Ban XiengLom FC

Ban XiengLom FC Contact information, map and directions, contact form, opening hours, services, ratings, photos, videos and announcements from Ban XiengLom FC, Sports Team, Ban Xieng Lom.

13/04/2026

ມື້ອື່ນລະເດ້~~ ຂໍເຊີນຊວນທຸກຄົນມາເດີ້້ ພີ້ນ້ອງຊາວບ້ານຊຽງລ້ອມຍິນດີຕ້ອນຮັບ🥰

ຫລິ້ນຢ່າງມີສະຕິ
12/04/2026

ຫລິ້ນຢ່າງມີສະຕິ

ຄຳທຳນາຍ ໂຫລາສາດ ບຸນປີໃໝ່ລາວ ຈສ 1388 ໃຫ້ລະວັງເລື່ອງອຸບັດຕິເຫດ ຫຼື ຄວາມຂັດແຍ່ງ
ໂດຍ: ຜາຕຸງ

ບຸນກຸດສົງການ ຫຼື ບຸນປີໃໝ່ລາວ ປີ2026ນີ້ ວັນສັງຂານລ່ວງ ແມ່ນວັນອັງຄານ ແຮມ 12 ຄໍ່າ ເດືອນ 5, ຈຸລະສັງກາດ 1387 ກົງກັບວັນທີ 14 ເມສາ, ວັນທີ 15 ວັນສັງຂານເນົາ ໝາຍເຖິງວັນລະຫວ່າງກາງ ຂອງປີເກົ່າ ກັບປີໃໝ່, ວັນທີ 16 ວັນສັງຂານຂຶ້ນ ໝາຍເຖິງວັນເລີ່ມຕົ້ນຂອງວັນປີໃໝ່ ຫຼື ວັນປ່ຽນ ຈູນລະສັກກະຣາດ ປ່ຽນຈາກ ຈສ 1387 ເປັນ ຈສ 1388.

ປີນີ້ນາມມະຫາສົງການແມ່ນຖືກນາງ "ຮາກສະສາເທວີ" ລູກສາວຜູ້ ທີ່ 3 ຂອງ ພະຍາກະບິນລະພົມ ສະເດັດຂີ່ຫັຼງວະຣາຫະ ຫລືວ່າ "ໝູ" ເປັນພາຫະນະ ມືຂວາຖືຫອກ 3ງ່າມ, ມືຊ້າຍຖືທະນູ ແລະ ຊົງສະເຫວີຍ ເລືອດ ຊຶ່ງມີການທຳນາຍໄວ້ວ່າ: ໃຫ້ລະວັງເລື່ອງອຸບັດຕິເຫດ ຫຼື ຄວາມຂັດແຍ່ງ. ເກນນ້ຳຝົນຕາມການທຳນາຍໃຫ້ກຽມຮັບມື ກັບ"ໄພແລ້ງ" ປີນີ້ເກນນ້ຳຕົກລາສີທາດໄຟ ທຳນາຍວ່າ "ນ້ຳຈະມີໜ້ອຍ" ຝົົນຈະຕົກມາສູ່ໂລກມະນຸດພຽງແຕ່ 50 ຫ່າ ເທົ່ານັ້ນ ຈາກຝົນທັງ ໝົດ 500 ຫ່າ ; ຄວນກຽມຮັບມືກັບສະພາບອາກາດຮ້ອນ ແລະ ວາງແຜນການຊົມໃຊ້ນ້ຳຢ່າງປະຢັດ.

ເກນກະສິກຳ : ລະວັງສັດຕູພືດທຳລາຍເຄື່ອງປູກຂອງຝັງ, ເກນພືດພັນຕົກເສດ 2 ຊື່ວ່າ "ວິບັດ" ພືດພັນເຂົ້າກ້າໃນນາ ຈະຖືກບົ້ງ ແລະ ແມງໄມ້ບຽດບຽນທຳລາຍ ຜົນຜະລິດຈະຕົກຢູ່ໃນເກນ "ໄດ້ເຄິ່ງໜຶ່ງ ເສຍເຄິ່ງໜຶ່ງ" ຊາວກະສິກອນຕ້ອງກຽມວິທີປ້ອງກັນຢ່າງຮັດກຸມ ແລະ ອີກໜຶ່ງທີ່ສຳຄັນ ບຸນປີໃຫມ່ລາວ ແມ່ນເປັນບຸນປ່ຽນ ຈສ ບໍ່ແມ່ນ ຄສ ຫລື ພສແຕ່ແນວໃດ ເພາະ ພສ ເພິ່ນຈະປ່ຽນໃນເດືອນວິສາຂະ ບູຊາ ຫລື ເດືອນ 6 ເພັງ, ສ່ວນ ຄສ ແມ່ນປ່ຽນໃນວັນທີ 01 ມັງກອນ ຂອງທຸກໆປີສິ່ງນີ້ ຄົນລາວຊາວພຸດຄວນເຂົ້າໃຈໃຫ້ຖືກຕ້ອງ.

