ພະແນກສຶກສາທິການ ແລະ ກິລາ ແຂວງຫຼວງພະບາງ

ພະແນກສຶກສາທິການ ແລະ ກິລາ ແຂວງຫຼວງພະບາງ Luang Prabang Provincial Education and Sport Department (ພະແນກສຶກສາທິກາ?

ຫົວໜ້າ ພະແນກ ສຶກສາທິການ ແລະ ກິລາ ແຂວງຫຼວງພະບາງ ປະກອບຄໍາເຫັນ ສຸມໃສ່ຍົກລະດັບຄຸນນະພາບການສຶກສາ ແລະ ກິລາ ຢູ່ ເມືອງ ວຽງຄໍາ----...
05/08/2026

ຫົວໜ້າ ພະແນກ ສຶກສາທິການ ແລະ ກິລາ ແຂວງຫຼວງພະບາງ ປະກອບຄໍາເຫັນ ສຸມໃສ່ຍົກລະດັບຄຸນນະພາບການສຶກສາ ແລະ ກິລາ ຢູ່ ເມືອງ ວຽງຄໍາ
--------------------------
ໃນວັນທີ 5 ສິງຫາ 2026ນີ້, ທ່ານ ປອ ສຸລິເດດ ແກ້ວບົວລະເພັດ ກຳມະການພັກແຂວງ ສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງ ເມືອງ ຊຽງເງິນ ຫົວໜ້າ ພະແນກ ສຶກສາທິການ ແລະ ກິລາ ແຂວງຫຼວງພະບາງ, ໄດ້ຮ່ວມເຄື່ອນໄຫວເຜີຍແຜ່ເນື້ອໃນ ແລະ ຜົນສຳເລັດຂອງກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນແຂວງ ຊຸດທີ V ແລະ ຊຸກຍູ້ວຽກງານຮອບດ້ານ ໃຫ້ກັບຜູ້ມີສິດປ່ອນບັດເລືອກຕັ້ງ ຢູ່ ເມືອງ ວຽງຄໍາ ,ໂດຍໃຫ້ກຽດນຳພາຄະນະຂອງ ທ່ານ ບຸນເລື່ອມ ມະນີວົງ ກຳມະການສູນກາງພັກ ເລຂາບໍລິຫານງານພັກແຂວງ,ປະທານຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 6, ປະທານ ສະພາປະຊາຊົນ ແຂວງຫຼວງພະບາງ ຊຸດທີ 5, ພ້ອມດ້ວຍຄະນະ ແລະ ການນຳຂັ້ນແຂວງຫຼວງພະບາງ.

ໃນໂອກາດພົບປະພະນັກງານ-ລັດຖະກອນ ແລະປະຊາຊົນບັນດາເຜົ່າ ຢູ່ ເມືອງ ວຽງຄໍາ ,ທ່ານ ປອ ສຸລິເດດ ແກ້ວບົວລະເພັດ,ໄດ້ຊີ້ແຈງຕໍ່ຂໍ້ສະເໜີຂອງປະຊາຊົນ ທີ່ກ່ຽວຂ້ອງກັບວຽກງານການສຶກສາ ແລະ ກິລາ ເປັນຕົ້ນ ການພັດທະນາຄຸນນະພາບການຮຽນ-ການສອນ, ການພັດທະນາຄູສອນ, ການປັບປຸງໂຮງຮຽນ ແລະສິ່ງອຳນວຍຄວາມສະດວກດ້ານການສຶກສາ ລວມທັງການສົ່ງເສີມວຽກງານກິລາມວນຊົນ.
ທ່ານໄດ້ມີຄໍາເຫັນວ່າ: ຄະນະນໍາພະແນກ ສຶກສາທິການ ແລະ ກິລາ ຈະສືບຕໍ່ປະສານກັບພາກສ່ວນທີ່ກ່ຽວຂ້ອງ ເພື່ອປັບປຸງລະບົບການສຶກສາ-ສາມັນ ໃຫ້ເປັນ 6+3+3 ໃນທົ່ວແຂວງ,ສ້າງນະໂຍບາຍໃຫ້ຄູອາສາສະໝັກ, ສະໜອງຕົວເລກຄູທົດແທນ, ປຸກລະດົມການຮຽນຄູ ໂດຍມອບໃຫ້ບັນດາເມືອງ ສ້າງຄູສອນໃຫ້ສາມາດທົດແທນຄູທີ່ສູນເສຍ, ຊຸກຍູ້ໃຫ້ບັນດານັກຮຽນທີ່ຮຽນຈົບສາຍສາມັນ ຈະສ້າງໂອກາດ ແລະນະໂຍບາຍໃຫ້ເຂົາເຈົ້າໄດ້ເຂົ້າຮຽນວິຊາຊີບ ຢູ່ທັງພາຍໃນ ແລະຕ່າງປະເທດ.

ສໍາລັບບັນຫາຢາເສບຕິດທີ່ເກີດຂຶ້ນກັບນັກຮຽນ ທ່ານໄດ້ຮຽກຮ້ອງໃຫ້ທຸກຄົນໃນສັງຄົມຊ່ວຍເປັນເຈົ້າການ ຕິດຕາມລູກຫຼານຂອງຕົນ ເພື່ອບໍ່ໃຫ້ໄປມົ້ວສຸມກັບສີ່ງເສບຕິດ ແລະວຽກງານກິລາ-ກາຍຍະກຳ ຈະສືບຕໍ່ກະກຽມນັກກິລາ ເຂົ້າຮ່ວມການແຂ່ງຂັນ ກິລານັກຮຽນມັດທະຍົມສຶກສາທົ່ວປະເທດທີ່ແຂວງເຊກອງ, ທັງຈະຊຸກຍູ້ໃຫ້ບັນດາສະຫະພັນກິລາແຕ່ລະປະເພດ ຈັດການແຂ່ງຂັນໃຫ້ຕໍ່ເນື່ອງ ເພື່ອສ້າງນັກກິລາຂອງແຂວງໃຫ້ຫຼາຍຂຶ້ນ. ຜ່ານການຊີ້ແຈງຂອງຫົວໜ້າພະແນກ ສຶກສາທິການ ແລະ ກິລາ ເຮັດໃຫ້ຜູ້ເຂົ້າຮ່ວມ ມີຄວາມສົນໃຈ ແລະເຫັນເຖິງຄວາມເອົາໃຈໃສ່ຂອງຂະແໜງການສຶກສາ ໃນການແກ້ໄຂບັນຫາຫຍຸ້ງຍາກ ຂອງວຽກງານການສຶກສາ ແລະ ກິລາ ໃຫ້ມີປະສິດທິພາບຫຼາຍຂຶ້ນ.

ຂ່າວ : ທະນູສິນ ອິດທິພົນ.
ພາບ: ສອນອາຄົມ ແກ້ວຄຳເພັດ

ປະກາດຍົກຍ້າຍຜູ້ອໍານວຍການ ແລະ ແຕ່ງຕັ້ງຮັກສາການຜູ້ອໍານວຍການໂຮງຮຽນສາມັນກິນນອນຊົນເຜົ່ານໍ້າບາກ+++++++++++++++++++++++++++++++...
04/08/2026

ປະກາດຍົກຍ້າຍຜູ້ອໍານວຍການ ແລະ ແຕ່ງຕັ້ງຮັກສາການຜູ້ອໍານວຍການໂຮງຮຽນສາມັນກິນນອນຊົນເຜົ່ານໍ້າບາກ
++++++++++++++++++++++++++++++++++

