Football Laos

Football Laos ເພຈ໌ຂອງພວກເຮົາສ້າງຂື້ນມາເພື່ອອັບເດດຂ່າວສານກິລາບານເຕະໃນລາວແລະທົ່ວໂລກ

ທ່ານ ດຣ. ອຳມະລາ ຈາກລັດ Florida ສະຫະລັດ ອາເມລິກາ ທີ່ໄດ້ເຊື້ອເຊີນ  ທ່ານ ວຽງໄຊ ວິໄລກຸນ ປະທານສະໂມສອນ ວິໄລກຸນ ນາຄາ (W.I.G NAG...
14/11/2025

ທ່ານ ດຣ. ອຳມະລາ ຈາກລັດ Florida ສະຫະລັດ ອາເມລິກາ ທີ່ໄດ້ເຊື້ອເຊີນ ທ່ານ ວຽງໄຊ ວິໄລກຸນ ປະທານສະໂມສອນ ວິໄລກຸນ ນາຄາ (W.I.G NAGA) ຮ່ວມຮັບປະທານອາຫານ ແລະ ໄດ້ໂອ້ລົມປຶກສາຫາລື ກ່ຽວກັບການສະໜັບສະໜູນສະໂມສອນ ເພື່ອສົ່ງເສີມການພັດທະນາກິລາບານເຕະເຍົາສະຊົນລາວ ກໍຄືທັບນາຄານ້ອຍ ໄປສ້າງຊື່ສຽງໃຫ້ກັບປະເທດຊາດສືບຕໍ່ໄປ

W.I.G NAGA

ທັບນັກກິລາ ນ້ຳທາ ຢູໄນເຕັດ ຝຶກຊ້ອມທີ ສະໜາມລ້ານຊ້າງ ສະເຕດ້ຽມ ເພື່ອກຽມລູຍສືກລາວລີກ 2025/26  ໃນວັນອາທິດນີ້🔥🗓 ວັນອາທິດ  17 ສິ...
14/08/2025

ທັບນັກກິລາ ນ້ຳທາ ຢູໄນເຕັດ ຝຶກຊ້ອມທີ ສະໜາມລ້ານຊ້າງ ສະເຕດ້ຽມ ເພື່ອກຽມລູຍສືກລາວລີກ 2025/26 ໃນວັນອາທິດນີ້🔥

🗓 ວັນອາທິດ 17 ສິງຫາ 2025
⏱ ເວລາ 16:00 ກອງທັບ ພົບ ນໍ້າທາ ຢູໄນເຕັດ
🏟 ແຂ່ງຂັນຢູ່ທີ່ສະຫນາມກິລາກອງທັບ ຫຼັກ 5

ໂອກາດຢູ່ຕໍ່ໜ້າ🤑🦅🇱🇦 ເອສຣາ ລຸ້ນຮັບຊັບເງິນ 50,000 ໂດລ່າສະຫະລັດ ຫຼື ປະມານ 1,800 ລ້ານກວ່າກີບ ຖ້າຫາກເອົາຊະນະ ຊານ ຢູໄນເຕັດ🇲🇲 ແລ...
14/08/2025

ໂອກາດຢູ່ຕໍ່ໜ້າ🤑
🦅🇱🇦 ເອສຣາ ລຸ້ນຮັບຊັບເງິນ 50,000 ໂດລ່າສະຫະລັດ ຫຼື ປະມານ 1,800 ລ້ານກວ່າກີບ ຖ້າຫາກເອົາຊະນະ ຊານ ຢູໄນເຕັດ🇲🇲 ແລະ ຜ່ານເຂົ້າຮອບແບ່ງກຸ່ມລາຍການ ຊິງແຊ້ມສະໂມສອນອາຊຽນ ໄດ້!

ໃນນັດທີ່ 1 : ເອສຣາ ເສຍໃຫ້ ຊານຢູໄນເຕັດ 1-2
ໃນນັດທີ່ 2 : ເອສຣາ ຕ້ອງບຸກໄປຍາມ ຊານ ຢູໄນເຕັດ ແລະ ມີໂປຣແກມລົງຫຼີ້ນໃນມື້ອື່ນນີ້ເວລາ 18:30 ນ. (ຕາມເວລາປະເທດລາວ)

ມິດຕະພາບຂອງກິລາບານເຕະ⚽🇱🇦🇲🇲❤️ປີເຕີ້ ມີອາການບາດເຈັບ ຕາມພາບ ທາງສະໂມສອນ Shan United FC ທີມຄູ່ເເຂ່ງ  ໄດ້ອຳນວຍຄວາມສະດວກພາໄປກວດ...
14/08/2025