ຈາກຄຳທຳນາຍທາງດ້ານໂຫຣາສາດ ແລະ ຕາມຄວາມເຊື່ອຂອງຄົນລາວຊາວພຸດແລ້ວ ສະແດງໃຫ້ພວກເຮົາເຫັນວ່ານາງ " ຮາກສະເທວີ" ລູກສາວຜູ້ ທີ່ 3 ຂອງ ພະຍາກະບິນລະພົມ ທີ່ສະເດັດຂີ່ຫັຼງວະຣາຫະ ຫລືວ່າ "ໝູ" ເປັນພາຫະນະນັ້ນ ມືຂວາຖືຫອກ 3ງ່າມ, ມືຊ້າຍຖືທະນູ ແລະ ຊົງສະເຫວີຍ ເລືອດ ເປັນອາຫານ ການທຳນາຍ: ໃຫ້ລະວັງເລື່ອງອຸບັດຕິເຫດ ຫຼື ຄວາມຂັດແຍ່ງ ນອກຈາກ ສະ ເຫວີຍເລືອດເປັນອາຫານແລ້ວ ໃນເກນທຳນາຍໄວ້ ນ້ຳຝົນກໍມີໜ້ອຍ ອາກາດຮ້ອນອົບເອົ້າ ຈະເກີດ ໄພແລ້ງ ຄວນວາງແຜນການຊົມໃຊ້ນ້ຳຢ່າງປະຢັດ ພືດພັນທັນຍາຫານຈະຖືກສັດຕູພືດທຳລາຍ ຜົນໄດ້ເທົ່າກັບຜົນເສຍ ດັ່ງນັ້ນ, ການໄປການມາ, ການໃຊ້ຟືນໄຟ ແລະ ອື່ນໆ ເພື່ອບໍ່ໃຫ້ເກີດຄວາມເສຍຫາຍທາງດ້ານຊີວິດ ແລະ ຊັບສິນ ຂອງລັດ,ລວມໝູ່, ບຸກຄົນ, ນິຕິບຸກຄົນ ພວກເຮົາຄວນໄດ້ເພີ່ມສະຕິລະ ມັດລະວັງທຸກດ້ານໃນການດຳລົງຊີວິດໃຫ້ຫຼາຍຂຶ້ນກວ່າເກົ່າ ເພື່ອຮັບມືກັບໄພທຳມະຊາດທີ່ອາດຈະເກີດຕາມມາ ໃຫ້ທັນການ,ເພາະຜ່ານມາກໍເກີດຂຶ້ນແລ້ວໂດຍສະເພາະແມ່ນໄພທຳມະຊາດທີ່ເກີດຈາກລົມພາຍຸໝາກເຫັບໃນຫຼາຍພື້ນທີ່.

ແນວໃດກໍດີ,ນັ້ນເປັນພຽງການທຳນາຍເພື່ອຊີ້ໃຫ້ພວກເຮົາມີສະຕິ ໃນການດຳລົງຊີວິດທີ່ຖືກຕ້ອງຕາມລະບຽບກົດໝາຍບ້ານເມືອງ ເຮັດໃຫ້ບຸນປະເພນີອັນດີງາມນີ້ ໄດ້ຮັບການປົກປັກຮັກສາ ແລະເສີມຂະ ຫຍາຍຕໍ່ໄປໃຫ້ເລິກເຊີ່ງ ກ້ວາງຂວາງ ປະຊາຊົນລາວບັນດາເຜົ່າທົ່ວປະເທດ ເວົ້າລວມ ເວົ້າສະເພາະ ຊາວນະຄອນ ຫລວງວຽງຈັນຕ້ອງພ້ອມກັນຮຽນຮູ້ຮີດຄອງປະເພນີວັດທະນະທຳອັນດີງາມຂອງຊາດຂອງເຜົ່າ ໃຫ້ເລິກເຊີ່ງ ທັງປະຕິບັດຕົນໃຫ້ຖືກຕ້ອງສອດຄ່ອງກັບປະເພນີອັນດີງາມ ຕີຖອຍປະກົດການຫຍໍ້ທໍ້ທຸກຮູບແບບທີ່ບໍ່ສອດຄ່ອງເໝາະສົມກັບສັງຄົມລາວໃຫ້ໝົດໄປ ຮັກສາໄດ້ຄວາມເປັນລະບຽບ ຮຽບຮ້ອຍ ແລະ ຄວາມສະຫງົບປອດໄພຂອງສັງຄົມ ເຮັດແນວໃດຈຶ່ງຈະສ້າງໄດ້ຄວາມສະຫງົບປອດໄພ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ ເຮັດໃຫ້ການສະເຫຼີມສະຫຼອງບຸນກຸດສົງການປີໃໝ່ລາວປີ2026ນີ້ ໃຫ້ເບີກບານມ່ວນຊື່ນ ສອດຄ່ອງກັບລະບຽບການທີ່ກຳນົດໄວ້.