ໃນຕອນເຊົ້າວັນທີ 4 ສິງຫາ 2026 ນີ້, ທີ່ໂຮງຮຽນສາມັນກິນນອນຊົນເຜົ່ານໍ້າບາກ ເມືອງນໍ້າບາກ ແຂວງຫຼວງພະບາງ ໄດ້ມີພິທີປະກາດຍົກຍ້າຍຜູ້ອໍານວຍການ ແລະ ແຕ່ງຕັ້ງຮັກສາການຜູ້ອໍານວຍການໂຮງຮຽນຄົນໃໝ່ໂດຍພາຍໃຕ້ການເປັນປະທານຂອງທ່ານ ປອ ສຸລິເດດ ແກ້ວບົວລະເພັດ ກຳມະການພັກແຂວງ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ທ່ານ ຄຳສະໝອນ ເພັດດາລາ ຮອງເລຂາພັກເມືອງ ຫົວໜ້າຄະນະຈັດຕັ້ງເມືອງນໍ້າບາກ, ທ່ານ ຈັນທີ ແພງບົວມົນ ກຳມະການພັກເມືອງ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ, ມີບັນດາທ່ານຜູ້ຕາງໜ້າຈາກພະແນກສຶກສາທິການ ແລະ ກິລາແຂວງ, ຕາງໜ້າຈາກຫ້ອງການອ້ອມຂ້າງເມືອງ, ຄະນະອຳນວຍການໂຮງຮຽນພ້ອມດ້ວຍພະນັກງານ, ຄູ-ອາຈານທີ່ກ່ຽວຂ້ອງ ເຂົ້າຮ່ວມຢ່າງພ້ອມພຽງ.
ໂອກາດນີ້, ທ່ານ ເຊັບ ບຸນທັນ ຫົວໜ້າຂະແໜງຈັດຕັ້ງ-ພະນັກງານ ແລະ ພັດທະຍາຄູ ພະແນກສຶກສາທິການ ແລະ ກິລາແຂວງ ໄດ້ຜ່ານຂໍ້ຕົກລົງຂອງທ່ານ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງສະບັບເລກທີ 425/ສກຂ.ຫຼບ, ລົງວັນທີ 23 ກໍລະກົດ 2026 ວ່າດ້ວຍການປັບປຸງ, ຊັບຊ້ອນ ແລະ ແຕ່ງຕັ້ງພະນັກງານ-ລັດຖະກອນ ໂຮງຮຽນທີ່ຂຶ້ນກັບພະແນກສຶກສາທິການ ແລະ ກິລາແຂວງ ປະຈຳຢູ່ສູນການສຶກສານອກໂຮງຮຽນ ໂດຍຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ເຫັນດີຕົກລົງປັບປຸງ, ຊັບຊ້ອນ ແລະ ແຕ່ງຕັ້ງທ່ານ ສົມພອນ ສິດທິພອນ ຜູ້ອໍານວຍການໂຮງຮຽນສາມັນກິນນອນຊົນເຜົ່ານໍ້າບາກ ຍົກຍ້າຍມາເປັນຮອງຫົວໜ້າສູນການສຶກສານອກໂຮງຮຽນ ແລະ ຂໍ້ຕົກລົງຂອງທ່ານ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງສະບັບເລກທີ 426/ສກຂ.ຫຼບ, ລົງວັນທີ 23 ກໍລະກົດ 2026 ວ່າດ້ວຍການແຕ່ງຕັ້ງຮັກສາການຜູ້ອໍານວຍການໂຮງຮຽນສາມັນກິນນອນໂຮງຮຽນຊົນເຜົ່ານໍ້າບາກ ເມືອງນໍ້າບາກ ແຂວງຫຼວງພະບາງ ໂດຍທ່ານຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ຕົກລົງເຫັນດີແຕ່ງຕັ້ງ ທ່ານ ສຸກດາວົງ ພົມມະນີ ຮອງຜູ້ອຳນວຍການໂຮງຮຽນສາມັນກິນນອນຊົນເຜົ່ານໍ້າບາກຂື້ນເປັນຮັກສາການຜູ້ອຳນວຍການໂຮງຮຽນສາມັນການນອນຊົນເຜົ່ານໍ້າບາກ ເມືອງນໍ້າບາກ ແຂວງຫຼວງພະບາງ. ຈາກນັ້ນ
ທ່ານ ສົມພອນ ສິດທິພອນ ຜູ້ອຳນວຍການໂຮງຮຽນຜູ້ເກົ່າ ໄດ້ລາຍງານໃຫ້ເຫັນຜົນງານອັນພົ້ນເດັ່ນໃນໄລຍະຜ່ານມາ ໃນການທຸ້ມເທສະຕິປັນຍາ, ເຫື່ອແຮງ ແລະ ມີຄວາມຮັບຜິດຊອບສູງໃນການນຳພາ-ຊີ້ນຳໂຮງຮຽນ, ຮ່ວມສຸກຮ່ວມທຸກກັບໝູ່ຄະນະ, ສ້າງຄວາມສາມັກຄີພາຍໃນ ແລະ ຍາດໄດ້ຜົນງານອັນພົ້ນເດັ່ນຫຼາຍດ້ານ ເປັນຕົ້ນແມ່ນ ການເປັນເສນາທິການອັນຕັ້ງໜ້າໃຫ້ແກ່ອົງຄະນະພັກພະແນກສຶກສາທິການ ແລະ ກິລາແຂວງ ໃນການຕິດຕາມ, ກວດກາ ແລະ ປະເມີນຜົນການຈັດຕັ້ງພັກ, ສະມາຊິກພັກ, ພ້ອມທັງຕິດຕາມແຜນພັດທະນາການສຶກສາໃນໂຮງຮຽນ ພ້ອມທັງຊີ້ນຳຢ່າໃກ້ຊິດ ການນໍາພາ-ຊີ້ນຳຕິດພັນກັບການເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິ, ຄຳສັ່ງ, ກົດໝາຍ ແລະ ນິຕິກຳຕ່າງໆ ຢ່າງມີຜົນສຳເລັດ, ເຮັດໃຫ້ວຽກງານພາຍໃນໂຮງຮຽນໄດ້ຮັບການພັດທະນາດີຂື້ນ.
ໂອກາດດັ່ງກ່າວ, ທ່ານ ປອ ສຸລິເດດ ແກ້ວບົວລະເພັດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນງານຂອງທ່ານຜູ້ອຳນວຍການໂຮງຮຽນຜູ້ເກົ່າພ້ອມທັງເນັ້ນໜັກ ແລະ ໃຫ້ທິດຊີ້ນຳຫຼາຍບັນຫາສຳຄັນ ເພື່ອເປັນເຂັມຊີ້ທິດໃຫ້ຮັກສາການຜູ້ອຳນວຍການໂຮງຮຽນຜູ້ໃໝ່ ແລະ ພະນັກງານ,ຄູ-ອາຈານນຳໄປຈັດຕັ້ງປະຕິບັດໂດຍຖືເອົາຄວາມສາມັກຄີເປັນຫຼັກ, ສ້າງຄວາມເປັນເອກະພາບພາຍໃນຄະນະນຳ ແລະ ພະນັກງານ, ເອົາໃຈໃສ່ຮັບຟັງຄຳຄິດເຫັນ ແລະ ເຮັດວຽກງານແນວຄິດໃຫ້ເລິກເຊິ່ງ, ປັບປຸງແບບແຜນວິທີເຮັດວຽກ ໃຫ້ມີຈຸດສຸມລະອຽດ, ຈັດບຸລິມະສິດວຽກງານ, ມີການແບ່ງງານຈະແຈ້ງ ແລະ ກຳໃຫ້ໄດ້ສະພາບປະກົດການຫຍໍ້ທໍ້ພາຍໃນໂຮງຮຽນ, ສືບຕໍ່ວຽກງານທີ່ດີ ແລະ ຮ່ວມກັນຄົ້ນຄວ້າແກ້ໄຂສິ່ງທ້າທາຍຢ່າງທັນການ; ເອົາໃຈໃສ່ກໍ່ສ້າງ, ຍົກລະດັບຄວາມຮູ້ຄວາມສາມາດໃຫ້ພະນັກງານ ໂດຍສະເພາະດ້ານວິຊາການວິຊາສະເພາະຂອງແຕ່ລະສະມາຊິກ ແລະ ເພີ່ມທະວີຄວາມຮັບຜິດຊອບ ດ້ານ ຈັນຍາບັນ ພ້ອມດຽວກັນນີ້ທ່ານຍັງໄດ້ຮຽກຮ້ອງໃຫ້ພະນັກງານທຸກທ່ານ ໃຫ້ການຮ່ວມມື ແລະ ຊ່ວຍເຫຼືອຮັກສາການຜູ້ອຳນວຍການຜູ້ໃໝ່ຢ່າງຈິງໃຈ ເພື່ອປະຕິບັດໜ້າທີ່ການເມືອງທີ່ຂັ້ນເທິງມອບໝາຍໃຫ້ ບັນລຸຜົນສຳເລັດຢ່າງຈົບງາມ.

