ສະຫະພັນກິລາ ກາຣາເຕໂດ ແຫ່ງຊາດລາວ Lao Karate Federation

ສະຫະພັນກິລາ ກາຣາເຕໂດ ແຫ່ງຊາດລາວ Lao Karate Federation ສະຫະພັນກິລາ ກາຣາເຕໂດ ແຫ່ງຊາດລາວ

Lao Karate Federation

ໃນວັນທີ 04 ເມສາ 2026, ທີ່ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ສະຫະພັນກາຣາເຕໂດແຫ່ງຊາດລາ...
04/04/2026

ໃນວັນທີ 04 ເມສາ 2026, ທີ່ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ສະຫະພັນກາຣາເຕໂດແຫ່ງຊາດລາວ ໄດ້ຈັດການຄັດເລືອກນັກກີລາ ປະຈຳປີ 2026 ເພື່ອເຂົ້າຊ້ອມເປັນນັກກິລາທີມຊາດ ເປັນຕົວແທນໃຫ້ນັກກິລາກາຣາເຕໂດລາວ ເຂົ້າຮ່ວມການແຂ່ງຂັນ ໃນງານມະຫາກຳກິລາເອຊຽນເກມ (ASIAN Games) ທີ່ ນາໂກຢາ ປະເທດຍີ່ປຸ່ນ, ງານແຂ່ງຂັນກາຣາເຕໂດອາຊຽນ ທີ່ ສສ ຫວຽດນາມ (SEAKF Championships), ງານແຂ່ງຂັນມະຫາວິທະຍາໄລອາຊຽນ ແລະ ລາຍການແຂ່ງຂັນຕ່າງໆ ໃນລະດັບພາກພື້ນ ແລະ ສາກົນ.




ສະຫະພັນກິລາຄາຣາເຕໂດແຫ່ງຊາດລາວ ຂໍແຈ້ງມາຍັງ ບັນດາສະໂມສອນກິລາຄາຣາເຕໂດ, ຄູຝຶກ ແລະ ນັກກິລາຄາຣາເຕໂດ ທົ່ວປະເທດ ເພື່ອເປັນການກຽມຄ...
18/03/2026

ສະຫະພັນກິລາຄາຣາເຕໂດແຫ່ງຊາດລາວ ຂໍແຈ້ງມາຍັງ ບັນດາສະໂມສອນກິລາຄາຣາເຕໂດ, ຄູຝຶກ ແລະ ນັກກິລາຄາຣາເຕໂດ ທົ່ວປະເທດ ເພື່ອເປັນການກຽມຄວາມພ້ອມດ້ານນັກກິລາໃຫ້ມີຄວາມເຂັ້ມແຂງ ແລະ ສາມາດເປັນຕົວແທນໃຫ້ທິມຊາດລາວ ເຂົ້າຮ່ວມງານແຂ່ງຂັນລາຍການຕ່າງໆ ໃນລະດັບພາກພື້ນ ແລະ ສາກົນ ທີ່ຈະຈັດຂຶ້ນໃນຕະຫຼອດປີ 2026 ນີ້, ສະຫະພັນກິລາຄາຣາເຕໂດແຫ່ງຊາດລາວ ຈະໄດ້ຈັດການແຂ່ງຂັນຄັດເລືອກນັກກິລາທີ່ມີພອນສະຫວັນ, ເຕັກນິກດີເດັ່ນ ແລະ ມີລະບຽບວິໄນ ເປັນນັກກິລາກາຣາເຕໂດທິມຊາດ ປະຈຳປີ 2026.

ເຊິ່ງຈະໄດ້ຈັດຂຶ້ນໃນວັນເສົາ ວັນທີ 04 ເມສາ 2026 ເລີ່ມແຕ່ເວລາ 09:00 ໂມງ ເປັນຕົ້ນໄປ ທີ່ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ.

With Deepest Condolences. Our Thoughts Are With You.from: President & Members of Lao Karate-do Federation.
19/12/2025

With Deepest Condolences. Our Thoughts Are With You.

from: President & Members of Lao Karate-do Federation.