https://laophattananews.com/252836/
#ໜັງສືພິມລາວພັດທະນາ #ບົດຄວາມ #ຜາຕຸງ #ປີໃໝ່ລາວ
_______________@_______________
ສະໜັບສະໜູນຂ່າວໂດຍ:
ລາວໂທລະຄົມເຄືອຂ່າຍອັນດັບ1ຂອງຄົນລາວ
ສາຍດ່ວນ 101, 021 555 555
_______________@_______________
ຂ່າວອື່ນໆ >> www.laophattananews.com
Youtube: www.youtube.com/channel/UCfSwYXQ8r6NOMO_vlp7bZYw
Twitter: https://X.com/laophattana
Whatsapp: https://whatsapp.com/channel/0029Va9dcYjHFxPArwc63g17
Tiktok: https://www.tiktok.com/
ສົນໃຈລົງໂຄສະນາໂທ: 020 9999 7139
ຕິດຕໍ່ຫານັກຂ່າວໂທ: 020 2345 0088

12/04/2026
ພ້ອມເຊຍລະບໍ່~~~~
11/04/2026

ພ້ອມເຊຍລະບໍ່~~~~

ສະບາຍດີ~~~ໃກ້ເຂົ້າມາລະເດ ເນື່ອງໃນໂອກາດທີ່ປີນີ້ບ້ານເຮົາໄດ້ມີງານຢູ່ບ້ານຊຽງລ້ອມ ສະນັ້ນເເອັດຂໍຮຽນເຊີນທຸກທ່ານມາເຊີນຊົມທີ່ດອນບ...
10/04/2026

ສະບາຍດີ~~~ໃກ້ເຂົ້າມາລະເດ ເນື່ອງໃນໂອກາດທີ່ປີນີ້ບ້ານເຮົາໄດ້ມີງານຢູ່ບ້ານຊຽງລ້ອມ ສະນັ້ນເເອັດຂໍຮຽນເຊີນທຸກທ່ານມາເຊີນຊົມທີ່ດອນບ້ານຊຽງລ້ອມຂອງພວກເຮົາໄດ້ ເພາະວ່າ ນ້ຳມັນກະເເພງ ຊອກຊື້ຍາກ ສະນັ້ນບໍ່ຢາກໃຫ້ພາດງານນີ້ເລີຍຍ ເເລ້ວພົບກັນທີ່ງານໃນວັນທີ່(14 15 16ເມສາ)ເອົາໃຫ້ເເບບວ່າ ຄານກັບເຮືອນພຸ່ນເເລ້ວວ🤣ຍິນດີຕ້ອນຮັບທຸກທ່ານທີ່ມາເຊີນຊົມ ຂໍຄອບໃຈ🤍

ນາງເຮືອບ້ານຊຽງລ້ອມປີ2025ງາມບໍ່?ໄດ້ທີ່17ບໍ່ເປັນຫຍັງກິລາມີເເພ້ມີຊະນະ🙂ປີນີ້ບໍ່ໄດ້ປີຫນ້າເອົາໃຫມ່✌️
24/08/2025

ນາງເຮືອບ້ານຊຽງລ້ອມປີ2025ງາມບໍ່?
ໄດ້ທີ່17ບໍ່ເປັນຫຍັງກິລາມີເເພ້ມີຊະນະ🙂
ປີນີ້ບໍ່ໄດ້ປີຫນ້າເອົາໃຫມ່✌️

Address

Ban Xieng Lom

Website

Alerts

Be the first to know and let us send you an email when Ban XiengLom FC posts news and promotions. Your email address will not be used for any other purpose, and you can unsubscribe at any time.

Shortcuts

Share

Category