15/08/2026
ສະໂມສອນບານບ້ວງຫຼວງພະບາງ! ພ້ອມກ້າວໄປໄກ ແລະ ຍົກລະດັບບານບ້ວງຫຼວງພະບາງສູ່ລະດັບສາກົນ 🇱🇦✨
ຖ້າເວົ້າເຖິງສະໂມສອນບານບ້ວງ ທີ່ມີຄວາມໂດດເດັ່ນ ທັງຝີມື, ສັກກະຍະພາບ ແລະ ເຕັມພະລັງຂອງນັກກີລາ ແນ່ນອນວ່າ "ສະໂມສອນບານບ້ວງຫຼວງພະບາງ" ຄືໜຶ່ງໃນທີມທີ່ມີຊື່ສຽງ ແລະ ເປັນທີ່ຍອມຮັບຢ່າງກວ້າງຂວາງ!
ທີມຂອງພວກເຣົາບໍ່ໄດ້ມີດີແຕ່ໃນບ້ານ ເພາະທີ່ຜ່ານມາ ສະໂມສອນບານບ້ວງຫຼວງພະບາງ ໄດ້ເຄີຍກ້າວອອກໄປຮ່ວມການແຂ່ງຂັນໃນເວທີຕ່າງປະເທດ ແລະ ສາມາດສ້າງຜົນງານຈົນເປັນທີ່ຍອມຮັບ ແລະ ໄດ້ຮັບຄວາມຊົມເຊີຍຢ່າງຫຼວງຫຼາຍ! ດ້ວຍສູດປະສົມປະສານທີ່ລົງຕົວ ລະຫວ່າງ ນັກກີລາລາວ ແລະ ນັກກີລາຕ່າງປະເທດ ທີ່ຮ່ວມແຮງຮ່ວມໃຈກັນ ຫຼິ້ນດ້ວຍຄວາມເຂົ້າໃຈ ແລະ ສ້າງມາດຕະຖານການຫຼິ້ນແບບສາກົນຢ່າງແທ້ຈິງ.
ນອກຈາກນີ້, ພວກເຮົາຍັງໄດ້ ຍົກລະດັບພື້ນຖານໂຄງລ່າງ ທັງສະໂມສອນໃຫ້ມີຄຸນນະພາບ ແລະ ມາດຕະຖານທີ່ສູງຂຶ້ນ ເພື່ອຮອງຮັບການຝຶກຊ້ອມຢ່າງມືອາຊີບ ແລະ ພ້ອມຕ້ອນຮັບການແຂ່ງຂັນໃນລະດັບທີ່ສູງກວ່າເກົ່າ.
ທຸກໆ ການຊ້ອມ, ທຸກໆ ຢາດເຫື່ອ ແລະ ທຸກໆ ນັດການແຂ່ງຂັນ ຄືກ້າວສໍາຄັນທີ່ພວກເຮົາຈະເດີນໜ້າ. ຂໍຂອບໃຈທຸກພະລັງສະໜັບສະໜູນຈາກແຟນໆ ບານບ້ວງຫຼວງພະບາງ ແລະ ທຸກຄົນທີ່ເຊື່ອໝັ້ນໃນພວກເຮົາ.
ມາຮ່ວມສົ່ງແຮງໃຈ ແລະ ເປັນກໍາລັງໃຈໃຫ້ສະໂມສອນບານບ້ວງຫຼວງພະບາງ ກ້າວສູ່ຄວາມສໍາເລັດ! 💙🔥
#ບານບ້ວງຫຼວງພະບາງ #ພັດທະນາສູ່ລະດັບສາກົນ #ກ້າວສູ່ລະດັບສາກົນ