ສະຫະພັນກິລາກາຣາເຕໂດແຫ່ງຊາດລາວ ພົບປະ ໂອ້ລົມ ທີມນັກກິລາ ແລະ ຄູຝຶກ ກາຣາເຕໂດ ທີ່ເຂົ້າຮ່ວມແຂ່ງຂັນໃນງານມະຫາກຳກິລາຊີເກມ ຄັ້ງທີ ...
11/12/2025

ສະຫະພັນກິລາກາຣາເຕໂດແຫ່ງຊາດລາວ ພົບປະ ໂອ້ລົມ ທີມນັກກິລາ ແລະ ຄູຝຶກ ກາຣາເຕໂດ ທີ່ເຂົ້າຮ່ວມແຂ່ງຂັນໃນງານມະຫາກຳກິລາຊີເກມ ຄັ້ງທີ 33 ທີ່ບາງກອກ ປະເທດໄທ.

ທ່ານ ແກ້ວວີສຸກ ໂສລະພົມ ຮອງລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ ປະທານສະຫະພັນກິລາກາຣາເຕໂດແຫ່ງຊາດລາວ ໄດ້ໂອ້ລົມ ໃຫ້ກຳລັງໃຈ ນັກກິລາກາຣາເຕໂດລາວ ໃຫ້ເຂົ້າຮ່ວມແຂ່ງຂັນຢ່າງເຕັມທີ່ ດ້ວຍນ້ຳໃຈນັກກິລາ ເຄົາລົບກະຕິກາ ເຄົາລົບກຳມະການ, ໃຫ້ຄຳນຶງສະເໝີ ໃນການເປັນຕົວແທນປະເທດລາວ ເຂົ້າຮ່ວມການແຂ່ງຂັນໃນລະດັບສາກົນ, ຕັ້ງໃຈສ້າງຜົນງານ ຍາດເອົາຫຼຽນລາງວັນ ມາເປັນຂອງຂວັນໃຫ້ພໍ່ແມ່ພີ່ນ້ອງຊາວລາວທົ່ວປະເທດ.







24/11/2025
ການແຂ່ງຂັນຄາຣາເຕ້-ໂດ ມະຫະກຳກິລາແຫ່ງຊາດ ຄັ້ງທີ XII (Vientiane Games 2025) ໄດ້ສຳເລັດຢ່າງເປັນທາງການ ໃນວັນທີ ວັນທີ 23 ພະຈິກ ...
24/11/2025

ການແຂ່ງຂັນຄາຣາເຕ້-ໂດ ມະຫະກຳກິລາແຫ່ງຊາດ ຄັ້ງທີ XII (Vientiane Games 2025) ໄດ້ສຳເລັດຢ່າງເປັນທາງການ ໃນວັນທີ ວັນທີ 23 ພະຈິກ 2025.

ຂໍສະແດງຄວາມຊົມເຊີຍຢ່າງສຸດໃຈມາຍັງນັກກິລາທຸກທ່ານ ທີ່ສະແດງຄວາມສາມາດ ແລະ ພະລັງອອກມາຢ່າງເຕັມທີ່ຕະຫຼອດ 3 ວັນແຫ່ງການແຂ່ງຂັນ! 🏆

🥇 ລວມຫຼຽນລາງວັນທັງໝົດ: ຄຳ: 12 ຫຼຽນ, ເງິນ: 12 ຫຼຽນ, ທອງ: 24 ຫຼຽນ.

ຂໍສະແດງຄວາມຍິນດີນຳ ນັກກິລາ ແລະ ບັນດາພາກສ່ວນ ທີ່ຍາດມາໄດ້ຫຼຽນລາງວັນຈາກເຂົ້າຮ່ວມໃນການແຂ່ງຂັນຄັ້ງສຳຄັນນີ້.

