22/02/2023
‼️ ແຈ້ງການ ‼️ ກ່ຽວກັບການຮຽນບຳລຸງພາສາຈີນ, ການລົງທະບຽນນັກສຶກສາເກົ່າ ແລະເປິດຮັບນັກສຶກສາໃໝ່ ຊຸດທີ 26, ລາຍລະອຽດດັ່ງລຸມນີ້.
1. ວັນທີ 20/2ເຖິງ 26/2 ຮັບນັກສຶກສາເກົ່າ.
2. ວັນທີ 1 ມີນາ ຕອນເຊົ້າເວລາ 9:00 ໂມງ ເປິດຮັບນັກຮຽນຜູ້ທີ່ບໍ່ມີພື້ນຖານ(ຮຽນເລີ່ມຕົ້ນ), ຮັບຈໍານວນຈໍາກັດ.ວິທີສະໝັກຮຽນພາສາຈີນສໍາລັບນັກສຶກສາໃໝ
ສະຖາບັນຂົງຈື ຂໍແຈ້ງຂ່າວ: ວັນທີ 1/3/2023 ຕອນເຊົ້າເວລາ 9:00 ສະຖາບັນຂົງຈື ມຊ ຈະເປີດຮັບນັກສຶກສາໃໝ່ຜູ້ບໍ່ມີພື້ນຖານພາສາຈີນ, ນີ້ແມ່ນວິດີໂອແນະນໍາວິທີສະໝັກສໍາລັບນັກສຶກສາໃໝ່ຜູ້ບໍ່ມີພື້ນຖານເທົ່ານັ້ນ, ຂໍໃຫ້ຜູ້ສົນໃຈຮຽນຈົ່ງເບິ່ງລະອຽດ, ຈໍານວນມີຈໍາກັດ, ສະນັ້ນ ຂໍໃຫ້ຜູ້ສົນໃຈຮຽນຈົ່ງສະໝັກຕາມເວລາທີ່ແຈ້ງ, ຕົວເລກອາດໝົດພາຍໃນບໍ່ເທົ່າໃດນາທີ. ລິ້ງສະໝັກລົງທະບຽນສໍາລັບນັກສຶກສາໃໝ່ແມ່ນ https://enroll.cinuol.com/register-new ເຊິ່ງຈະເປີດໃຫ້ລົງທະບຽນຢ່າງເປັນທາງການໃນວັນທີ 1/3/2023 ເວລາ 9:00.ຂໍໃຫ້ຕິດຕາມເພດຂົງຈືຢ່າງໃກ້ຊິດ. ສອບຖາມໂທ 021 720120 ໃນໂມງລັດຖະການ
ລາຍລະອຽດຂໍໃຫ້ອ່ານແຈ້ງການ.