04/08/2026
ໄປ ພວກເຮົາ ໄປຄັດໂຕທີມຊາດກັນ!!!
ໂອກາດມາຮອດແລ້ວສຳລັບນ້ອງໆນັກກິລາບານເຕະຍິງ
ທີມຊາດບານເຕະຍິງ ຮຸ່ນອາຍຸບໍ່ເກີນ 17 ປີ ຈະໄດ້ມີການເປີດຄັດໂຕນັກກິລາ ເພື່ອເຂົ້າຮ່ວມ ການແຂ່ງຂັນບານເຕະ ລາຍການ “AFC U17 Women’s Asian Cup China 2027 Qualifiers” ໃນລະຫວ່າງ ວັນທີ 03 – 11 ຕຸລາ 2026 ທີ່ ນະຄອນຫຼວງວຽງຈັນ ປະເທດລາວ.
ການຄັດໂຕນັກກິລາແມ່ນຈັດຂຶ້ນທີ່ ສະໜາມກິລາແຫ່ງຊາດ ຫຼັກ 16 (ສະໜາມຊ້ອມ) ໃນວັນສຸກ ທີ 07 ສິງຫາ 2026 ເວລາ 16:00 ເປັນຕົ້ນໄປ.
ເງື່ອນໄຂຜູ້ເຂົ້າຮ່ວມຄັດໂຕ ແມ່ນນັກກິລາ ເພດຍິງ ທີ່ເກີດໃນລະຫວ່າງ ວັນທີ 01 ມັງກອນ 2010 ຫາ 31 ທັນວາ 2012. (ກະລຸນານຳສຳມະໂນຄົວ ຫຼື ເອກະສານຢັ້ງຢືນໂຕຕົນມາດ້ວຍ)
ຕິດຕໍ່ສອບຖາມລາຍລະອຽດເພີ່ມເຕີມໄດ້ທີ່:
ນາງ ມີນາ ເພັງໄພວັນ 020 94303789
ນາງ ປຣະຣິຊາດ ສຸກສຳລານ 020 77447444