ພາບ-ຂ່າວ ໂດຍ: ສອນອາຄົມ ແກ້ວຄຳເພັດ ພະແນກສຶກສາທິການ ແລະ ກິລາແຂວງ

ສູນ ICT ພະແນກສຶກສາທິການ ແລະ ກິລາແຂວງ ສຳເລັດການລົງຕິດຕາມ ຊຸກຍູ້ວຽກງານໄອຊີທີ ແລະ ຝຶກອົບຮົມຄອມພິວເຕີໃຫ້ພະນັກງານຄູ-ອາຈານຫ້ອງ...
03/08/2026

ສູນ ICT ພະແນກສຶກສາທິການ ແລະ ກິລາແຂວງ ສຳເລັດການລົງຕິດຕາມ ຊຸກຍູ້ວຽກງານໄອຊີທີ ແລະ ຝຶກອົບຮົມຄອມພິວເຕີໃຫ້ພະນັກງານຄູ-ອາຈານຫ້ອງການສຶກສາທິການ ແລະ ກິລາເມືອງພູຄູນ.
++++++++++++++++++++
ໃນລະຫວ່າງວັນທີ 26-29 ກໍລະກົດ 2026 ຜ່ານມານີ້, ສູນໄອຊີທີພະແນກສຶກສາທິການ ແລະ ກິລາແຂວງ ໄດ້ສຳເລັດການລົງຕິດຕາມຊຸກວຽກງານໄອຊີທີ ແລະ ຝຶກອົບຮົມຄອມພິວເຕີໃຫ້ພະນັກງານຄູອາຈານຫ້ອງການສຶກສາທິການ ແລະ ກິລາເມືອງພູຄູນ ໂດຍການນຳພາຂອງທ່ານ ປທ ວິລະເດດ ໂພທິມາດ ຮອງຜູ້ອຳນວຍການສູນໄອຊີທີ ພະແນກສຶກສາທິການ ແລະ ກິລາແຂວງ, ມີທ່ານ ຫຸມເພັງ ວິໄລສັກ ຮອງຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງພູຄູນ, ທ່ານຜູ້ອຳນວຍການ, ຮອງຜູ້ອຳນວຍການໂຮງຮຽນ ພະນັກງານຄູອາຈານ ຈາກໂຮງຮຽນ ມັດທະຍົມ 6 ໂຮງຮຽນເຂົ້າຮ່ວມ.
ຜ່ານການຝຶກອົບຮົມໃນຄັ້ງນີ້ ສຳມະນາກອນໄດ້ຮຽນຮູ້ ແລະ ເຊື່ອມຊຶມບັນດານະໂຍບາຍ, ຍຸດທະສາດດິຈິຕອນສຳລັບການສຶກສາ 10 ປີ (2026-2035), ພ້ອມທັງໄດ້ຮັບການຍົກລະດັບທັກສະການນຳໃຊ້ອຸປະກອນ ແລະ ໂປຣແກຣມອໍຟິສພື້ນຖານຢ່າງຮອບດ້ານ ແລະ ໄດ້ຮຽນຮູ້ການຈັດແຕ່ງເອກະສານດ້ວຍ Microsoft Word, ການສ້າງຕາຕະລາງ ແລະ ນຳໃຊ້ສູດຄິດໄລ່ດ້ວຍ Microsoft Excel, ລວມທັງການສ້າງບົດນຳສະເໜີທີ່ມີປະສິດທິພາບດ້ວຍ Microsoft PowerPoint. ນອກຈາກນີ້, ສຳມະນາກອນຍັງໄດ້ຮຽນຮູ້ວິທີການບຳລຸງຮັກສາ, ວິທີແກ້ໄຂບັນຫາພື້ນຖານຂອງຄອມພິວເຕີ ແລະ ໄດ້ກຳນຳເອົາເຕັກໂນໂລຊີທັນສະໄໝ ເຊັ່ນ: ປັນຍາປະດິດ (AI), ເຄື່ອງມື ChatGPT ແລະ Gemini ເຂົ້າມາຊ່ວຍສົ່ງເສີມການຮຽນ-ການສອນ. ຕອນທ້າຍຂອງກອງປະຊຸມຍັງໄດ້ມອບໃບຢັ້ງຢືນໃຫ້ແກ່ຜູ້ເຂົ້າຮ່ວມຕື່ມອີກ.
ພາບ-ຂ່າວ: ເພັດມະນີ ຫຼວງພັກດີ ICT ຫຼວງພະບາງ

ງານແຂ່ງຂັນກິລາດອກປີກໄກ່ລາຍການ Tigerhead Badminton Championships 2026 ມີນັກກິລາເຂົ້າຮ່ວມຊີງໄຊ 300 ຄົນ ການແຂ່ງຂັນກີລາດອກປີ...
03/08/2026

ງານແຂ່ງຂັນກິລາດອກປີກໄກ່ລາຍການ Tigerhead Badminton Championships 2026 ມີນັກກິລາເຂົ້າຮ່ວມຊີງໄຊ 300 ຄົນ
ການແຂ່ງຂັນກີລາດອກປີກໄກ່ ໃນລາຍການ Tigerhead Badminton Championship 2026 ຄັ້ງທີ 5 ຊີງຂັນ ປະທານຄະນະກໍາມະການປົກຄອງ ແຂວງຫຼວງພະບາງ ໄດ້ຈັດຂື້ນໃນຂຶ້ນໃນລະຫວ່າງວັນທີ 31 ກໍລະກົດ ຫາ 2 ສິງຫາ 2026 ນີ້ ທີ່ເດີນກິລາດອກປີກໄກ່ຂອງແຂວງຫຼວງພະບາງ, ບ້ານນາຫຼວງ, ນະຄອນ ຫຼວງພະບາງ, ໂດຍມີນັກກິລາເຂົ້າຮ່ວມຊີງໄຊ 300 ຄົນ, ມາຈາກ 15 ສະໂມສອນ ໃນ 5 ແຂວງ, ແຂ່ງຂັນ 2 ລະບົບ ແລະ 12 ລາຍການ. ເຊີ່ງດານແຂ່ງຂັນຄັ້ງນີ້ ໄດ້ຮັບການສະໜັບສະໜູນຫຼັກ ຈາກບໍລິສັດເບຍລາຍ ຜະລິດຕະພັນນ້ຳດື່ມກາຫົວເສືອ ແລະບັນດາພາກສ່ວນທຸລະກິດ, ເປັນການເປີດໂອກາດ ໃຫ້ນັກກິລາດອກປີກໄກ່ເຍົາວະຊົນໃນຫຼາຍແຂວງ ໄດ້ສະແດງຄວາມສາມາດໃນການແຂ່ງຂັນລະດັບແຂວງ, ກ້າວໄປສູ່ນັກກິລາມືອາຊີບໃນອະນາຄົດ, ທັງພັດທະນາກະລາດອກປີກໄກ່ຂອງປະເທດລາວ ໂດຍສະເພາະຂອງແຂວງຫຼວງພະບາງໃຫ້ນັບມື້ດີຂື້ນ. ຜ່ານການແຂ່ງຂັນຢ່າງມ່ວນຊື່ນຕະຫຼອດໄລຍະເວລາ 2 ວັນ ຜົນກງານແຂ່ງຂັນມີຄື:
-ດ່ຽວຍີງເຍົາວະຊົນ ອາຍຸບໍ່ເກີນ 13 ປີ: ທີ່ 1 ແບ້ງ ຈາກຫຼວງນ້ຳທາ, ທົ່າ 2 ຢົງເໝີຍ ຈາກວາຍເຟບ ພາວເວີ, ທີ່ 3 ຮ່ວມ ອານາ ຫລໍ່ມີໄຊ ຈາກຫຼວງນ້ຳທາ ແລະຍີງຝາ ຈາກວາຍເຟບ ພາວເວີ.
-ດ່ຽວຊາຍເຍົາວະຊົນ ອາຍຸບໍ່ເກີນ 15 ປີ: ທີ່ 1 ອາລິນົນ ຈາກເອັມທີອາ, ທີ່ 2 ກຸ້ງ ຈາກແອວຈີບີ ສີລິວົງ, ທີ່ 3 ຮ່ວມ ທະວີຊັບ ອ່ອນຫຼືໄຊ ຈາກຫຼວງນ້ຳທາ ແລະໂຊກໄຊຄແນ ແກ້ວລະຄອນ ຈາກຫຼວງນ້ຳທາ.
-ດ່ຽວເຍົາວະຊົນຍິງ ອາຍຸບໍ່ເກີນ 17 ປີ: ທີ່ 1 ນຸ້ຍ ຈາກແອວຈີບີ ສີລິວົງ, ທີ່ 2 ຕີງລີງ ຈາກແອວຈີບີ ສີລິວົງ, ທີ່ 3 ຮ່ວມ ມິວ ຈາກແອວຈີບີ ສີລິວົງ ແລະຕຸກຕາ ຈາກແອວຈີບີ ສີລິວົງ.
-ດ່ຽວເຍົາວະຊົນຊາຍ ອາຍຸບໍ່ເກີນ 17 ປີ: ທີ່ 1 ແກ້ວປະທຸມ ຈາກໄຊຍະບູລີ, ທີ່ 2 ລີ, ທີ່ 3 ຮ່ວມ ກົບຈາກແອວຈີບີ ສີລິວົງ ແລະອາລິນົນ ຈາກເອັມທີອາ.
-ດ່ຽວຊາຍທົ່ວໄປ ທີ່ 1 ພີ່ຕົ້ນ ຈາກແສນສະບາຍ, ທີ່ 2 ປິ່ງ ຈາກແສນສະບາຍ, ທີ່ 3 ຮ່ວມ ເປົ້າ ຈາກແສນສະບາຍ ແລະ ວາ ຈາກແອວຈີບີ ສີລິວົງ.
-ດ່ຽວສະໝັກຫຼິ້ນ ທີ່ 1 ຊ້າງນ້ອຍ ຈາກແສນສະບາຍ, ທີ່ 2 ເຈມນ້ອຍ ຈາກວີນເນີຄັບ, ທີ່ 3 ຮ່ວມ ອ້າຍນ້ອຍ ຈາກນ້ຳປະປາ ແລະສົມລັດ ຈາກແສນສະບາຍ.
-ລາຍການຄູ່ ມື BG ທີ່ 1 ໂທນີ້-ແອນນີ້, ທີ່ 2 ລີ-ພົງ, ທີ່ 3 ຮ່ວມ ເລັກຊຸມພົນ-ສຸດາລັດ ຈາກສະໂມສອນໄທບ້ານ ແລະທະວີໄຊ-ທະໜອມຊັບ ຈາກສະໂມສອນສະວິດອາຍ
-ລາຍການຄູ່ ມື S ທີ່ 1 ນັດທິວ-ເຈ ຈາກວີນເນີຄັບ, ທີ່ 2 ໂກ-ແມັກ ຈາກແມັກຊີມໍ່າ, ທີ່ 3 ຮ່ວມ ແຂກ-ເຟວ ຈາກມັນທາຕຸລາດ ແລະເພັດຕາ-ຕີ້.
-ລາຍການຄູ່ ມື N ທີ່ 1 ທາມ-ດ່ຽວ ຈາກວີນເນີຄັບ, ທີ່ 2 ເຈມ-ບີ້ ຈາກແສນສະບາຍ, ທີ່ 3 ຮ່ວມ ທະນຸທອງ-ວິສະນຸ ຈາກແອວພີ ລີໄຊໂຄ ແລະເຈມນ້ອຍ-ນູນູ ຈາກແອວພີ ລີໄຊໂຄ.
-ລາຍການຄູ່ ມື P- ທີ່ 1 ເມກສະຫວ່າງ-ພີ່ຕົ້ນ ຈາກນີວເພ, ທີ່ 2 ປີ່ງ ຈາກແອວພີ-ກ້ອງຈາກແສນສະບາຍ, ທີ່ 3 ຮ່ວມ ໂອບີ-ວາ ຈາກແອວຈີບີ ສີລິວົງ ແລະຈອນນີ-ຊ້າງ ຈາກແອວຈີບີ ສີລິວົງ.
-ຄູ່ອາວຸໂສ ອາຍຸ 45-55 ປີ: ທີ່ 1 ທ່ານ ແສງທອງ-ທ່ານ ທອງສຸກ ຈາກສະໂມສອນນາຫຼວງ, ທີ່ 2 ທ່ານດາວວັນ-ທ່ານ ປັ້ງ ຈາກສະໂມສອນສີວິໄລ, ທີ່ 3 ຮ່ວມ ທ່ານ ບຸນແລ-ທ່ານ ກູດ ຈາກສະໂມສອນນາຫຼວງ ແລະທ່ານ ນໍ-ທ່ານແສງແກ້ວ ຈາກສະໂມສອນການບີນ.
-ຄູ່ອາວຸໂສ ອາຍຸ 55 ປີຂື້ນໄປ: ທີ່ 1 ທ່ານ ສີວິໄລ-ທ່ານ ສົມສະນິດ, ທີ່ 2 ທ່ານ ບຸນເພັງ-ທ່ານ ໄຊ, ທີ່ 3 ຮ່ວມ ທ່ານ ໄຊນ້ອຍ-ທ່ານ ເພັດສະໝອນ ແລະທ່ານ ຄຳຮັກ-ທ່ານ ຈີ່ມມີ. ໃຫ້ກຽດມອບຫຼຽນ ແລະເງີນລາງວັນໂດຍ ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ປະທານຄະນະກຳມະການປົກຄອງາແຂວງຫຼວງພະບາງ, ປະທານສະຫະພັນກິລາດອກປີກໄກ່ແຫ່ງຊາດ ພ້ອມດ້ວຍປະທານສະຫະພັນດອກປີກໄກ່ແຂວງຫຼວງພະບາງ, ຜູ້ໃຫ້ການອຸປະຖຳ ແລະຄະນະນຳ ພະແນກສຶກສາທິການແລະກິລາແຂວງ.