ຂໍຂອບໃຈມາຍັງນັກກິລາ, ຜູ້ຝຶກສອນ, ຜູ້ຕັດສິນ, ຄະນະກຳມະການຈັດງານທີ່ກ່ຽວຂ້ອງ ແລະ ຜູ້ສະໜັບສະໜູນທຸກພາກສ່ວນ ທີ່ໄດ້ເຮັດວຽກຢ່າງໜັກ ເພື່ອສ້າງຄວາມສຳເລັດອັນຍິ່ງໃຫຍ່ນີ້.

ຄວາມມຸ່ງໝັ້ນຂອງພວກເຮົາຈະສືບຕໍ່ພັດທະນາກິລາຄາຣາເຕ-ໂດ ລາວ ໃຫ້ກ້າວໄປສູ່ລະດັບສາກົນ!

ງານແຂ່ງຂັນສຳຄັນຄັ້ງຕໍ່ໄປ ທີ່ກິລາກາຣາເຕໂດລາວ ຈະເຂົ້າຮ່ວມ ແມ່ນ ມະຫາກຳກິລາຊີເກມ ຄັ້ງທີ 33 ວັນທີ 9-20 ທັນວາ 2025 ທີ່ປະເທດໄທ ເປັນເຈົ້າພາບ.







#ຄາຣາເຕ້ໂດ
#ມະຫະກຳກິລາແຫ່ງຊາດ12

ວັນທີ 23 ພະຈິກ 2025 ມື້ສຸດທ້າຍຂອງການແຂ່ງຂັນກິລາກາຣາເຕໂດ ໃນງານມະຫາກຳກິລາແຫ່ງຊາດ ຄັ້ງທີ 12 ທີ່ນະຄອນຫລວງວຽງຈັນເປັນເຈົ້າພາບ....
23/11/2025

ວັນທີ 23 ພະຈິກ 2025 ມື້ສຸດທ້າຍຂອງການແຂ່ງຂັນກິລາກາຣາເຕໂດ ໃນງານມະຫາກຳກິລາແຫ່ງຊາດ ຄັ້ງທີ 12 ທີ່ນະຄອນຫລວງວຽງຈັນເປັນເຈົ້າພາບ.

ມື້ນີ້ ແຂ່ງຂັນປະເພດຕໍ່ສູ້ທີມ (Kumite) ຊິງ 2 ຫຼຽນຄຳ, 2 ຫຼຽນເງິນ, 4 ຫຼຽນທອງ.

ສະຖານທີ່: ສູນກິລາບູໂດ




ເປີດການແຂ່ງຂັນກິລາ ກະຣາເຕ-ໂດ ໃນງານມະຫາກຳກິລາແຫ່ງຊາດ ຄັ້ງທີ 12 (ວຽງຈັນເກມ) ວັນທີ 21 ພະຈິກ 2025 **************************...
21/11/2025

ເປີດການແຂ່ງຂັນກິລາ ກະຣາເຕ-ໂດ ໃນງານມະຫາກຳກິລາແຫ່ງຊາດ ຄັ້ງທີ 12 (ວຽງຈັນເກມ) ວັນທີ 21 ພະຈິກ 2025
***********************************************

ໃນຕອນເຊົ້າຂອງ ວັນທີ 21 ພະຈິກ 2025 ໄດ້ມີພິທີເປີດ ການແຂ່ງຂັນກິລາ ກະຣາເຕ-ໂດ ໃນງານມະຫາກຳກິລາແຫ່ງຊາດ ຄັ້ງທີ 12 (ວຽງຈັນເກມ) ທີ່ສູນກິລາບູໂດ (ຂ້າງສະໜາມກິລາເຈົ້າອານຸວົງ), ໂດຍໃຫ້ກຽດກ່າວເປີດໂດຍ ທ່ານ ແກ້ວວີສຸກ ໂສລະພົມ, ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ປະທານສະຫະພັນກິລາກາຣາເຕໂດແຫ່ງຊາດລາວ, ຫົວໜ້າຄະນະຈັດການແຂ່ງຂັນກິລາກາຣາເຕໂດ ໃນງານມະຫາກຳກິລາແຫ່ງຊາດ ຄັ້ງທີ 12 (ວຽງຈັນເກມ).

