03/09/2026
ຂ້າພະເຈົ້າ ວຽງໄຊ ວິໄລກຸນ, ປະທານສະໂມສອນ ວິໄລກຸນນາຄາ (W.I.G NAGA) ໃນນາມຕົວແທນຂອງຄະນະນຳ, ຄູຝຶກ ແລະ ທັບນາຄາ ຮຸ່ນອາຍຸບໍ່ເກີນ 12 ປີ ຂໍສະແດງຄວາມຂອບໃຈຢ່າງຍິ່ງຕໍ່ຄຳອວຍພອນ ແລະ ກຳລັງໃຈອັນແສນອົບອຸ່ນມາຍັງ ພຣະອາຈານ ຄຳໂກ້ ໄຊຍະວົງ ໂຊຕິໂກ ພ້ອມດ້ວຍຄະນະສົງ ວັດລາວພຸທທະຣາມ ແລະ ພໍ່ແມ່ພີ່ນ້ອງເຜົ່າມົ້ງ, ເຜົ່າໄທດຳ ລວມເຖິງຍາດຕິພີ່ນ້ອງຄົນລາວທຸກໆທ່ານ ທີ່ອາໄສ ແລະ ເດີນທາງມາຈາກລັດຕ່າງໆ ໃນສະຫະລັດອາເມລິກາ ພ້ອມທັງແຟນບານທີ່ໜ້າຮັກທຸກທ່ານທັງພາຍໃນ ແລະ ຕ່າງປະເທດ ທີ່ໄດ້ອວຍພອນໄຊອັນປະເສີດ ແລະ ສົ່ງກຳລັງໃຈອັນມີຄ່າໃຫ້ແກ່ພວກເຮົາ.
ແລະ ຂໍສະແດງຄວາມຂອບໃຈຢ່າງສຸດຊຶ້ງມາຍັງ ສະຫະພັນບານເຕະລາວ-ອາເມລິກາເໜືອ (NALSF) ສຳລັບການສະໜັບສະໜູນອັນອົບອຸ່ນ ແລະ ຄວາມທຸ້ມເທໃຫ້ກັບທີມຂອງພວກເຮົາ ຕັ້ງແຕ່ມື້ທຳອິດທີ່ພວກເຮົາມາຮອດ ສະຫະລັດອາເມລິກາ🇺🇸
ພວກເຮົາສັນຍາວ່າຈະເຮັດໃຫ້ດີທີ່ສຸດ ແລະສູ້ສຸດໃຈ ເພື່ອນຳເອົາໄຊຊະນະ ແລະ ຄວາມພາກພູມໃຈກັບຄືນສູ່ແຜ່ນດິນ ສປປ ລາວເຮົາ✨🙏🏻🇱🇦
ຂ້າພະເຈົ້າຈະນຳທຸງຊາດລາວໃຫ້ປິວສະບັດ ໃນເວທີນານາຊາດ ຢູ່ທີ່ສະຫະລັດອາເມລິກາເປັນຄັ້ງປະຫວັດສາດ ດ້ວຍຄວາມພາກພູມໃຈທີ່ໄດ້ເກີດເປັນຄົນລາວ
I, Wiengchai Wilaikul, President of Wilaikul Naga (W.I.G NAGA) Laos Soccer Academy, on behalf of the management team, coaching staff, and W.I.G NAGA (U-12) team, would like to express our heartfelt gratitude for the warm wishes and encouragement from Venerable Khamko Xayavong, together with Wat Lao Buddharam and Lao Buddhist community as well as the Hmong and Tai Dam communities, and all Lao brothers and sisters living in or traveling from various states across the United States and all our lovely fans, both locally and internationally for your valuable blessings and support.
And we would like to express our heartfelt gratitude to the North American Lao Soccer Federation (NALSF) for your kind support and dedication to our team since day one of our arrival in the USA🇺🇸
We promise to give our absolute best and fight with all our hearts to bring victory and pride back to our homeland, the Lao PDR✨🙏🏻🇱🇦
With immense pride in being Lao, I will raise up the national flag of Laos high on the international stage in the United States for this historic occasion.
Wiengchai Wilaikul