08/06/2026
Unitel ໄດ້ຮັບສິດຖ່າຍທອດສົດ ບານໂລກ 2026 ໃຫ້ປະຊາຊົນລາວ ຊົມຟຣີ ຢ່າງເປັນທາງການ
ວັນທີ 08 ມິຖຸນາ 2026 ທີ່ໂຮງແຮມ ສຸພັດຕາ ນະຄອນຫຼວງວຽງຈັນ ບໍລິສັດ ສະຕາ ໂທລະຄົມ ຈຳກັດ ( Unitel ) ໄດ້ຈັດພິທີເປິດໂຕຢ່າງເປັນທາງການສິດຖ່າຍທອດສົດ FIFA WORLD CUP 2026 ໂດຍການເຂົ້າຮ່ວມ ຂອງພົນໂທ ສາຍໃຈ ກົມມະສິດ ກຳມະການສູນກາງພັກພັກ, ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບ, ປະທານສະພາບໍລິຫານ ບໍລິສັດ ສະຕາ ໂທລະຄົມ ຈຳກັດ, ທ່ານ ແກ້ວວິສຸກ ໂສລະພົມ ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ພ້ອມນີ້ຍັງມີບັນດາທ່ານການນຳພັກ-ລັດ ຈາກກະຊ່ວງ ວັດຖະນະທຳ ແລະ ການທ່ອງທ່ຽວ, ກະຊວງສຶກສາທິການ ແລະ ກິລາ, ຜູ້ບໍລິຫານ ບໍລິສັດສະຕາ ໂທລະຄົມ, ປະທານ ສະຫະພັນບານເຕະແຫ່ງຊາດລາວ ພ້ອມດ້ວຍສື່ມວນຊົນ ໃຫ້ຄວາມສົນໃຈ ເຂົ້າຮ່ວມງານ.
ໃນພິທີ ທ່ານ ພົນໂທ ສາຍໃຈ ກົມມະສິດ ກຳມະການສູນກາງພັກພັກ, ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບ, ປະທານສະພາບໍລິຫານ ບໍລິສັດ ສະຕາ ໂທລະຄົມ ຈຳກັດ ໄດ້ຂື້ນກ່າວເປີດງານ ພ້ອມທັງມີຄຳເຫັນຕໍ່ພິທີວ່າ: ມື້ນີ້ ທ່າມກາງບັນຍາກາດ ທີ່ມີຄວາມເບີກບານມ່ວນຊື່ນ, ບໍລິສັດ ສະຕາ ໂທລະຄົມ (ຢູນີເທວ) ມີຄວາມຍິນດີ ເປັນຢ່າງຍີ່ງ ທີ່ໄດ້ຈັດພິທີປະກາດການເປັນເຈົ້າຂອງລິຂະສິດ ການຖ່າຍທອດສົດການແຂ່ງຂັນບານໂລກ FIFA World Cup 2026 ຢ່າງເປັນທາງການ ຢູ່ປະເທດລາວ.
ການແຂ່ງຂັນບານໂລກ FIFA World Cup 2026 ທີ່ຈະມາເຖິງນີ້ ຈະເປັນການແຂ່ງຂັນຄັ້ງປະຫວັດສາດ ມີຈຳນວນການແຂ່ງຂັນ 104 ນັດ ເຊິ່ງ ( Unitel ) ໄດ້ຮັບສິດ ໃນຫຼາຍຊ່ອງທາງ, ລວມທັງໂທລະພາບ, ວິທະຍຸ,ອຸປະກອນມືຖື, ອິນເຕີເນັດ ຈະໃຫ້ເບີ່ງຟຣີ 100% ,ສໍາລັບການຖ່າຍທອດສົດ ທຸກນັດ ຜ່ານແອ໋ບພີເຄຊັນ LaoTV ແລະ ໃນທຸກແພລັດຟອມ (platform) ຂອງ ( Unitel ).