04/10/2025
🏆ຊິງຂັນ ກະຊັບມິດ ຄັ້ງທີ1🏆 ຮັບສະໝັກ 8 ທີມ ເຂົ້າຮ່ວມການແຂ່ງຂັນບານເຕະ (7+1) ຊິງຂັນ ກະຊັບມິດ ຄັ້ງທີ1 ລາງວັນລວມ 14,000,000ກີບ ທີ່ຈະຈັດຂື້ນໃນວັນທີ 25 ເດື່ອນ 10 ປີ 2025 ທີ່ 📍ເດີ່ນເຕະບານນິລີນ
🏆ລາງວັນທີ 1 : 7.000.000 ກີບ ພ້ອມຂັນລາງວັນ
🏆ລາງວັນທີ 2 : 5.000.000 ກີບ
🏆ລາງວັນທີ 3 : 2.000.000 ກີບ
💵ຄ່າລົງທະບຽນທີມລະ : 1.500.000ກີບ/ທີມ
💵ຄ່າປະກັນທີມ : 500.000ກີບ/ທີມ
📲ສົນໃຈສະໝັກໄດ້ທີເບີ: 02051626159
02096259931
❗️ໝາຍເຫດ: ຮັບສະໜັກຈົນເຖິງວັນທີ 17/10/2025❗️
❗️ໝາຍເຫດລາງວັນອາດມີການປ່ຽນແປງ ຖ້າທີມສະໝັກບໍ່ຄົບຕາມຈຳນວນ❗️
ກົດລະບຽບການແຂ່ງຂັນ
1. ❌ຫ້າມນັກເຕະຕ່າງຊາດ.ຫ້າມນັກກິລາທີມຊາດ ລາວລີກ1 ທີມຊາດຟຸດຊໍແລະອະດິດທີມຊາດລີກ1ແລະລີກ2ຟຸດຊໍ❌
2. ນັກກິລາແຕ່ລະທີມລົງເດີ່ນໄດ້ແຕ່15ຄົນແລະຄູຝືກ2ຄົນເທົ່ານັ້ນ
3. ເລື່ອງການປະທ້ວງແມ່ນໄຫ້ນຳຫລັກຖານແລະຮູບຂອງທີມດັ່ງກ່າວມາໄຫ້ຄະນະກຳມາການເບີ່ງຖ້າແມ່ນຄວາມຈິ່ງທາງຄະນະກຳມາການຈະຕັດສີ້ນໄຫ້ ເສຍຟາວທັນທີ່
4. ການລົງແຂ່ງ ເວລາຕັ້ງລະ 15 ນາທີແບ່ງເປັນ2ສາຍຄືສາຍ A ແລະ B ເຕະເກັບແຕ້ມ ທີມລະ2ນັດ ຄັດເອົາທີ1 ແລະ ທີ2ຂອງສາຍເຂົ້າຮອບ 4 ທີມສຸດທ້າຍ
5. ບັດເຫຼືອງ 50.000ກີບ ບັດແດງ 100.000ກີບ
6. ນັກກິລາຄົນໃດຖືກ2ບັດເຫຼືອງຫຼືບັດແດງ ຈະແບນໃນນັດຕໍ່1ນັດ
7. ນັກກິລາທີມໃດມາຊ້າ ເກີນ15ນາທີ ແມ່ນຈະຖືກຟາວທັນທີ
8. ຖ້ານັກກິລາ ຫຼື ບຸນຄົນໃດຕີກັນສ້າງຄວາມວຸ້ນວາຍພາຍໃນເດີ່ນແລະຂອບເຂດການແຂ່ງຂັນຈະຖືກປັບໄຫມ ທີມລະ 30.000.000ກີບ
9. ຖ້າຫາກນັກກິລາຄົນໃດນຳອາວຸດເຂົ້າມາໃນເດີ່ນເຕະບານຖ້າຫາກກວດພົບເຫັນຈະຖືກປັບໄຫມ 30.000.000ກີບພ້ອມທັງດຳເນີນຄະດີຕາມກົດຫມາຍ
10. ນັກກິລາບຸກຄົນໃດໃຊ້ຖ້ອຍຄຳວາຈາ ຫລື ດ່າກຳມະການທຳຮ້າຍຮ່າງກາຍກຳມະການຈະຖືກປັບໄຫມ10.000.000 ຫາ 30.000.000 ກີບ
11. ນັກກິລາທີ່ຈະເຂົ້າຮ່ວມການແຂ່ງຂັນແມ່ນຫ້າມບໍ່ໃຫ້ໃສ່ຕ່າງຫູ ຫລື ສາຍຄໍສີ່ງຂອງມີຄ່າລົງໄປໃນການແຂ່ງຂັນຖ້າລະເມີດແມ່ນຈະຕັດຜູ່ກ່ຽວອອກຈາກການແຂ່ງຂັນຫລືແບນທັນທີ
#ຫວັງວ່ານັກກິລາທຸກທີມແມ່ນຈະປະຕິບັດຕາມຂໍ້ກຳນົດກົດລະບຽບທີ່ຝ່າຍຈັດການແຂ່ງຂັນເຮົາວາງອອກເພື່ອໃຫ້ຮັກສາຄວາມເປັນລະບຽບແລະລີກລ້ຽງການທະເລາະວິວາດ
ຂໍຂອບໃຈ