08/10/2024
ກຽມພົບກັບການປ່ຽນແປງຄັ້ງໃຫຍ່ ແລະ ການຮ່ວມມືຄັ້ງໃຫຍ່ຂອງ ສະໂມສອນ ທ່າຊ້າງ ຢູໄນເຕັດ ແລະ ສະໂມສອນ ວຽງຈັນ ຢູໄນເຕັດ ຮ່ວມພັດທະນານັກເຕະເຍົາວະຊົນລາວ ກ້າວສູ່ຝັນ
-------
ໂດຍທັງສອງສະໂມສອນ ໄດ້ຈັບມືກັນ ເພື່ອພັດທະນານັກເຕະເຍົາວະຊົນລາວ ແລະ ໃຫ້ໂອກາດນັກເຕະເຍົາວະຊົນລາວ ໄດ້ມີເວທີ, ສະໂມສອນ ແລະ ລາຍການແຂ່ງຂັນ ເພື່ອຕໍ່ຍອດໄປສູ່ນັກເຕະຄຸນນະພາບໃນອະນາຄົດ.
-------
ສະໂມສອນ ທ່າຊ້າງ ຢູໄນເຕັດ ຈະໄດ້ຍ້າຍມາຊ້ອມທີ່ເດີ່ນ ແອນຟິລ ຮ່ອງຄ້າ ບ້ານຮ່ອງຄ້າ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ໂດຍໄດ້ຮັບການຮ່ວມມືຈາກສະໂມສອນ ວຽງຈັນ ຢູໄນເຕັດ ກໍຄື ປະທານ ເລ້ ເຈົ້າຂອງສະໜາມດັ່ງກ່າວ ໄດ້ໃຫ້ການຝຶກຊ້ອມແບບເຕັມທີ່ ພ້ອມຊອກຫານັກກິລາມາເສີ່ມທີມ ເພື່ອກຽມເຂົ້າຮ່ວມແຂ່ງຂັນຫຼາຍໆລາຍການທັງພາຍໃນ ແລະ ຕ່າງປະເທດ ໂດຍສະເພາະລາຍການໃຫຍ່ທີ່ປະເທດໄທ ທ້າຍປີນີ້ ແລະ ລາຍການທີ່ປະເທດສິງກະໂປ ໃນປີໜ້າ ລວມເຖິງຫຼາຍໆລາຍການທີ່ພ້ອມຈະຮ່ວມຊີງໄຊ
----------
ພົບກັນວັນເສົາທີ 12 ຕຸລາ 2024 ເລີ່ມຝຶກຊ້ອມທີ່ສະໜາມດັ່ງກ່າວເປັນຄັ້ງທໍາອິດ
------
#ຊີ້ນດາດໂຕໝູ