຽນ ຫຼື ໃນຄລິບ ບາງຄົນອາດຈະຕົວອ່ອນຫຼາຍ, ແຕ່ໂຢຄະແມ່ນການແຂ່ງກັບຕົນເອງ. ເຮັດເທົ່າທີ່ຮ່າງກາຍເຮົາໄຫວ ແລ້ວເຈົ້າຈະມີຄວາມສຸກກັບການຝຶກ.

ເພີ້ມເວລາຫ້ອງ YOGA 02 ຮອບ (ວັນຈັນ ຫາ ວັນສຸກ)

ຮອບທີ 01: ແຕ່ 17:10 - 18:25 ໂມງ

ຮອບທີ 02: ແຕ່ເວລາ 18:35 - 19:45 ໂມງ

ເລີ້ມ ແຕ່ວັນທີ 02 ກຸມພາ 2026 ນີ້ເປັນຕົ້ນໄປ

ການຝຶກໂຢຄະ (Yoga) ບໍ່ພຽງແຕ່ເປັນການອອກກຳລັງກາຍເພື່ອຄວາມຍືດຫຍຸ່ນຂອງຮ່າງກາຍເທົ່ານັ້ນ, ແຕ່ຍັງເປັນການເຝິກຝົນທາງດ້ານຈິດໃຈ ແລະ ...
04/01/2026

ການຝຶກໂຢຄະ (Yoga) ບໍ່ພຽງແຕ່ເປັນການອອກກຳລັງກາຍເພື່ອຄວາມຍືດຫຍຸ່ນຂອງຮ່າງກາຍເທົ່ານັ້ນ, ແຕ່ຍັງເປັນການເຝິກຝົນທາງດ້ານຈິດໃຈ ແລະ ລົມຫາຍໃຈນຳອີກ. ນີ້ຄືຜົນດີທີ່ໂດດເດັ່ນຂອງການຝຶກໂຢຄະ:

1. ຜົນດີຕໍ່ຮ່າງກາຍ

ເພີ່ມຄວາມຍືດຫຍຸ່ນ: ຊ່ວຍໃຫ້ກ້າມຊີ້ນ ແລະ ເອັນຢືດຢຸ່ນໄດ້ດີຂຶ້ນ, ຫຼຸດຜ່ອນອາການຕຶງ ແລະ ເຈັບປວດຕາມຮ່າງກາຍ.

ເສີມສ້າງຄວາມເຂັ້ມແຂງ: ທ່າໂຢຄະຫຼາຍທ່າຕ້ອງໃຊ້ແຮງຈາກກ້າມຊີ້ນເພື່ອຊົງຕົວ, ເຮັດໃຫ້ຮ່າງກາຍແຂງແຮງຂຶ້ນ.

ປັບປຸງສະລີລະ: ຊ່ວຍປັບການຊົງຕົວ ແລະ ທ່າທາງການນັ່ງ-ຢືນ ໃຫ້ຖືກຕ້ອງຕາມຫຼັກທຳມະຊາດ, ຫຼຸດອາການປວດຫຼັງ ແລະ ບ່າໄຫຼ່ (Office Syndrome).

ກະຕຸ້ນລະບົບໄຫຼວຽນເລືອດ: ຊ່ວຍໃຫ້ເລືອດໄປລ້ຽງພາກສ່ວນຕ່າງໆຂອງຮ່າງກາຍໄດ້ດີຂຶ້ນ ແລະ ປັບສົມດຸນຄວາມດັນເລືອດ.
2. ຜົນດີຕໍ່ຈິດໃຈ

ຫຼຸດຜ່ອນຄວາມຄຽດ: ການຝຶກໂຢຄະເນັ້ນການຈົດຈໍ່ຢູ່ກັບປັດຈຸບັນ, ຊ່ວຍໃຫ້ສະໝອງຜ່ອນຄາຍຈາກຄວາມກັງວົນ.

ຝຶກສະມາທິ: ການຄວບຄຸມລົມຫາຍໃຈ (Pranayama) ຊ່ວຍໃຫ້ຈິດໃຈສະຫງົບ ແລະ ມີສະມາທິໃນການເຮັດວຽກຫຼາຍຂຶ້ນ.

