18/07/2026
ຫຼັກສູດອົບຮົມຄູຝຶກບານສົ່ງ FIVB Coach Course Level 1 ສຳເລັດລົງຢ່າງຈົບງາມ ສ້າງອີກໜຶ່ງກ້າວສຳຄັນສູ່ການພັດທະນາບານສົ່ງລາວ
ສະຫະພັນບານສົ່ງລາວ (LVF) ໄດ້ຈັດພິທີປິດ ຫຼັກສູດອົບຮົມຄູຝຶກບານສົ່ງ FIVB Coach Course Level 1 ຢ່າງສຳເລັດຜົນ ໃນວັນທີ 10 ກໍລະກົດ 2026 ນັບເປັນອີກໜຶ່ງຫຼັກໝາຍສຳຄັນ ໃນການພັດທະນາບຸກຄະລາກອນກິລາບານສົ່ງ ໂດຍສະເພາະຄູຝຶກທີ່ມີຄຸນນະພາບ ທັງເປັນການວາງຮາກຖານການພັດທະນາບານສົ່ງຂັ້ນພື້ນຖານຂອງປະເທດ.
ໂດຍໄດ້ຮັບການສະໜັບສະໜູນງົບປະມານຈາກ Olympic Solidarity ຜ່ານຄະນະກຳມະການໂອລິມປິກແຫ່ງຊາດລາວ (NOCL) ແລະ ສະຫະພັນບານສົ່ງສາກົນ (FIVB), ສະຫະພັນບານສົ່ງແຫ່ງຊາດລາວ ໄດ້ຈັດການອົບຮົມຄູຝຶກບານສົ່ງ FIVB Coach Course Level I ຂຶ້ນ ຊື່ງດຳເນີນເປັນເວລາ 5 ວັນ ຕັ້ງແຕ່ວັນທີ 6 ຫາ 10 ກໍລະກົດ. ການຝຶກອົບຮົມຄັ້ງນີ້ໄດ້ມີຄູຝຶກ ຈຳນວນ 22 ທ່ານ, ຍິງ 3 ທ່ານ, ຈາກ 5 ແຂວງ ແລະ 6 ສະໂມສອນໃນນະຄອນຫຼວງວຽງຈັນ ເຂົ້າຮ່ວມ ເພື່ອຍົກລະດັບຄວາມຮູ້, ວິທີການຝຶກສອນ ແລະ ທັກສະການເປັນຄູຝຶກ ຕາມມາດຕະຖານສາກົນຂອງ FIVB. ການຝຶກອົບຮົມຄັ້ງນີ້ໄດ້ຮັບກຽດຈາກ ທ່ານ Constant Tchouassi, ວິທະຍາກອນຄູຝຶກລະດັບສາກົນຂອງ FIVB ຜູ້ມີປະສົບການສູງທັງພາກທິດສະດີ ແລະ ພາກປະຕິບັດ ກ່ຽວກັບຫຼັກການຝຶກສອນສະໄໝໃໝ່, ການພັດທະນາເຕັກນິກ-ແທັກຕິກ ແລະ ການຝຶກສອນທີ່ນຳໃຊ້ຫຼັກການເອົານັກກິລາເປັນສູນກາງ.
ຕະຫຼອດຫຼັກສູດ ຜູ້ເຂົ້າອົບຮົມໄດ້ຮຽນຮູ້ທັງພາກທິດສະດີ, ຝຶກປະຕິບັດໃນສະໜາມ, ແລກປ່ຽນປະສົບການ ແລະ ຜ່ານການປະເມີນຕາມເກນຂອງ FIVB. ຜູ້ທີ່ສຳເລັດຫຼັກສູດໄດ້ຮັບໃບຢັ້ງຢືນ FIVB Coaches Course Level 1 ຈາກສະຫະພັນບານສົ່ງສາກົນ.
ໃນພິທີປິດ, ສະຫະພັນບານສົ່ງລາວ ໄດ້ສະແດງຄວາມຂອບໃຈຕໍ່ Olympic Solidarity, FIVB ແລະ NOCL ສຳລັບການສະໜັບສະໜູນຢ່າງຕໍ່ເນື່ອງ ພ້ອມຢືນຢັນວ່າ ການພັດທະນາຄູຝຶກ ແມ່ນຫົວໃຈຂອງການພັດທະນານັກກິລາ ແລະ ການສ້າງລະບົບບານສົ່ງທີ່ເຂັ້ມແຂງ ແລະ ຍືນຍົງ.
ໃນຂະນະທີ່ ສປປ ລາວ ກຳລັງກະກຽມສູ່ການເປັນເຈົ້າພາບ ມະຫະກຳກິລາຊີເກມ ຄັ້ງທີ 36 ໃນປີ 2031, ຄວາມສຳເລັດຂອງຫຼັກສູດນີ້ ນັບເປັນອີກກ້າວສຳຄັນໃນການສ້າງຄູຝຶກລາວໃຫ້ມີມາດຕະຖານສາກົນ ແລະ ມີຄວາມພ້ອມນຳພາການພັດທະນາບານສົ່ງຂອງຊາດ.
ສະຫະພັນບານສົ່ງລາວ ຂໍສະແດງຄວາມຍິນດີຕໍ່ຜູ້ເຂົ້າອົບຮົມທຸກທ່ານ ພ້ອມທັງຂໍຂອບໃຈ ທ່ານ Constant Tchouassi, FIVB, Olympic Solidarity, NOCL, FIVB ແລະ ພາກສ່ວນຮ່ວມມືທຸກຝ່າຍ ທີ່ໄດ້ຮ່ວມຜົນັກດັນໃຫ້ຫຼັກສູດນີ້ປະສົບຜົນສຳເລັດ.
ຮ່ວມກັນສ້າງອະນາຄົດທີ່ເຂັ້ມແຂງໃຫ້ກິລາບານສົ່ງລາວ. 🏐🇱🇦