ພາບ-ຂ່າວ: ອາພຸດເດດ ບຸບຜາ

ຜູ້ເຮັດວຽກນິເທດພາຍໃນໂຮງຮຽນຊັ້ນປະຖົມສຶກສາ ເມືອງງອຍ ໄດ້ຮັບການຍົກລະດັບວຽກງານນິເທດພາຍໃນໂມດູນ 2++++++++++++++++++++++++++ຜູ້ເ...
03/08/2026

ຜູ້ເຮັດວຽກນິເທດພາຍໃນໂຮງຮຽນຊັ້ນປະຖົມສຶກສາ ເມືອງງອຍ ໄດ້ຮັບການຍົກລະດັບວຽກງານນິເທດພາຍໃນໂມດູນ 2
++++++++++++++++++++++++++
ຜູ້ເຮັດວຽກສຶກສານິເທດພາຍໃນໂຮງຮຽນຊັ້ນປະຖົມສຶກສາ ທົ່ວເມືອງງອຍ ແຂວງຫຼວງພະບາງ ໄດ້ຮັບການຍົກລະດັບວຽກງານນິເທດພາຍໃນ ໂມດູນ 2, ຊຸດຝຶກອົບຮົມດັ່ງກ່າວໄດ້ເປີດຂື້ນໃນຕອນເຊົ້າຂອງວັນທີ 3 ສິງຫາ 2026 ນີ້, ທີ່ຫ້ອງການສຶກສາທິການ ແລະ ກິລາເມືອງງອຍ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ປອ ສຸລິເດດ ແກ້ວບົວລະເພັດ ຫົວໜ້າພະແນກສຶກສາທິການ ແລະ ກິລາ, ທ່ານ ສົມໄຊ ອິນທະສອນ ຫົວໜ້າໂຄງການປັບປຸງພື້ນຖານການຮຽນຮູ້ຂອງເດັກ, ທ່ານ ເມກ ແກ້ວມະນີຄະ ຮອງຜູ້ອໍານວຍການວິທະຍາໄລຄູຫຼວງພະບາງ, ມີຄູຝຶກຈາກວິທະຍາໄລຄູຫຼວງພະບາງ, ທ່ານ ຜູ້ຕາງໜ້າຈາກພະແນກສຶກສາທິການ ແລະ ກິລາແຂວງ, ຄະນະອໍານວຍການໂຮງຮຽນຊັ້ນປະຖົມສຶກສາ ພ້ອມດ້ວຍຄູຜູ້ເຮັດວຽກສຶກສາສານິເທດພາຍໃນໂຮງຮຽນເຂົ້າຮ່ວມ.
ການຝຶກອົບຮົມໃນຄັ້ງນີ້, ເປັນການຈັດຕັ້ງປະຕິບັດຕາມແຜນການພັດທະນາວິຊາຊີບຄູ ໂດຍມີການຮ່ວມມືກັນລະຫວ່າງຂັ້ນກະຊວງສຶກສາທິການ ວິທະຍາສາດ ແລະກິລາ, ພະແນກສຶກສາທິການ ແລະ ກິລາແຂວງ, ຫ້ອງການສຶກສາທິການ ແລະ ກິລາເມືອງ ແລະ ວິທະຍາໄລຄູ ເພື່ອໃຫ້ຜູ້ເຮັດວຽກນິເທດພາຍໃນເປັນເສນາທິການທີ່ເຂັ້ມແຂງ, ຊ່ວຍໃຫ້ຄູສາມາດປັບປຸງການສອນຂອງຕົນເອງ ແລະ ເຮັດໃຫ້ທຸກໆໂຮງຮຽນຮຽນຮູ້ຢ່າງມີຄຸນນະພາບ, ພ້ອມດຽວກັນນີ້ສໍາມະນາກອນຈະໄດ້ຮຽນຮູ້ ແລະ ແລກປ່ຽນບົດຮຽນຮ່ວມກັນຫຼາຍດ້ານເປັນຕົ້ນ: ເຄື່ອງມືສັງເກດການສອນ ໃນຫ້ອງຮຽນ ເພື່ອເຂົ້າໃຈການນຳໃຊ້ເຄື່ອງມືຢ່າງມີປະສິດທິພາບ, ການວິເຄາະຄວາມຕ້ອງການຂອງຄູ: ເພື່ອເຂົ້າໃຈປະເພດຂໍ້ມູນ ແລະ ແຫຼ່ງຂໍ້ມູນໃນການນຳມາວາງແຜນການສຶກສານິເທດ, ການຈັດສຳມະນາ/ຊ່ວຍເຫຼືອຄູ: ບາດກ້າວການຈັດຝຶກອົບຮົມ ແລະ ການແລກປ່ຽນບົດຮຽນ, ການວາງແຜນການສອນທົດລອງ ການຮ່າງ ແລະ ທົດລອງແຕ່ງບົດສອນ, ທັກສະດ້ານ ICT ການນຳໃຊ້ລະບົບ LESMIS, ວິທີໂອ້ລົມສຳລັບການພັດທະນາຄູ, ຄັງປັນຍາລາວ, ມາດຕະຖານຄຸນນະພາບພື້ນຖານ ແລະ ການສື່ສານ/ແລກປ່ຽນຜ່ານ ລະບົບເອເລັກໂຕນິດຕ່າງໆ, ການຕິດຕາມ ແລະ ການລາຍງານ: ການປ້ອນຂໍ້ມູນຕິດຕາມຜ່ານ Google Form / Kobo Form.
ໂອກາດນີ້, ທ່ານ ປອ ສຸລິເດດ ແກ້ວບົວລະເພັດ ໄດ້ໃຫ້ກຽດມີຄຳເຫັນກ່າວເປີດກອງປະຊຸມ ພ້ອມມີຄຳເຫັນວ່າ: ການຍົກລະດັບຄວາມສາມາດໃຫ້ແກ່ຜູ້ເຮັດວຽກສຶກສານິເທດພາຍໃນເປັນພື້ນຖານອັນສຳຄັນໃນການສະໜັບສະໜູນການພັດທະນາວິຊາຊີບຄູແບບຕໍ່ເນື່ອງໃນຂັ້ນໂຮງຮຽນ/ກຸ່ມໂຮງຮຽນ ແລະ ທັງເປັນການເສີມສ້າງໃຫ້ຄູມີຄວາມຮັບຮູ້ເຂົ້າໃຈຢ່າງເລິກເຊີ່ງກ່ຽວກັບການນໍາໃຊ້ເຄື່ອງມືສັງເກດການສອນ, ການວິເຄາະ ແລະ ການຈັດບູລິມະສິດຄວາມຕ້ອງການຂອງຄູ ລວມເຖິງຄວາມຮັບຮູ້ຄວາມສາມາດໃນການນໍາໃຊ້ ICT ເຂົ້າໃນການຮຽນ-ການສອນໄດ້ຢ່າງມີປະສິດທິພາບ, ພ້ອມດຽວກັນນີ້ ທ່ານຍັງໄດ້ຮຽກຮ້ອງມາຍັງຄະນະຮັບຜິດຊອບ, ຄູຝຶກທຸກທ່ານ ຈົ່ງໄດ້ພ້ອມກັນເອົາໃຈໃສ່ຕິດຕາມ, ຄົ້ນຄວ້າແລກປ່ຽນບົດຮຽນ ແລະ ຖອດຖອນປະສົບການຕົວຈິງໃຫ້ກັບສຳມະນາກອນຢ່າງກົງໄປກົງມາເພື່ອໃຫ້ບັນຝຶກອົບຮົມຄັ້ງນີ້ມີບັນຍາກາດຟົດຟື້ນ ແລະ ມີປະສິດທິພາບສູງສຸດ, ສຳມະນາກອນທຸກພາກສ່ວນຈົ່ງໄດ້ເອົາໃຈໃສ່ເຂົ້າຮ່ວມທຸກກິດຈະກຳຢ່າງຕັ້ງໜ້າ, ສຸດກົກສຸດປາຍ. ພາຍຫຼັງສຳເລັດການການຝຶກອົບຮົມຄັ້ງນີ້ກໍ່ຂໍໃຫ້ບັນດາທ່ານ ຈົ່ງໄດ້ພ້ອມກັນສືບຕໍ່ນຳເອົາຄວາມຮູ້, ເຄື່ອງມື, ແລະ ທັກສະທີ່ໄດ້ຮັບໃນ ໂມດູນ 2 ນີ້ ໄປຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດຢູ່ຂັ້ນໂຮງຮຽນ ແລະ ກຸ່ມໂຮງຮຽນຂອງຕົນໃຫ້ເກີດຜົນເປັນຮູບປະທຳ.