ມິດຕະພາບຂອງກິລາບານເຕະ⚽🇱🇦🇲🇲❤️

ປີເຕີ້ ມີອາການບາດເຈັບ ຕາມພາບ ທາງສະໂມສອນ Shan United FC ທີມຄູ່ເເຂ່ງ ໄດ້ອຳນວຍຄວາມສະດວກພາໄປກວດໄປເຊັກ ຢູ່ປະເທດມຽນມາ ເເລະ ທາງ Ezra fc ກໍໄດ້ໂພຈຮູບດັງກ່າວລົງຜ່ານເພຈສະໂມສອນ ຂອບໃຈທາງສະໂມສອນ Shan United FC

👉ສະໂມສອນ Shan United FC ເເລະ Ezra fc ຈະມີຄິວລົງເເຂ່ງຂັນ ນັດທີສອງ ໃນ ມື້ ອື່ນວັນ ທີ 15/8/2025 ເວລາ 18:30 (ນັດທີໜຶ່ງ ທີມສະໂມສອນຈາກມຽນມາຊະນະ 1-0)

📸 Ezra fc

ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ  ໄດ້ໃຫ້ການສະຫນັບສະຫນູນດ້ານໂທລະຄົມ ໃຫ້ກັບ ສະຫະພັນບານເຕະແຫ່ງຊາດລາວ ໄລຍະເວລາ 3 ປີ 2025-20...
14/08/2025

ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ໄດ້ໃຫ້ການສະຫນັບສະຫນູນດ້ານໂທລະຄົມ ໃຫ້ກັບ ສະຫະພັນບານເຕະແຫ່ງຊາດລາວ ໄລຍະເວລາ 3 ປີ 2025-2028

ກົດອ່ານຂ່າວ: https://laoff.org.la/la/news/view/630


Oppa..ໂອບປ໊າ ທີມຈຳປາສັກ   Avenir FC ງາມດີທຸກຄົນ ຂໍສຽງສາວຈຳປາສັກແນ່.
14/08/2025

Oppa..ໂອບປ໊າ ທີມຈຳປາສັກ Avenir FC ງາມດີທຸກຄົນ ຂໍສຽງສາວຈຳປາສັກແນ່.

📊🎉✨ ໄຊຊະນະຂອງ 🇱🇦 ເອສຣາ ນອກຈາກສ້າງປະໂຫຍດໃຫ້ສະໂມສອນ ຍັງສ້າງຜົນປະໂຫຍດໃຫ້ວົງການບານເຕະລາວ ແລະ ປະເທດຊາດ‼️————————————————— ✍️ ...
13/08/2025

📊🎉✨ ໄຊຊະນະຂອງ 🇱🇦 ເອສຣາ ນອກຈາກສ້າງປະໂຫຍດໃຫ້ສະໂມສອນ ຍັງສ້າງຜົນປະໂຫຍດໃຫ້ວົງການບານເຕະລາວ ແລະ ປະເທດຊາດ‼️
—————————————————
✍️ ໂດຍ: ເອກະສັນ ທິບພະຈັກ
—————————————————
ແຟນບານຫລາຍທ່ານ ທີ່ຕິດຕາມ ສະໂມສອນ 🇱🇦 ເອສຣາ ຄືຊິຮູ້ຂ່າວໄຊຊະນະນັດຫລ້າສຸດຂອງທີມ ທີ່ບຸກໄປຊະນະ 🇲🇲 ຢາງກຸ້ງ ຢູໄນເຕັດ ຈາກມຽນມາ ດ້ວຍການດວນຈຸດໂທດ 5-3 ຮອບຄັດເລືອກ ເຕະບານຊາຍ ຊິງແຊ້ມສະໂມສອນອາຊີ ລະດັບ 3 ຫລື AFC Challenge League ລະດູການໃໝ່ 2025-26 ເມື່ອວັນທີ 12 ສິງຫາ 2025 ຜ່ານມາ.

🇱🇦 ເອສຣາ ທີມແຊ້ມລີກສູງສຸດຂອງລາວ ທັງເປັນແຊ້ມຊິງຂັນທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ລະດູການຫລ້າສຸດ ເຂົ້າຮ່ວມໃນຖານະນ້ອງໃໝ່ ເປັນຄັ້ງທຳອິດ ເປັນຝ່າຍອອກໄປຢາມ 🇲🇲 ຢາງກຸ້ງ ຢູໄນເຕັດ ແຊ້ມລີກຄັບຂອງມຽນມາ ຢູ່ສະໜາມຕູວັນນາ ໃນນະຄອນຢາງກຸ້ງ, ເຊິ່ງການແຂ່ງຂັນໃນເວລາປົກກະຕິ 90’ ສະເໝີກັນ 0-0 ຕໍ່ເວລາພິເສດອີກ 30’ ຢາງກຸ້ງ ເປັນຝ່າຍຍິງຂຶ້ນນໍາກ່ອນນາທີ 97’ ແຕ່ ເອສຣາ ໄລ່ຕີສະເໝີຈາກ ອານັນຕະຊາ ສີພົງພັນ ນາທີ 109’ ຈົບເກມ 120’ ນາທີ ສະເໝີກັນ 1-1 ຕ້ອງມາດວນຈຸດໂທດຕັດສິນ ແລະ ເປັນ ເອສຣາ ຍິງໄດ້ຄົມກວ່າ ຊະນະດວນຈຸດໂທດ 5-3, ເຮັດໃຫ້ ເອສຣາ ຄວ້າສິດໄປແຂ່ງຂັນຮອບສຸດທ້າຍ ຫລື ຮອບແບ່ງກຸ່ມຕໍ່ໄປ.