ໃນໂອກາດດັ່ງກ່າວ, ທ່ານ ແກ້ວວີສຸກ ໄດ້ເນັ້ນໜັກການປະຕິບັດຄຳຂວັນຂອງການແຂ່ງຂັນວຽງຈັນເກມ ທີ່ວ່າ: 'ສາມັກຄີ, ມີວິໄນ, ໂປ່ງໃສ ແລະ ໄດ້ການພັດທະນາ'. ພ້ອມທັງໄດ້ເນັ້ນໜັກ ຕໍ່ບັນດາ ນັກກິລາ ທີ່ໄດ້ທຸ່ມເທຝຶກຊ້ອມຢ່າງໜັກເພື່ອມາຮອດຈຸດນີ້, ໃຫ້ນັກກິລາຈົ່ງແຂ່ງຂັນດ້ວຍຈິດໃຈນັກກິລາຢ່າງແທ້ຈິງ, ຮູ້ແພ້, ຮູ້ຊະນະ ແລະ ຮູ້ອະໄພ. ຈົ່ງສະແດງທັກສະ ແລະ ຄວາມງົດງາມຂອງສິລະປະຍຸດ ກະຣາເຕ-ໂດ ໃຫ້ຜູ້ຊົມໄດ້ເຫັນ, ດັ່ງຄຳສອນທີ່ແປມາຈາກພາສາຍີນປຸ່ນ ທີ່ວ່າ “ກະຣາເຕ ເລີ່ມຕົ້ນດ້ວຍການເຄົາລົບ ແລະ ຈົບລົງດ້ວຍການເຄົາລົບ”. ຕໍ່ກັບບັນດາ ກຳມະການຕັດສິນ, ແມ່ນໄດ້ເນັ້ນໜັກໃຫ້ເອົາໃຈໃສ່ ເຮັດໜ້າທີ່ດ້ວຍຄວາມບໍລິສຸດຍຸດຕິທຳ, ໂປ່ງໃສ ແລະ ຖືກຕ້ອງຕາມກົດລະບຽບສາກົນ ເພື່ອໃຫ້ຜົນການແຂ່ງຂັນອອກມາຢ່າງສົມກຽດ ແລະ ເປັນທີ່ຍອມຮັບຂອງທຸກຝ່າຍ.

ການແຂ່ງຂັນກິລາກາຣາເຕໂດ ມີ 12 ລາຍການ ໂດຍແບ່ງອອກເປັນ 2 ປະເພດ ຄື: ກາຕາ 2 ລາຍການ ແລະ ຕໍ່ສູ້ 10 ລາຍການ, ຈັດຂຶ້ນໃນລະຫວ່າງວັນທີ 21-23 ພະຈິກ 2025 ທີ່ສູນກິລາບູໂດ ຂ້າງສະໜາມກິລາເຈົ້າອານຸວົງ.

ກິລາ ກະຣາເຕ-ໂດ ສາມາດສະທ້ອນໃຫ້ເຫັນຄຸນຄ່າເຫຼົ່ານີ້ໄດ້ຢ່າງດີທີ່ສຸດ ເພາະ ກະຣາເຕ-ໂດ ບໍ່ແມ່ນພຽງແຕ່ການຕໍ່ສູ້ທາງດ້ານຮ່າງກາຍເທົ່ານັ້ນ ແຕ່ຍັງເປັນການຝຶກຝົນຈິດໃຈ, ຄວາມອົດທົນ ແລະ ການເຄົາລົບເຊິ່ງກັນແລະກັນ. ເວທີແຂ່ງຂັນນີ້ ມີຄວາມໝາຍສຳຄັນຫຼາຍ ເພາະເປັນເວທີແຫ່ງການຄັດເລືອກ ເຟັ້ນຫາຊ້າງເຜືອກ ແລະ ນັກກິລາທີ່ມີພອນສະຫວັນ ເພື່ອກ້າວຂຶ້ນສູ່ທີມຊາດ ສ້າງຊື່ສຽງໃຫ້ແກ່ປະເທດຊາດ ໃນລະດັບພາກພື້ນ ແລະ ສາກົນ.