ສຳລັບການຝຶກອົບຮົມຄັ້ງນີ້ໄດ້ໄດ້ດຳເນີນໄປເປັນເວລາ 5 ວັນ(ວັນທີ 3-7 ສິງຫາ 2026) ຈຶ່ງຈະສຳເລັດ
ພາບ-ຂ່າວ: ສອນອາຄົມ ແກ້ວຄຳເພັດ ພະແນກສຶກສາທິການ ແລະ ກິລາແຂວງ

ມູນນິທິສໍແຫ່ງຄວາມຫວັງ ສະຫຼຸບ ເຄິ່ງໂຄງການ 2024-2026 ແລະ ທິດທາງແຜນການຕໍ່ໜ້າ 2026-2028 ຊ່ວຍເຫຼືອການສຶກສາຢູ່ ສປປ ລາວ ໄລຍະທີ ...
01/08/2026

ມູນນິທິສໍແຫ່ງຄວາມຫວັງ ສະຫຼຸບ ເຄິ່ງໂຄງການ 2024-2026 ແລະ ທິດທາງແຜນການຕໍ່ໜ້າ 2026-2028 ຊ່ວຍເຫຼືອການສຶກສາຢູ່ ສປປ ລາວ ໄລຍະທີ III (2024-2028)
ໃນວັນທີ 31 ກໍລະກົດ 2026 ນີ້, ທີ່ພະແນກສຶກສາທິການ ແລະ ກິລາແຂວງຫຼວງພະບາງ ໂຄງການມູນນິທິສໍແຫ່ງຄວາມຫວັງ ໄດ້ຈັດກອງປະຊຸມ ສະຫຼຸບເຄິ່ງໂຄງການ 2024-2026 ແລະ ທິດທາງແຜນການຕໍ່ໜ້າ 2026-2028 ຊ່ວຍເຫຼືອການສຶກສາຢູ່ ສປປ ລາວ ໄລຍະທີ III (2024-2028)
ໂດຍການເປັນປະທານຂອງ ທ່ານ ປ.ອ ສຸລິເດດ ແກ້ວບົວລະເພັດ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ທ່ານ ນາງ ບົວເງິນ ແກ້ວສຸວັນ, ອໍານວຍການມູນນິທິສໍແຫ່ງຄວາມຫວັງ ມີຜູ້ຕາງໜ້າຈາກກະຊວງສຶກສາທິການ ແລະ ກິລາ, ກະຊວງການຕ່າງປະເທດ, ພະແນກການອ້ອມຂ້າງແຂວງ, ຕ່າງໜ້າຈາກຫ້ອງວ່າການເມືອງ/ນະຄອນ, ຫົວໜ້າ-ຮອງຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ/ນະຄອນ, ຂະແໜງການທີ່ກ່ຽວຂ້ອງພາຍໃນພະແນກສຶກສາທິການ ແລະ ກິລາແຂວງ ແລະ ພະນັກງານມູນນິທິສໍແຫ່ງຄວາມຫວັງເຂົ້າຮ່ວມ.
ໃນກອງປະຊຸມໄດ້ຮັບຟັງ ການລາຍງານຮ່າງບົດສະຫຼຸບການຈັດຕັ້ງປະຕິບັດໂຄງການມູນນິທິສໍແຫ່ງຄວາມຫວັງຊ່ວຍເຫຼືອການສຶກສາຢູ່ ສປປ ລາວ III (2024-2028) ເຄິ່ງໂຄງການ 2024-2026 ແລະ ທິດທາງແຜນການຕໍ່ໜ້າ 2026-2028, ຈາກນັ້ນຜູ້ເຂົ້າຮ່ວມກອງປະຊຸມ ກໍ່ໄດ້ສົນທະນາປຶກສາຫາລືຮ່ວມກັນ ກ່ຽວກັບວິທີແກ້ໄຂຕໍ່ກັບບັນຫາ-ສິ່ງທ້າທາຍ ທີ່ພົບພໍ້ໃນກັບຈຸບັນ ແລະ ບັນຫາອາດຈະເກີດຂື້ນໃນອານາຄົດ ພ້ອມກັນນັ້ນທຸກພາກສ່ວນຍັງໄດ້ເຫັນດີຮັບຮອງເອົາບົດສະຫຼຸບ-ລາຍງານ ການຈັດຕັ້ງປະຕິບັດໂຄງການ ມູນນິທິສໍແຫ່ງຄວາມຫວັງຊ່ວຍເຫຼືອການສຶກສາ ໃນສປປ ລາວ III (2024-2028) ເຄິ່ງໂຄງການ 2024-2026 ແລະ ທິດທາງແຜນການຕໍ່ໜ້າ 2026-2028 ພ້ອມທັງເຫັນດີໃຫ້ມູນນິທິສໍແຫ່ງຄວາມຫວັງ ສຶບຕໍ່ຈັດຕັ້ງປະຕິບັດກິດຈະກໍາ ແລະ ແຜນງົບປະມານ ທີ່ຍັງບໍ່ທັນສໍາເລັດໃນຊ່ວງໄລຍະ2 ປີຜ່ານມາ (2024-2026), ມູນນິທິທິສໍແຫ່ງຄວາມຫວັງ, ວິຊາການພະແນກສຶກສາທິການ ແລະ ກິລາແຂວງ ແລະ ຫ້ອງການສຶກສາທິການ ແລະ ກິລານະຄອນ/ເມືອງ ລົງເກັບກໍາຂໍ້ມູນຄືນຢູ່ໂຮງຮຽນເປົ້າໝາຍທີ່ຈະມີການກໍ່ສ້າງໃໝ່, ສ້ອມແປງອາຄານ ທີ່ຍັງບໍ່ທັນສໍາເລັດຕາມເປົ້າໝາຍຂອງແຕ່ລະເມືອງໃນຕົ້ນປີ 2027 ໃຫ້ສໍາເລັດ ເພື່ອເປັນບ່ອນອີງໃຫ້ແກ່ມູນນິທິສໍແຫ່ງຄວາມຫວັງ ປະຈໍາຢູ່ ສ ປປລາວ ສະເໜີຕໍ່ໃຫ້ຫ້ອງການໃຫຍ່ ຄົ້ນຄວ້າພິຈາລະນາ ອະນຸມັດໃນການກໍ່ສ້າງ ແລະ ສ້ອງແປງໃຫ້ມັນທັນກັບເວລາ ແລະ ໃຫ້ທາງໂຄງການຕ້ອງດັດແກ້ເອກະສານຊ້ອນທ້າຍແຜນດໍາເນີນງານ ແລະ ແຜນການນໍາໃຊ້ງົບປະມານລະອຽດ ໃຫ້ສອດຄ່ອງກັບຈຸດປະສົງຂອງແຕ່ລະກິດຈະກໍາ ຂອງບົດບັນທຶກຄວາມເຂົ້າໃຈ (MOU) ລະຫວ່າງ ກະຊວງສຶກສາທິການ ແລະ ກິລາ ຕາງໜ້າໂດຍພະແນກສຶກສາທິການ ແລະ ກິລາ ແຂວງຫຼວງພະບາງ ແລະ ມູນນິທິ ສໍແຫ່ງຄວາມຫວັງ ຊ່ວຍເຫຼືອການສຶກສາຢູ່ ສ ປປລາວ ລົງວັນທີ 20 ຕຸລາ 2024 ເນື່ອງຈາກວ່າ: ອີງໃສ່ການຈັດຕັ້ງປະຕິບັດຕົວຈິງມາຮອດເຄິ່ງໂຄງການແມ່ນເຫັນວ່າຕ້ອງມີການປັບປຸງໃຫ້ສອດຄ່ອງກັບເງຶ່ອນໄຂຕົວຈິງ.
ໂອກາດນີ້, ທ່ານ ປອ ສຸລິເດດ ແກ້ວບົວລະເພັດ ໄດ້ໃຫ້ກຽດມີຄຳເຫັນໂອ້ລົມພ້ອມທັງຮຽກຮ້ອງມາຍັງໂຄງການມູນນິທິສໍແຫ່ງຄວາມຫວັງຈົ່ງໄດ້ຮ່ວມກັນສົມທົບກັບຜູ້ປະສານງານໂຄງການ ເພື່ອປັບປຸງບາງເນື້ອໃນບົດສະຫຼຸບຄືນໃໝ່ໃຫ້ສອດຄ່ອງກັບຜົນໄດ້ຮັບຕົວຈິງ ແລະ ເອົາໃຈໃສ່ໃນການປະສານງານ ກັບຄະນະກໍາມະການຄຸ້ມຄອງການຈັດຕັ້ງປະຕິບັດໂຄງການແຕ່ລະຂັ້ນໃນການຈັດຕັ້ງປະຕິບັດກິດຈະກໍາ ແລະ ນໍາໃຊ້ງົບປະມານທີ່ຍັງເຫຼືອ ໃຫ້ສໍາເລັດຕາມແຜນທີ່ກໍານົດໄວ້ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ.
ພາບ-ຂ່າວ: ສອນອາຄົມ ພະແນກສຶກສາທິການ ແລະ ກິລາແຂວງ

ສກຂ ຫຼວງພະບາງ ແລະ ສກມ ຊຽງເງິນ ຮ່ວມກັນຈັດກິດຈະກຳແຂ່ງຂັນກິລາບານເຕະມິດຕະພາບ ສ້າງຂະບວນການຂໍ່ານັບຮັບຕ້ອນວັນສຳຄັນຂອງຊາດ ຢ່າງຟົ...
01/08/2026

ສກຂ ຫຼວງພະບາງ ແລະ ສກມ ຊຽງເງິນ ຮ່ວມກັນຈັດກິດຈະກຳແຂ່ງຂັນກິລາບານເຕະມິດຕະພາບ ສ້າງຂະບວນການຂໍ່ານັບຮັບຕ້ອນວັນສຳຄັນຂອງຊາດ ຢ່າງຟົດຟື້ນ
++++++++++++++++++++++++++++++

ໃນວັນທີ 31 ກໍລະກົດ 2026 ນີ້, ທີ່ເດີ່ນເຕະບານຫຍ້າທຽມພູວ່າວ ນະຄອນຫຼວງພະບາງ, ພະແນກສຶກສາທິການ ແລະ ກິລາ (ສກຂ) ແຂວງຫຼວງພະບາງ ແລະ ຫ້ອງການສຶກສາທິການ ແລະ ກິລາ (ສກມ) ເມືອງຊຽງເງິນ ໄດ້ຮ່ວມກັນຈັດກິດຈະກຳແຂ່ງຂັນກິລາບານເຕະມິດຕະພາບ ສ້າງຂະບວນການຂໍ່ານັບຮັບຕ້ອນຮັບວັນສື່ມວນຊົນແຫ່ງຊາດ ແລະ ວັນການພີມຈໍາໜ່າຍ (13 ສິງຫາ 1950 - 13 ສິງຫາ 2026 ຄົບຮອບ 76 ປີ) ຢ່າງຟົດຟື້ນໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ປອ ສຸລິເດດ ແກ້ວບົວລະເພັດ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ທ່ານ ຄໍາຮຸ່ງ ພັນທະວົງ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງຊຽງເງິນ, ມີພະນັກງານ, ຄູອາຈານພ້ອມດ້ວຍສະມາຊິກທັງສອງພາກສ່ວນເຂົ້າຮ່ວມຢ່າງພ້ອມພຽງ.
ການແຂ່ງຂັນກິລາບານເຕະຊາຍມິດຕະພາບ ລະຫວ່າງ ພະແນກສຶກສາທິການ ແລະ ກິລາ ແຂວງຫຼວງພະບາງ ແລະ ຫ້ອງການສຶກສາທິການ ແລະ ກິລາເມືອງຊຽງເງິນ ໃນຄັ້ງນີ້ ຈັດຂຶ້ນເພື່ອແນໃສ່ຮັດແໜ້ນຄວາມສາມັກຄີລະຫວ່າງພະນັກງານ ແລະ ສະມາຊິກຂອງທັງສອງສະຖາບັນ ແລະ ກົມກອງໃຫ້ມີຄວາມສະໜິດສະໜົມ ແລະ ຮັກແພງກັນຍິ່ງໆຂຶ້ນ, ທັງເປັນການສ້າງຂະບວນການຂໍ່ານັບຮັບຕ້ອນຮັບວັນສື່ມວນຊົນແຫ່ງຊາດ ແລະ ວັນການພີມຈໍາໜ່າຍ (13 ສິງຫາ 1950 - 13 ສິງຫາ 2026 ຄົບຮອບ 76 ປີ) ໃຫ້ມີເນື້ອໃນເລິກເຊິ່ງ ແລະ ມີບັນຍາກາດເບີກບານມ່ວນຊື່ນ.
ສຳລັບຜົນການແຂ່ງຂັນໃນຄັ້ງນີ້ ປະກົດວ່າ: ຫ້ອງການສຶກສາທິການ ແລະ ກິລາເມືອງຊຽງເງິນເປັນຝ່າຍໄລ່ຕ້ອນເອົາຊະນະໄປໄດ້ໃນຕອນທ້າຍເກມ 12-10 ປະຕູ.
ບັນຍາກາດຕະຫຼອດການແຂ່ງຂັນແມ່ນເຕັມໄປດ້ວຍຄວາມສາມັກຄີ, ມ່ວນຊື່ນ ແລະ ສຽງເຊຍທີ່ດັງສະໜັ່ນຫວັ່ນໄຫວຈາກທັງສອງຝ່າຍ, ເຊິ່ງໄດ້ສ້າງຄວາມປະທັບໃຈໃຫ້ແກ່ຜູ້ເຂົ້າຮ່ວມໄດ້ເປັນຢ່າງຍິ່ງ.
ພາບ-ຂ່າວ: ສອນອາຄົມ ພະແນກສຶກສາທິການ ແລະ ກິລາແຂວງ