ຊ່ວຍໃຫ້ການນອນຫຼັບດີຂຶ້ນ: ການຜ່ອນຄາຍກ້າມຊີ້ນ ແລະ ຈິດໃຈກ່ອນນອນດ້ວຍທ່າໂຢຄະເບົາໆ ຈະຊ່ວຍໃຫ້ຫຼັບເລິກ ແລະ ສະບາຍຂຶ້ນ.

3. ຜົນດີຕໍ່ລະບົບພາຍໃນ

ລະບົບການຫາຍໃຈ: ຝຶກໃຫ້ປອດເຮັດວຽກໄດ້ຢ່າງມີປະສິດທິພາບ ຜ່ານການຫາຍໃຈເຂົ້າ-ອອກ ຢ່າງຖືກວິທີ.

ລະບົບຂັບຖ່າຍ: ທ່າບິດໂຕບາງທ່າຊ່ວຍ "ນວດ" ອະໄວຍະວະພາຍໃນ, ກະຕຸ້ນການເຮັດວຽກຂອງລຳໄສ້ ແລະ ການຍ່ອຍອາຫານ.

ແຈ້ງການປັບລາຄາຄ່າບໍລິການ ທີ່ SK9177 FITNESS & YOGA ປີ 2026ຮຽນ: ລູກຄ້າ ແລະ ສະມາຊິກທີ່ຮັກແພງທຸກທ່ານ,ກ່ອນອື່ນໝົດ, ທາງ SK917...
03/01/2026

ແຈ້ງການປັບລາຄາຄ່າບໍລິການ ທີ່ SK9177 FITNESS & YOGA ປີ 2026

ຮຽນ: ລູກຄ້າ ແລະ ສະມາຊິກທີ່ຮັກແພງທຸກທ່ານ,

ກ່ອນອື່ນໝົດ, ທາງ SK9177 FITNESS & YOGA ຂໍສະແດງຄວາມຂອບໃຈຢ່າງຈິງໃຈທີ່ທ່ານໄດ້ໃຫ້ຄວາມໄວ້ວາງໃຈ ແລະ ເລືອກໃຊ້ບໍລິການກັບພວກເຮົາຕະຫຼອດມາ.

ເພື່ອເປັນການຍົກລະດັບມາດຕະຖານການບໍລິການ, ການບຳລຸງຮັກສາອຸປະກອນໃຫ້ທັນສະໄໝ ແລະ ປັບປຸງສະຖານທີ່ໃຫ້ດີຂຶ້ນກວ່າເກົ່າ ພ້ອມທັງເພີ້ມເວລາເປີດບໍລິການ, ທາງພວກເຮົາຂໍແຈ້ງປັບລາຄາຄ່າບໍລິການໃໝ່ ເຊິ່ງຈະໃຊ້ຕັ້ງແຕ່ປີ 2026 ເປັນຕົ້ນໄປ ດັ່ງນີ້:
1. ເປີດບໍລິການ (OPEN TIME)
- ວັນຈັນ ຫາ ວັນເສົາ
- ເວລາ 13:00 - 20:00 ໂມງ
2. FITNESS & AEROBIC
- ຄ່າບໍລິການລາຍວັນ: ຈາກ 35.000 ກີບ/ຄັ້ງ/ຄົນ ເປັນ 50.000 ກີບ/ຄັ້ງ/ຄົນ
3. ຫ້ອງ YOGA
- ຄ່າບໍລິການລາຍວັນ: ຈາກ 35.000 ກີບ/ຄັ້ງ/ຄົນ ເປັນ 50.000 ກີບ/ຄັ້ງ/ຄົນ (ເພີ້ມເວລາ ຈາກ 60 ນາທີ ມາເປັນ 75 ນາທີ)

ພວກເຮົາໃຫ້ຄຳໝັ້ນສັນຍາວ່າຈະພັດທະນາການບໍລິການ ແລະ ສ້າງປະສົບການການອອກກຳລັງກາຍທີ່ດີທີ່ສຸດໃຫ້ແກ່ທຸກທ່ານ.

ຫວັງຢ່າງຍິ່ງວ່າຈະໄດ້ຮັບຄວາມເຂົ້າໃຈ ແລະ ການສະໜັບສະໜູນຈາກທ່ານຕໍ່ໄປ.