15/11/2025
ໃນວັນທີ 13 ພະຈິກ 2025 ຄະນະຮັບຜິດຊອບ ຈັດການແຂ່ງຂັນກິລາກາຣາເຕໂດ ໃນງານມະຫາກຳກິລາແຫ່ງຊາດລາວ ຄັ້ງທີ XII ໄດ້ຈັດກອງປະຊຸມປຶກສາຫາ...
15/11/2025

ໃນວັນທີ 13 ພະຈິກ 2025 ຄະນະຮັບຜິດຊອບ ຈັດການແຂ່ງຂັນກິລາກາຣາເຕໂດ ໃນງານມະຫາກຳກິລາແຫ່ງຊາດລາວ ຄັ້ງທີ XII ໄດ້ຈັດກອງປະຊຸມປຶກສາຫາລື ກະກຽມຄວາມພ້ອມ ໂດຍການເປັນປະທານຂອງ ທ່ານ ລັດຕະນະມະນີ ຄູນນີວົງ
ຮອງປະທານ ສະຫະພັນກິລາກາຣາເຕໂດແຫ່ງຊາດລາວ, ຮອງຫົວໜ້າຄະນະ, ມີບັນດາທ່ານໃນ ຄະນະຮັບຜິດຊອບ ເຂົ້າຮ່ວມ.

ການແຂ່ງຂັນກິລາກາຣາເຕໂດ ຈະມີ 12 ລາຍການ ໂດຍແບ່ງອອກເປັນ 2 ປະເພດ ຄື: ກາຕາ 2 ລາຍການ ແລະ ຕໍ່ສູ້ 10 ລາຍການ, ຈະຈັດຂຶ້ນໃນລະຫວ່າງວັນທີ 21-23 ພະຈິກ ທີ່ສູນກິລາບູໂດ ຂ້າງສະໜາມກິລາເຈົ້າອານຸວົງ.

ໃນວັນທີ 17 ຕຸລາ 2025, ສະຫະພັນກິລາກາຣາເຕໂດແຫ່ງຊາດລາວ ນຳພາໂດຍ ທ່ານ ແກ້ວວີສຸກ ໂສລະພົມ, ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ກາ...
17/10/2025

ໃນວັນທີ 17 ຕຸລາ 2025, ສະຫະພັນກິລາກາຣາເຕໂດແຫ່ງຊາດລາວ ນຳພາໂດຍ ທ່ານ ແກ້ວວີສຸກ ໂສລະພົມ, ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ປະທານສະຫະພັນ, ພ້ອມດ້ວຍຄະນະ ຢ້ຽມຢາມ ຊຸກຍູ້ຄະນະຄູຝຶກ ແລະ ນັກກິລາ ກາຣາເຕໂດ ທີ່ເຂົ້າເກັບໂຕຝຶກຊ້ອມກະກຽມເຂົ້າຮ່ວມແຂ່ງຂັນ ໃນມະຫາກຳກິລາຊີເກມ ຄັ້ງທີ 33 ທີ່ ປະເທດໄທ.

ໃນໂອກາດດັ່ງກ່າວ, ສະຫະພັນກິລາກາຣາເຕໂດແຫ່ງຊາດລາວ ໄດ້ມອບເງິນຊຸກຍູ້ ຈຳນວນ 5,000,000 ກີບ ເພື່ອໃຊ້ເຂົ້າໃນກິດຈະກຳເກັບໂຕຝຶກຊ້ອມຂອງນັກກິລາ.

Address

Vientiane

Website

Alerts

Be the first to know and let us send you an email when ສະຫະພັນກິລາ ກາຣາເຕໂດ ແຫ່ງຊາດລາວ Lao Karate Federation posts news and promotions. Your email address will not be used for any other purpose, and you can unsubscribe at any time.

Shortcuts

Share

Category