ພະແນກສຶກສາທິການ ແລະ ກິລາແຂວງ ສະຫຼຸບການຈັດຕັ້ງປະຕິບັດ ແລະ ຄຸ້ມຄອງການສຶກສາພາກເອກະຊົນປະຈຳປີ 2025 ແລະ ທິດທາງແຜນການ 2026+++++...
30/07/2026

ພະແນກສຶກສາທິການ ແລະ ກິລາແຂວງ ສະຫຼຸບການຈັດຕັ້ງປະຕິບັດ ແລະ ຄຸ້ມຄອງການສຶກສາພາກເອກະຊົນປະຈຳປີ 2025 ແລະ ທິດທາງແຜນການ 2026
+++++++++++++++++++++
ໃນຕອນເຊົ້າຂອງວັນທີ 29 ກໍລະກົດ 2026 ຜ່ານມານີ້,ທີ່ພະແນກສຶກສາທິການ ແລະ ກິລາແຂວງຫຼວງພະບາງ ໄດ້ຈັດກອງປະຊຸມ ສະຫຼຸບການຈັດຕັ້ງປະຕິບັດ ແລະ ຄຸ້ມຄອງການສຶກສາພາກເອກະຊົນ ປະຈໍາປີ 2025 ແລະ ທິດທາງແຜນການ ປະຈໍາປີ 2026 ໂດຍການເປັນປະທານຂອງ ທ່ານ ປອ ສຸລິເດດ ແກ້ວບົວລະເພັດ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ມີຄະນະພະແນກສຶກສາທິການ ແລະ ກິລາແຂວງ, ທ່ານຜູ້ຕາງໜ້າຈາກຄະນະກຳມະການສົ່ງເສີມ ແລະ ບໍລິຫານການລົງທຶນແຂວງ, ຕາງໜ້າພະແນກການອ້ອມຂ້າງແຂວງ, ສະພາການສຶກສາພາກເອກະຊົນປະຈຳແຂວງ, ຫ້ອງການສຶກສາທິການ ແລະ ກິລາເມືອງ/ນະຄອນ ພ້ອມດ້ວຍຫົວໜ້າ-ຮອງຫົວໜ້າຂະແໜງ, ສູນ ແລະ ຜູ້ປະກອບການໂຮງຮຽນ, ສູນການສຶກສາພາກເອກະຊົນທົ່ວແຂວງເຂົ້າຮ່ວມ.
ໃນກອງປະຊຸມໄດ້ຮັບຟັງການສະຫຼຸບປະເມີນຜົນການຈັດຕັ້ງປະຕິບັດ ແລະ ຄຸ້ມຄອງໂຮງຮຽນພາກເອກະຊົນທົ່ວແຂວງ ປະຈໍາປີ 2025 ພ້ອມທັງທິດທາງແຜນການປີ 2026 ແລະ ຊີ້ແຈງຂັ້ນຕອນ, ລະບຽບການ, ເອກະສານໃນການສະເໜີຂໍສ້າງຕັ້ງໂຮງຮຽນ/ສູນການສຶກສາພາກເອກະຊົນ. ຈາກນັ້ນຜູ້ເຂົ້າຮ່ວມໄດ້ປະກອບຄໍາຄິດຄໍາເຫັນຢ່າງກວ້າງຂວາງ ແລະ ມີຄວາມເປັນເອກະພາບກັນໃນຫຼາຍປະເດັນ ສຳຄັນ. ໂອກາດນີ້, ທ່ານ ປອ ສຸລິເດດ ແກ້ວບົວລະເພັດ ໄດ້ໃຫ້ກຽດມີຄຳເຫັນ ເຊີ່ງທ່ານໄດ້ເນັ້ນໜັກຫຼາຍບັນຫາເປັນຕົ້ນການຄຸ້ມຄອງ ແລະ ລະບຽບການ ສະຖານການສຶກສາພາກເອກະຊົນທຸກແຫ່ງຕ້ອງປະຕິບັດຕາມລະບຽບ, ກົດໝາຍ ຂອງກະຊວງສຶກສາທິການ ແລະ ກິລາ, ພະແນກສຶກສາທິການ ແລະ ກິລາແຂວງ ຢ່າງເຂັ້ມງວດ, ການສ້າງຕັ້ງ ຫຼື ຂະຫຍາຍສາຂາ ຕ້ອງປະກອບເອກະສານໃຫ້ຖືກຕ້ອງຕາມຂັ້ນຕອນ ແລະ ໄດ້ຮັບອະນຸຍາດການສ້າງຕັ້ງກ່ອນ 2 ເດືອນ ຈຶ່ງສາມາດເປີດການຮຽນ-ການສອນໄດ້, ເຄື່ອງແບບ ແລະ ເຄື່ອງໝາຍສຳລັບການນຸ່ງຖືຂອງນັກຮຽນ ໃຫ້ປະຕິບັດຕາມຂໍ້ຕົກລົງ ຂອງກະຊວງສຶກສາທິການ ແລະ ກິລາ ສະບັບເລກທີ 814/ສສກ, 23 ກຸມພາ 2026, ສ່ວນມາດຕະຖານຄູ-ອາຈານ ຜູ້ອຳນວຍການ ແລະ ຄູສອນ ຕ້ອງເປັນຜູ້ທີ່ຈົບສາຍຄູ ຫຼື ຜ່ານການຝຶກອົບຮົມສາຍຄູຕາມຂັ້ນຕອນຢ່າງຖືກຕ້ອງ. ພ້ອມທັງຊຸກຍູ້ໃຫ້ຄູ-ອາຈານ ເອົາໃຈໃສ່ຍົກລະດັບເພື່ອໃຫ້ໄດ້ ຕຳແໜ່ງວິຊາການຄູ,ສຳລັບດ້ານວິຊາການ ແລະ ສະພາບແວດລ້ອມກໍ່ຕ້ອງໄດ້ ເອົາໃຈໃສ່ການ "ສອນດີ, ນັກຮຽນຮຽນເກັ່ງ", ສ້າງໂຮງຮຽນໃຫ້ເປັນໂຮງຮຽນຕົວແບບ, ຈັດໃຫ້ມີຫ້ອງອ່ານ, ປັບປຸງສິ່ງອຳນວຍຄວາມສະດວກ ເຄື່ອງຫຼິ້ນ, ສື່ການຮຽນ-ການສອນ, ອຸປະກອນການຮຽນ-ການສອນໃຫ້ພຽງພໍ ນອກຈາກນີ້ກໍ່ຕ້ອງລາຍງານຜົນການຈັດຕັ້ງປະຕິບັດ ໃຫ້ຄະນະຮັບຜິດຊອບແຕ່ລະຂັ້ນຢ່າງເປັນປົກກະຕິ(ປະຈຳເດືອນ, ໄຕມາດ, 6 ເດືອນ ແລະ ປີ). ພ້ອມທັງສ້າງເງື່ອນໄຂໃຫ້ມີການບັນຈຸພະນັກງານ ໃຫ້ຄົບຕາມ 3 ອົງການຈັດຕັ້ງມະຫາຊົນ ແລະ ອົງການຈັດຕັ້ງພັກຢູ່ພາຍໃນສະຖານການສຶກສາເອກະຊົນ.
ຂໍ້ມູນ: ຈາກຂະແໜງການສຶກສາກ່ອນໄວຮຽນ ສກຂ

ຄະນະພັກຮາກຖານ ສກຂ ຫຼວງພະບາງ ມີແຜນກໍານົດວຽກງານຈຸດສຸມ 6 ເດືອນທ້າຍປີ 2026 ເພື່ອສືບຕໍ່ພັດທະນາລະບົບການສຶກສາ ແລະ ກິລາ ໃຫ້ມີຄຸນ...
30/07/2026