🏋️‍♂️✨ ປີ 2026: ເຂົ້າຟິດເນັດໃຫ້ເປັນວຽກປະຈຳ ແລ້ວຜົນສຳເລັດຈະເຮັດໃຫ້ທ່ານພູມໃຈ.🏋️‍♂️✨
03/01/2026

🏋️‍♂️✨ ປີ 2026: ເຂົ້າຟິດເນັດໃຫ້ເປັນວຽກປະຈຳ ແລ້ວຜົນສຳເລັດຈະເຮັດໃຫ້ທ່ານພູມໃຈ.🏋️‍♂️✨

🏋️‍♂️✨ "ເນື່ອງໃນໂອກາດວັນຂຶ້ນປີໃໝ່ 2026, ໃນນາມ ສູນອອກກຳລັງກາຍ SK9177 FITNESS and YOGA, ຂໍສົ່ງຄວາມປາດຖະໜາດີມາຍັງທ່ານ ແລະ ຄ...
31/12/2025

🏋️‍♂️✨ "ເນື່ອງໃນໂອກາດວັນຂຶ້ນປີໃໝ່ 2026, ໃນນາມ ສູນອອກກຳລັງກາຍ SK9177 FITNESS and YOGA, ຂໍສົ່ງຄວາມປາດຖະໜາດີມາຍັງທ່ານ ແລະ ຄອບຄົວ. ຂໍໃຫ້ທ່ານມີສຸຂະພາບພະລານາໄມທີ່ສົມບູນ, ປາສະຈາກໂລກໄພໄຂ້ເຈັບ ແລະ ມີພະລັງກາຍ-ພະລັງໃຈທີ່ເຂັ້ມແຂງ ເພື່ອບັນລຸທຸກເປົ້າໝາຍໃນຊີວິດ. 🏋️‍♂️✨

🏋️‍♂️✨ ຂໍຂອບໃຈທີ່ສະໜັບສະໜູນພວກເຮົາຕະຫຼອດມາ." 🏋️‍♂️✨

ແຈ້ງປິດຟິດເນັດ ວັນທີ 2 ທັນວາ 2025ວັນພຸດທີ 3 ທັນວາ 2025 ເປີດປົກກະຕິຂໍຂອບໃຈ
02/12/2025

ແຈ້ງປິດຟິດເນັດ ວັນທີ 2 ທັນວາ 2025

ວັນພຸດທີ 3 ທັນວາ 2025 ເປີດປົກກະຕິ

ຂໍຂອບໃຈ

ແຈ້ງປິດຟິດເນັດ ວັນທີ 6-7 ຕຸລາ 2025ວັນພຸດທີ 8 ຕຸລາ 2025 ເປີດປົກກະຕິຂໍຂອບໃຈ
06/10/2025

ແຈ້ງປິດຟິດເນັດ ວັນທີ 6-7 ຕຸລາ 2025

ວັນພຸດທີ 8 ຕຸລາ 2025 ເປີດປົກກະຕິ

ຂໍຂອບໃຈ

20/06/2025

ແຈ້ງປິດຟິດເນັດ ວັນສຸກ, ເສົາ ທີ 20-21/6/2015

ວັນຈັນທີ 23/6/2025 ເປີດປົກກະຕິ

ຂໍຂອບໃຈ

Address

ຖະໜົນ 13 ໄຕ້, ບ້ານອານຸສອນໄຊ, ເມືອງປາກຊັນ, ແຂວງບໍລິຄຳໄຊ (13 South Road, Paksan, Bolikhamxay)
Paksane
00856

Opening Hours

Monday 15:15 - 20:00
Tuesday 15:15 - 20:00
Wednesday 15:15 - 20:00
Thursday 15:15 - 20:00
Friday 15:15 - 20:00
Saturday 15:15 - 20:00

Telephone

+8562022809999

Website

Alerts

Be the first to know and let us send you an email when SK 9177 Fitness & Yoga Studio posts news and promotions. Your email address will not be used for any other purpose, and you can unsubscribe at any time.

Contact The Business

Send a message to SK 9177 Fitness & Yoga Studio:

Shortcuts

Share