ຄວາມຈິງການຄັດເລືອກນັດນີ້ 🇱🇦 ເອສຣາ ແມ່ນຈະໄດ້ຫລິ້ນຢູ່ ສປປ ລາວ ແຕ່ບໍ່ພ້ອມເປັນເຈົ້າພາບ, ເນື່ອງຈາກບໍ່ສາມາດສ້າງເງື່ອນໄຂ ໃຫ້ມີລາຍຮັບເພີ່ມຈາກຜູ້ໃຫ້ການສະໜັບສະໜູນ ແລະ ຂາຍລິຂະສິດການຖ່າຍທອດສົດ ເພາະງົບປະມານ ທີ່ສະຫະພັນບານເຕະອາຊີ (AFC) ມອບໃຫ້ທັງສອງທີມ ເພື່ອມາບໍລິຫານໃຊ້ຈ່າຍຄ່າຕ່າງໆ ເປັນຕົ້ນ ຄ່າປີ້ຍົນ, ຄ່າເດີນທາງ, ຄ່າທີ່ພັກ, ຄ່າອາຫານ ແລະ ການໃຊ້ຈ່າຍອື່ນໆ ແມ່ນບໍ່ພຽງພໍ, ດັ່ງນັ້ນ 🇱🇦 ເອສຣາ ຈຶ່ງມອບສິດໃຫ້ 🇲🇲 ຢາງກຸ້ງ ຢູໄນເຕັດ ໄດ້ເປັນເຈົ້າພາບ ຊຶ່ງ ຢາງກຸ້ງ ຢູໄນເຕັດ ກໍຕອບຕົກລົງພ້ອມເປັນເຈົ້າພາບ. ຢ່າງໃດກໍຕາມ ເຖິງວ່າ ເອສຣາ ເສຍປຽບຄູ່ຕໍ່ສູ້ໃນນາມເປັນທີມຢາມ ແຕ່ຍ້ອນຫົວໃຈນັກສູ້ ບວກກັບຄວາມມານະອົດທົນ ແລະ ພະລັງແຫ່ງຄວາມສາມັກຄີ ນຳມາສູ່ໄຊຊະນະທີ່ມີຄວາມໝາຍ ແລະ ຄວາມສຳຄັນຢ່າງຍິ່ງຕໍ່ສະໂມສອນ, ວົງການບານເຕະລາວ ແລະ ປະເທດຊາດ.

👏🔹ຜົນປະໂຫຍດຕໍ່ສະໂມສອນແນວໃດ?

✅ ໄຊຊະນະນັດນີ້ ເຮັດໃຫ້ ເອສຣາ ຈະໄດ້ຂຽນປະຫວັດສາດອີກໜ້າໃໝ່ໃນເວທີລະດັບທະວີບ ເຖິງວ່າ ຈະມາໃນຖານະນ້ອງໃໝ່ ແຕ່ຂໍໄປໃຫ້ໄກທີ່ສຸດ.

✅ ເອສຣາ ໄດ້ຮັບເງິນອຸດໜູນຈາກສະຫະພັນບານເຕະອາຊີ (AFC) ຈຳນວນ 100,000 ໂດລາສະຫະລັດ ຈາກການຜ່ານໄປຫລິ້ນໃນຮອບແບ່ງກຸ່ມ.

✅ ເອສຣາ ຈະໄດ້ເກັບຄະແນນເພີ່ມ ເພື່ອຈັດອັນດັບສະໂມສອນ ລະດັບທະວີບ.