ຄະນະພັກຮາກຖານ ສກຂ ຫຼວງພະບາງ ມີແຜນກໍານົດວຽກງານຈຸດສຸມ 6 ເດືອນທ້າຍປີ 2026 ເພື່ອສືບຕໍ່ພັດທະນາລະບົບການສຶກສາ ແລະ ກິລາ ໃຫ້ມີຄຸນນະພາບ, ເຂັ້ມແຂງ ແລະ ທັນສະໄໝ.
………………………………………………………………………..
ຄະນະພັກຮາກຖານ ພະແນກສຶກສາທິການ ແລະ ກິລາແຂວງ ໄດ້ກອງປະຊຸມສະຫຼຸບວຽກງານ 6 ເດືອນຕົ້ນປີ ແລະ ວາງທິດທາງແຜນການ 6 ເດືອນທ້າຍປີ 2026 ເພື່ອສືບຕໍ່ພັດທະນາລະບົບການສຶກສາ ແລະ ກິລາ ໃຫ້ມີຄຸນນະພາບ, ເຂັ້ມແຂງ ແລະ ທັນສະໄໝ. ກອງປະຊຸມດັ່ງກ່າວໄດ້ເປີດຂື້ນໃນຕອນເຊົ້າຂອງວັນທີ 30 ກໍລະກົດ 2026 ນີ້, ທີ່ພະແນກສຶກສາທິການ ແລະ ກິລາແຂວງ ໂດຍພາຍໃຕ້ການເປັນປະທານ ຂອງ ສະຫາຍ ປອ ສຸລິເດດ ແກ້ວບົວລະເພັດ ເລຂາຄະນະພັກຮາກຖານ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ມີຄະນະພັກຮາກຖານ, ເລຂາ-ຮອງເລຂາໜ່ວນພັກອ້ອມຂ້າງ, ຫົວໜ້າ-ຮອງຫົວໜ້າຂະແໜງ, ສູນ ພ້ອມດ້ວຍສະມາຊິກພັກສົມບູນ ແລະ ສໍາຮອງພາຍໃນໜ່ວຍພັກພະແນກເຂົ້າຮ່ວມຢ່າງພ້ອມພຽງ.
ໃນກອງປະຊຸມ, ຜູ້ແທນໄດ້ຮັບຟັງບົດສະຫຼຸບ ແລະ ຕີລາຄາການຈັດຕັ້ງປະຕິບັດວຽກງານ ໃນໄລຍະຜ່ານມາ ພ້ອມທັງກຳນົດທິດທາງແຜນການຈຸດສຸມ 6 ເດືອນທ້າຍປີ 2026 ເພື່ອສືບຕໍ່ສຸມໃສ່ພັດທະນາລະບົບການສຶກສາ ແລະ ກິລາ ໃຫ້ມີຄຸນນະພາບ, ເຂັ້ມແຂງ ແລະ ທັນສະໄໝ ພ້ອມທັງສືບຕໍ່ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ, ມະຕິກອງປະຊຸມໃຫຍ່ ຄັ້ງທີ IX ຂອງອົງຄະນະພັກ ແລະ ແຜນພັດທະນາການສຶກສາ-ກິລາ ໂດຍມີຈຸດປະສົງຕົ້ນຕໍໃນການສ້າງການຫັນປ່ຽນຢ່າງມີການຊີ້ນຳນພາເພື່ອໃຫ້ວຽກງານວິຊາການມີປະສິດທິພາບ, ປະສິດທິຜົນ ແລະ ສາມາດຕອບສະໜອງຄວາມຕ້ອງການຂອງການພັດທະນາຊັບພະຍາກອນມະນຸດ, ສໍາລັບວຽກງານວິຊາການສະເພາະໃນຕໍ່ໜ້າຈະໄດ້ສຸມໃສ່
ການກະກຽມເປີດສົກຮຽນໃໝ່ 2026-2027 ໃຫ້ທັນຕາມເວລາທີ່ກຳນົດໄວ້ ແລະ ສົ່ງເສີມການເຂົ້າຮຽນຂອງເດັກກ່ອນໄວຮຽນ, ການຍົກລະດັບຄຸນນະພາບປັບປຸງການຮຽນ-ການສອນທັງໃນ ແລະ ນອກລະບົບ, ພັດທະນາຫຼັກສູດ, ປື້ມແບ່ງຮຽນ ແລະ ສື່ການຮຽນ-ການສອນ ໂດຍມີການປະເມີນ ແລະ ສອບເສັງຈົບຊັ້ນ (ມ.4 ແລະ ມ.7)ໃຫ້ມີຄຸນນະພາບ ແລະ ຄຽງຄູ່ກັບການສົ່ງເສີມກິລາ-ກາຍະກຳໃນໂຮງຮຽນ ແລະ ຮ່າງນິຕິກຳຄຸ້ມຄອງໂຮງຮຽນເອກະຊົນ, ສືບຕໍ່ໃສ່ການປັບປຸງກົນໄກການບໍລິຫານ, ເພີ່ມພູນຄວາມສາມາດຂອງພະນັກງານ-ຄູອາຈານ, ສ້າງສະພາບແວດລ້ອມການຮຽນ-ການສອນທີ່ປອດໄພ, ພ້ອມທັງຕິດຕາມ, ກວດກາ ແລະ ປະຕິບັດນະໂຍບາຍຕໍ່ພະນັກງານ, ຄູ-ອາຈານ ແລະ ນັກຮຽນຢ່າງເໝາະສົມ ເພື່ອສ້າງແຮງຈູງໃຈ ແລະ ຍົກລະດັບປະສິດທິພາບຂອງການສຶກສາໃຫ້ນັບມື້ດີຂື້ນເປັນກ້າວໆ.

ຈຸດປະສົງການຈັດກອງປະຊຸມໃນຄັ້ງນີ້ກໍ່ເພື່ອເປັນການສະຫຼຸບຕີລາຄາການນຳພາ-ຊີ້ນຳຂອງຄະນະພັກ ແລະ ການປະຕິບັດໜ້າທີ່ຂອງສະມາຊິກພັກໃນໄລຍະ 6 ເດືອນຕົ້ນປີທີ່ຜ່ານມາ, ທົບທວນ ແລະ ແກ້ໄຂປາກົດການຍໍ້ທໍ້ທີ່ເກີດຂຶ້ນໃນຂົງເຂດຂະແໜງການສຶກສາ ແລະ ກິລາ ພ້ອມທັງກຳນົດທິດທາງ, ຄາດໝາຍ ແລະ ວຽກງານຈຸດສຸມທີ່ຈະຕ້ອງສຸມໃສ່ຈັດຕັ້ງປະຕິບັດໃນ 6 ເດືອນທ້າຍປີ 2026.
ໃນຕອນທ້າຍຂອງກອງປະຊຸມ, ສະຫາຍ ປອ ສຸລິເດດ ແກ້ວບົວລະເພັດ ໄດ້ໃຫ້ກຽດມີໂອ້ລົມ, ເຊິ່ງສະຫາຍໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ກັບຜົນສຳເລັດທີ່ທາງຄະນະພັກຮາກຖານກໍ່ຄືຄະນະນຳພະແນກສຶກສາທິການ ແລະ ກິລາແຂວງສາມາດຍາດໄດ້ຜົນສຳເລັດຫຼາຍດ້ານໃນໄລຍະຜ່ານມາສາມາດບັນລຸຕາມຄາດໝາຍທີ່ວາງໄວ້ ພ້ອມດຽວກັນນີ້ສະຫາຍຍັງໄດ້ເນັ້ນໜັກໃຫ້ຄະນະພັກຄະນະນຳຂອງພະແນກຈົ່ງໄດ້ພ້ອມກັນສືບຕໍ່ຍົກສູງຄວາມຮັບຜິດຊອບພາລະບົດບາດໃນການຊີ້ນຳນຳພາວຽກງານການສຶກສາໃນ 6 ເດືອນທ້າຍປີໃຫ້ມີບາດກ້າວອັນໃໝ່ໂດຍຖືເອົາການສຶກສາອົບຮົມການເມືອງ-ແນວຄິດຂອງສະມາຊິກພັກ, ການແກ້ໄຂປະກົດການຫຍໍ້ທໍ້, ເອົາໃຈໃສ່ວຽກງານການສຶກສາ-ກິລາ, ການສ້າງໂຮງຮຽນຕົວແບບ ແລະ ການປັບປຸງກົນໄກນຳພາ-ຄຸ້ມຄອງໃຫ້ມີປະສິດທິພາບສູງຂຶ້ນ, ສະມາຊິກພັກທຸກສະຫາຍຈົ່ງໄດ້ພ້ອມກັນນໍຳເອົາວຽກງານຈຸດສຸມຂອງຕົນໃນຕໍ່ໜ້າໄປຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຮູບປະທຳ.
ພາບ-ຂ່າວ: ສອນອາຄົມ ແກ້ວຄຳເພັດ ພະແນກສຶກສາທິການ ແລະ ກິລາແຂວງ

28/07/2026

Address

Luang Prabang
Luang Prabang

Opening Hours

Monday 08:00 - 11:30
13:30 - 04:30
Tuesday 08:00 - 11:30
13:30 - 04:30
Wednesday 08:00 - 11:30
13:30 - 04:30
Thursday 08:00 - 11:30
13:30 - 04:30
Friday 08:00 - 11:30
13:30 - 04:30

Telephone

071 212 050

Alerts

Be the first to know and let us send you an email when ພະແນກສຶກສາທິການ ແລະ ກິລາ ແຂວງຫຼວງພະບາງ posts news and promotions. Your email address will not be used for any other purpose, and you can unsubscribe at any time.

Contact The Business

Send a message to ພະແນກສຶກສາທິການ ແລະ ກິລາ ແຂວງຫຼວງພະບາງ:

Shortcuts

Share