🔥🎉🏆🇱🇦 ທີມໃດຈະຄວ້າແຊ້ມ❗️ການແຂ່ງຂັນເຕະບານຊາຍ The Capital Cup 2025❗️ຄູ່ຊິງຊະນະເລີດ  ເອັສອີຊີ ຢູໄນເຕັດ ດວນກັບ ເມືອງຫາດ ຢູໄນເ...
13/08/2025

🔥🎉🏆🇱🇦 ທີມໃດຈະຄວ້າແຊ້ມ❗️ການແຂ່ງຂັນເຕະບານຊາຍ The Capital Cup 2025❗️ຄູ່ຊິງຊະນະເລີດ ເອັສອີຊີ ຢູໄນເຕັດ ດວນກັບ ເມືອງຫາດ ຢູໄນເຕັດ‼️
—————————————————
📌 ຮອບ 4 ທີມສຸດທ້າຍ ວັນທີ 13 ສິງຫາ 2025
✅ ເມືອງຈັນທະບູລີ ເສຍໃຫ້ ເອັສອີຊີ ຢູໄນເຕັດ 2-3
✅ ເມືອງຫາດ ຢູໄນເຕັດ ຊະນະ ເມືອງປາກງື່ມ 8-0

📌 ຮອບຊິງອັນດັບ 3 ແລະ ຊິງຊະນະເລີດ ແຂ່ງຂັນວັນທີ 16 ສິງຫາ 2025
📅 ຮອບຊິງອັນດັບ 3 ເມືອງຈັນທະບູລີ ພົບກັບ ເມືອງປາກງື່ມ ເວລາ 13:00
📅 ເມືອງຫາດ ຢູໄນເຕັດ ພົບກັບ ເອັສອີຊີ ຢູໄນເຕັດ ເວລາ 16:00

🏟️ ທຸກຄູ່ແຂ່ງຂັນທີ່ສະໜາມລ້ານຊ້າງ ບ້ານໜອງໄຮ ເມືອງຫາດຊາຍຟອງ ເຂົ້າຊົມໂດຍບໍ່ເສຍຄ່າ‼️

News: ຂ່າວກິລາ Lao National TV
Photo: The Capital Cup
________________
#ຂ່າວກິລາLaoNationalTV
.laonationaltvsport.org
://www.youtube.com/channel/UCgyG-pcyzy7VSLJLhNgZ3TA
#ຕິດຕໍ່ນັກຂ່າວ ຫຼື #ສົນໃຈລົງໂຄສະນາ #ໂທລະສັບ 020 9700 0011, 020 5519 1650

ໂທລະພາບເເຫ່ງຊາດລາວ ທຊລ 1

🔹ຂ່ຳນັບຊົມເຊີຍວັນສ້າງຕັ້ງຂະແໜງການເງິນ ຄົບຮອບ 75 ປີ ຢ່າງສຸດໃຈ ( 13 ສິງຫາ 1950 - 13 ສິງຫາ 2025 )🔹——————————————————————   ...
13/08/2025

🔹ຂ່ຳນັບຊົມເຊີຍວັນສ້າງຕັ້ງຂະແໜງການເງິນ ຄົບຮອບ 75 ປີ ຢ່າງສຸດໃຈ ( 13 ສິງຫາ 1950 - 13 ສິງຫາ 2025 )🔹
——————————————————————
ໂດຍພາຍໃຕ້ຄັນທຸງຂອງພັກປະຊາຊົນປະຕິວັດລາວ, ລະບົບການເງິນຂອງປະເທດເຮົາໄດ້ກຳເນີດ ແລະ ເຕີບໃຫ່ຍຂະຫຍາຍຕົວໃນຂະບວນ ການຕໍ່ສູ້ປົດປ່ອຍປະເທດຊາດໃນເມື່ອກ່ອນ.

ການກຳເນີດລະບົບການເງິນຂອງປະເທດເຮົາ ຕິດພັນກັບເຫດການສຳຄັນທາງປະຫວັດສາດ ກໍຄືວັນທີ 13 ສິງຫາ 1950 ເປັນວັນສ້າງຕັ້ງລະບົບການເງິນຂອງປະເທດລາວ ຢູ່ເຂດທີ່ໝັ້ນ ແຂວງຫົວພັນ ນັບຈາກເວລານັ້ນມາຈົນເຖິງປັດຈຸບັນ ຄົບຮອບ 75 ປີ.

12/08/2025

EZRA F.C ບຸກຊະນະ ທີມ YANGON UNITED ເຖິງມຽນມາ ໃນຮອບເຟອ໋ອບ 🔥🔥🔥
ໃນເວລາ 90ນາທີ ສະເຫມີ 0-0 ຕໍ່ເວລາພິເສດ 1-1
#ຕ້ອງຫາຜູ້ຊະນະດ້ວຍການຍິງລູກໂທດ
ເປັນ Ezra fc ຈາກລາວ ເເມ່ນກ່ອນ ຍິງເຂົ້າທັງ5ຄົນ
ຊະນະ ໄປ 3-5 ຜ່ານເຂົ້າຮອບຕໍ່ປາຍຍຍຍຍໃນສືກ AFC Challenge League 🔥🔥🔥

Address

Ban Paksé

Website

Alerts

Be the first to know and let us send you an email when Football Laos posts news and promotions. Your email address will not be used for any other purpose, and you can unsubscribe at any time.

Shortcuts

Share

Category